ຄຳສັ່ງລຶບທຸກໄຟລ໌ທີ່ມີນາມສະກຸນຕາມຕ້ອງການໃນ Linux

ຂຽນເມື່ອ April 24, 2011, ໃນຫມວດ ລິນຸກ.

ໄລຍະນີ້ກຳລັງປັບປຸງພັນລາວ໓ ກໍເລີຍພົບບັນຫາ harddisk ໃກ້ເຕັມ ເພາະວ່າພັນລາວ໒ ບໍ່ໄດ້ລຶບອອກ ພາລະກິດທີ່ຕ້ອງເຮັດກໍຄື ລຶບໄຟລ໌ mp3 ເກົ່າໃນພັນລາວ໒ ອອກ ເພາະບໍ່ໄດ້ໃຊ້ແລ້ວ ແຕ່ບັນຫາກໍຄື ມັນມີຫຼາຍໄຟລ໌ປົນໆ ກັນ ໄຟລ໌ mp3 ກັບໄຟລ໌ jpg ຢູ່ໃນໂຟນເດີດຽວກັນ ຈຶ່ງຕ້ອງຫາວິທີລຶບສະເພາະ mp3 ຜ່ານ command line ໂດຍມີວິທີດັ່ງນີ້

ພິມ find /path/to/folder/ -name ‘*.mp3′ -exec rm ‘{}’ +

ພຽງເທົ່ານີ້ກໍຮຽບຮ້ອຍ ບ່ອນ /path/to/folder/ ແມ່ນແກ້ເປັນ path ທີ່ຕ້ອງການຊອກຫາແລະລຶບ ສ່ວນ .mp3 ກໍສາມາດເລືອກເປັນ extension ທີ່ຕ້ອງການໄດ້ ງ່າຍໆ ເນາະ.

Tags: , , , ,

ຂຽນຄຳເຫັນ

*

code