ກ່ຽວກັບ e-Corner Weekly News

ຂຽນເມື່ອ February 14, 2011, ໃນຫມວດ ຝອຍໃຫ້ຟັງ.

ຫຼັງຈາກທີ່ e-Corner Weekly News ເຊິ່ງເປັນລາຍການກ່ຽວກັບຄອມພິວເຕີ ແລະເທັກໂນໂລຢີໄດ້ເຮັດອອກມາ 4 ຕອນແລ້ວ (001002003 ແລະ 004) ກໍມີສຽງຕອບຮັບເຂົ້າມາຫຼາຍສຽງຫຼາຍສາຍ ກໍຖືວ່າປະສົບຄວາມສຳເລັດໃນລະດັບນຶ່ງ ມີສຽງຕອບຮັບດີພໍສົມຄວນ.

ແຕ່ວ່າ ຢ່າງໃດກໍດີ ມັນມີເລື່ອງນຶ່ງທີ່ສົງໄສ ແລະຢາກເລົ່າກໍຄື ເລື່ອງການປັບປຸງລາຍການ ເຊັ່ນວ່າ ບາງຄົນຢາກໃຫ້ມີກ້ອງຫຼາຍໆ ມຸມ ຫຼືມີສຽງປະກອບ ຫຼືແມ່ນແຕ່ໃຫ້ພິທີກອນເບິ່ງກ້ອງ ຫຼືວ່າເວົ້າໃຫ້ດີຂຶ້ນ. ອັນເລື່ອງດີມັນກໍດີຢູ່ ທີ່ແນະນຳກັນເຂົ້າມາທັງໝົດທັງປວງ ຂ້າພະເຈົ້າໃນນາມຂອງທີມງານຫຼັກ ກໍເຫັນດີນຳທຸກສຽງຫັ້ນລະ ພຽງແຕ່ ຢາກໃຫ້ທຸກຄົນເຂົ້າໃຈກົງກັນວ່າ ສຳລັບ “ຕອນນີ້” ທີ່ພວກເຮົາ ເຮັດ e-Corner Weekly News ນັ້ນ ແມ່ນເຮັດດ້ວຍໃຈລ້ວນໆ ເຖິງແມ່ນວ່າທຸກຄົນຈະມີວຽກມີງານທີ່ຕ້ອງເຮັດທຸກມື້ ບາງຄົນໃນທີມກໍຕ້ອງຮຽນໃຫ້ຈົບປະລິນຍາ ບາງຄົນກໍເຮັດບໍລິສັດສ່ວນໂຕ ບາງຄົນກໍເປັນ freelance ບາງຄົນກໍເປັນ marketing ຫາເວລາຫວ່າງບໍ່ຄ່ອຍໄດ້ ບາງຄົນເປັນອາຈານສອນ ມີໜ້າທີ່ຂອງໃຜລາວ ແຕ່ທຸກຄົນກໍເສຍສະລະເວລາມາເຮັດ ເຮັດເພື່ອຫຍັງ? ເພື່ອໃຫ້ມັນມີ! ພວກເຮົາເບື່ອ ເບື່ອທີ່ຈະຕ້ອງເບິ່ງລາຍການ IT ທີ່ມີແຕ່ໂຄສະນາ ມີແຕ່ slide show ມີແຕ່ປະຊາສຳພັນສິນຄ້າຂອງຮ້ານໂຕເອງ ຈຶ່ງ “ລົງມື” ເຮັດໃນສິ່ງທີ່ພວກເຮົາຕ້ອງການຢາກໃຫ້ມັນເປັນ.

ທຸກຄົນທີ່ຢູ່ໃນໂຄງການນີ້ ລ້ວນແຕ່ອາສາມາເຮັດ ໂດຍບໍ່ໄດ້ຫຍັງຕອບແທນ ບໍ່ມີຫຍັງທັງໝົດ ບໍ່ມີຄ່າລົດ ບໍ່ມີຄ່າແຮງ ບໍ່ມີຄ່າໂຕ ບໍ່ມີຄ່າເຂົ້າໜົມນົມເນີຍຫຍັງທັງສິ້ນ ທຸກຄົນຕ່າງກໍມາໂດຍບໍ່ໄດ້ຫຍັງ ມີແຕ່ເສຍເວລາມາເຮັດເພື່ອໃຫ້ມີລາຍການດີໆ ນຳສະເໜີໃນສິ່ງທີ່ແຕກຕ່າງ. ດັ່ງນັ້ນຈຶ່ງຢາກໃຫ້ທຸກຄົນເຂົ້າໃຈກົງກັນວ່າ ການທີ່ພິທີກອນບໍ່ເບິ່ງກ້ອງກໍດີ, ການທີ່ມຸມກ້ອງມັນມີໜ້ອຍກໍດີ, ການທີ່ກຽມໂຕມາບໍ່ພ້ອມກໍດີ ເວົ້າຮວມແລ້ວກໍແມ່ນຄວາມຂາດຕົກບົກພ່ອງໃນລາຍການ ກໍລ້ວນແຕ່ເປັນເຫດສຸດວິໄສ ບໍ່ສາມາດຫຼີກເວັ້ນໄດ້ ຖ້າຫາກວ່າທ່ານຕ້ອງການແກ້ໄຂ ຈົ່ງຢ່າຊ້າ! ຢ່າໄດ້ລໍຖ້າຜູ່ອື່ນ! ຂໍເຊີນ! ຂໍເຊີນເຂົ້າມາຮ່ວມກັບທີມງານພວກເຮົາໄດ້ ຂໍເຊີນສະລະເວລາຂອງທ່ານ ເພື່ອປະໂຫຍດໃຫຍ່ຂອງນັກຮຽນນັກສຶກສາ ແລະຜູ່ສົນໃຈໃນ IT ຂອງປະເທດຊາດລາວເຮົາ! ທ່ານບໍ່ມັກພິທີກອນ? ມາເປັນແທນໄດ້! ທ່ານບໍ່ມັກມຸມກ້ອງ? ທ່ານມາຖ່າຍເອງໄດ້! ຖ່າຍບໍ່ມັກສຽງບາງຕອນຂາດຫາຍ? ທ່ານມາຈັບໄມໃຫ້ໄດ້! ທ່ານບໍ່ມັກຂ່າວທີ່ນຳສະເໜີ? ທ່ານມານຳສະເໜີເອງໄດ້!

ພວກເຮົາເປີດໂອກາດສະເໝີ ໃຫ້ກັບຄົນທີ່ຢາກ “ລົງມືເຮັດ” ເພື່ອ ປ່ຽນແປງ” ໄປສູ່ ສິ່ງທີ່ດີກວ່າ” ຖ້າຫາກວ່າທ່ານພ້ອມແລ້ວ ຢ່າໄດ້ລໍຊ້າ! ຕິດຕໍ່ມາໄດ້ເລີຍທີ່ເບີສ່ວນໂຕຂອງຂ້າພະເຈົ້າ ເຈັດ ເຈັດ ເຈັດ ເຈັດ ນຶ່ງ ເກົ້າ ສູນ ສູນ (ໃນເວລາ 9 ໂມງເຊົ້າ ເຖິງ 5 ໂມງແລງ ວັນຈັນ-ສຸກ)

Tags: ,

ຂຽນຄຳເຫັນ

*

code