ຜູ້ຊະນະທີ່ແທ້ຈິງ

ຂຽນເມື່ອ December 16, 2008, ໃນຫມວດ ທັມມະ.

[…] ຊົນພາລກ່າວຄຳຫຍາບດ້ວຍວາຈາ ຍ່ອມສຳຄັນວ່າຊະນະທີດຽວ ແຕ່ຄວາມອົດກັ້ນໄດ້ເປັນຄວາມຊະນະຂອງບັນດິດຜູ້ຮູ້ແຈ້ງຢູ່ ຜູ້ໃດໂກດຕອບບຸກຄົນຜູ້ໂກດແລ້ວ ຜູ້ນັ້ນເປັນຜູ້ລາມົກກວ່າບຸກຄົນຜູ້ໂກດແລ້ວ ເພາະການໂກດຕອບນັ້ນ ບຸກຄົນບໍ່ໂກດຕອບບຸກຄົນຜູ້ໂກດແລ້ວ ຍ່ອມຊື່ວ່າຊະນະສົງຄາມອັນບຸກຄົນຊະນະໄດ້ໂດຍຍາກ ຜູ້ໃດຮູ້ວ່າຜູ້ອື່ນໂກດແລ້ວ ເປັນຜູ້ມີສະຕິ ສະຫງົບຢູ່ໄດ້ ຜູ້ນັ້ນຍ່ອມຊື່ວ່າປະພຶດປະໂຫຍດແກ່ທັງສອງຝ່າຍ ຄືແກ່ຕົນແລະແກ່ຜູ້ອື່ນ ເມື່ອຜູ້ນັ້ນຮັກສາປະໂຫຍດທັງ ໒ ຝ່າຍ ຄືຂອງຕົນແລະຂອງຜູ້ອື່ນ ຊົນທັງຫຼາຍຜູ້ບໍ່ສະຫຼາດໃນທັມ ຍ່ອມສຳຄັນບຸກຄົນນັ້ນວ່າ ເປັນຄົນເຂລົາ ດັ່ງນີ້ […]

84000.org

Tags: , , , ,

ມີຄົນຂຽນຄຳເຫັນ ໑ ຄົນ to "ຜູ້ຊະນະທີ່ແທ້ຈິງ"

gravatar

nokkk  on January 5, 2009

ນິນຖ້າເຂົາມີແຕ່ເຮັດໃຫ້ເຮົາເຈັບເດ ແບບຖືກດ່າຫຍັງມາກະແລ້ວແຕ່
ນິນສິເຮັດຈັ່ງໃດ ຖ້າບໍ່ຕອບໂຕ້ເຂົາໜ້ອຍໜື່ງ

ຂຽນຄຳເຫັນ

*

code