ບັນຫາໃນ LaoBB.com

ຂຽນເມື່ອ October 23, 2008, ໃນຫມວດ ເທັກໂນໂລຢີ.

ວ່າໄປແລ້ວເລື່ອງເຮັດເວັບມັນກໍ່ມີແນວເຈັບຫົວໄດ້ທຸກມື້ ດຽວໄດ້ອັນໜຶ່ງດຽວເສຍອັນໜຶ່ງ. ບັນຫາທີ່ໜ້າເຈັບຫົວທີ່ສຸດແມ່ນການວາງພື້ນຖານບໍ່ດີ. ຫາກວ່າຖານມັນບໍ່ດີແລ້ວຍ່ອມຈະຮອງຮັບນ້ຳໜັກໄດ້ບໍ່ດີໄປນຳ ເປັນ logical ງ່າຍ ໆ ທີ່ໃຊ້ໄດ້ສະເໝີ. ການຈະແກ້ໄຂບັນຫາເມື່ອມັນເກີດແລ້ວຍ່ອມເປັນເລື່ອງທີ່ເປັນໄປໄດ້ ແຕ່ມັນເປັນເລື່ອງທີ່ສ້າງຄວາມເຈັບຫົວໄດ້ເປັນຢ່າງດີ.

ເຂົ້າເລື່ອງດີກວ່າ ມື້ນີ້ແກ້ໄຂບັນຫາໃນ LaoBB.com ເຊິ່ງເປັນເວັບໃຫ້ບໍລິການຟຣີເວັບບອດໃຫ້ກັບຄົນທົ່ວໄປໄດ້ໃຊ້ກັນຟຣີ ໆ ບັນຫາກໍ່ຄື ໃນເບື້ອງຕົ້ນທີ່ຕິດຕັ້ງໄປເມື່ອຫຼາຍເດືອນກ່ອນນັ້ນບໍ່ໄດ້ກວດກາລະບົບ collation ຂອງຖານຂໍ້ມູນໃຫ້ດີ ແລະການເຊື່ອມຕໍ່ບໍ່ໄດ້ເປັນ UTF-8 ມາແຕ່ຕົ້ນທັງໝົດ (partially UTF-8) ພາຍຫຼັງມາປະກົດວ່າກາຍເປັນບັນຫາ collation conflict ເຮັດໃຫ້ຕ້ອງມາແກ້ໄປຫຼາຍວິທີ ບາງອັນກໍ່ໄດ້ ບາງອັນກໍ່ບໍ່ໄດ້ ແຕ່ໂດຍລວມແລ້ວກໍ່ແກ້ໄປໄດ້ຫຼາຍເຕີບ ພຽງແຕ່ບໍ່ໄດ້ແກ້ທັງໝົດ ເພາະເປັນການສິ້ນເປືອງເວລາ

ເຮັດເວັບເທື່ອໜ້າຕ້ອງວາງຮາກຖານໃຫ້ດີ ເພື່ອເປັນທີ່ສະດວກໃນການ scaling ໃນພາຍຫຼັງ 😉

Tags: , , , , , , , ,

ຂຽນຄຳເຫັນ

*

code