Busy life ຕອນທີ່ ໑

ຂຽນເມື່ອ April 21, 2008, ໃນຫມວດ ທັມມະ.

ໄດ້ໂອກາດປ່ຽນ Theme ພ້ອມເລີຍ ຍັງຄົງຄວາມມືດມົນເຊັ່ນເດີມ 😀 ຊ່ວງນີ້ຫຍຸ້ງວຽກຫລາຍເລື່ອງ ຮູ້ສຶກວ່າເຄີຍຂຽນໄປກ່ອນຫນ້ານີ້ແລ້ວໃນ ອີກບລັອກຫນຶ່ງ ແຕ່ບໍ່ເປັນຫຍັງ ຂຽນຕື່ມກໍ່ໄດ້ ເຮົາບໍ່ຖື ໕໕໕

ໄລຍະນີ້ກຳລັງງົມຢູ່ກັບການແກ້ໄຂຫລາຍ ໆ ຢ່າງໃຫ້ຮຽບຮ້ອຍ ບາງອັນເກົ່າໂພດກໍ່ຢາກເອົາມາປັດຝຸ່ນ ບາງອັນເກົ່າເກີນໃຊ້ໄດ້ກໍ່ຢາກເອົາໄປແຂວນປະໄວ້ ເຜື່ອມື້ຫນ້າມີເວລາຄ່ອຍເບິ່ງໃຫມ່ ແຕ່ວ່າ ເວລາກໍ່ຍັງຄົງເປັນບັນຫາ ອັນທີ່ຈິງບັນຫາບໍ່ໄດ້ມາຈາກເວລາ ແຕ່ບັນຫາມັນມາຈາກຄົນບໍລິຫານເວລາ ເພິ່ນວ່າ ຄົນເຮົາມີເວລາ ໒໔ ຊົ່ວໂມງເທົ່າກັນຫມົດ ແຕ່ວ່າ ໃຜກັນທີ່ຈະສາມາດໃຊ້ ໒໔ ຊົ່ວໂມງນັ້ນໃຫ້ເປັນປະໂຫຍດທີ່ສຸດ

ບາງຄົນໃຊ້ເວລານອນຫລາຍກວ່າ ໘ ຊົ່ວໂມງ ບາງຄົນໃຊ້ເວລາທ່ຽວຫລາຍກວ່າ ໔ ຊົ່ວໂມງ ບາງຄົນໃຊ້ເວລາກິນຫລາຍກວ່າ ໓ ຊົ່ວໂມງ (ນັບເປັນຄາບລະ ໑ ຊົ່ວໂມງ ປ໊າດດດ ກິນແນວໃດ) ນັບໄປນັບມາລະວ່າ ເວລາກໍ່ຫມົດໄປເສີຍ ໆ ແບບນັ້ນເອງ ກໍ່ເປັນເລື່ອງທີ່ປະຫລາດດີ ເອ… ຫຼືວ່າເວລາໃນຊ່ວງເວລາທີ່ແຕກຕ່າງກັນມັນຈະມີລະຍະຕ່າງກັນໄປນຳ? ເປັນໄປໄດ້ບໍ່ວ່າ ຊ່ວງຕອນເຊົ້າເວລາຈະຜ່ານໄປໄວ ຊ່ວງຕອນແລງເວລາຈະຜ່ານໄປຊ້າ? ມັນກໍ່ບໍ່ແມ່ນ ມັນກໍ່ເທົ່າເກົ່າຂອງມັນ ພຽງແຕ່ວ່າ “ຄວາມຮູ້ສຶກ” ແບບທີ່ພາສາອັງກິດເພິ່ນວ່າ Feeling ຫັ້ນ ມັນບໍ່ຄືກັນ ເລີຍເຮັດໃຫ້ຄົນເຮົາຄິດໄປເອງວ່າ ເວລາມັນບໍ່ເທົ່າກັນ

ສະໄຫມຮຽນ ອາດຈະຄິດວ່າ ກວ່າຈະຜ່ານໄປໄດ້ໃນແຕ່ລະມື້ແຕ່ລະຄືນ ມັນຊ່າງຍາວນານເຫລືອທີ່ຈະບັນລະຍາຍໄດ້ ແຕ່ພໍເຮົາຮຽນຈົບແລ້ວ ໄດ້ເຮັດວຽກແລ້ວ ລອງເບິ່ງກັບຄືນໄປ ພັດມີຄວາມຮູ້ສຶກວ່າ ແຕ່ນ້ອຍຈົນໃຫຍ່ມັນຄືມາຜ່ານໄປໄວແທ້ ບໍ່ພຽງເທົ່າໃດລົມຫາຍໃຈ ຊີວິດກໍ່ມາຢູ່ບ່ອນນີ້ແລ້ວຫນໍ

ບາດນີ້ ກໍ່ມາຄິດວ່າ ເມື່ອຊີວິດມັນຜ່ານໄປໄວປານນີ້ແລ້ວ ດຽວເຮົາກໍ່ຊິຫມົດອາຍຸແລ້ວຕິ ຢຸດຢ່າງອື່ນໄວ້ກ່ອນແລ້ວຄິດບ່ອນນີ້ໃຫ້ດີ ຊີວິດເຮົາຜ່ານມາໄດ້ຈັກເດືອນຈັກປີແລ້ວ ແລະມັນເປັນຊ່ວງເວລາເທົ່າໃດ ບໍ່ພຽງຈັກອຶດໃຈ ເຮົາກໍ່ມີອາຍຸໄດ້ເທົ່ານີ້ແລ້ວ ໂຕເລກສອງຫລັກນີ້ມີຄວາມຫມາຍແນວໃດກັນ ນອກເຫນືອໄປຈາກວ່າເປັນສິ່ງບົ່ງບອກອາຍຸຂອງເຮົາ ບຸກຄົນອື່ນທີ່ເກີດກ່ອນເຮົາ ເຫັນເຂົາເຫລົ່ານັ້ນເປັນແນວໃດແລ້ວ ສິ່ງທີ່ມາກັບໂຕເລກເຫລົ່ານີ້ຄືຫຍັງນໍ…

ຕິດຕາມອ່ານຕໍ່ໄດ້ໃນຕອນຫນ້າ 😉

Tags: , , , , , ,

ມີຄົນຂຽນຄຳເຫັນ ໑ ຄົນ to "Busy life ຕອນທີ່ ໑"

gravatar

nokkk  on January 19, 2009

ຮ່າຯຯ ເວລາມັນຊ່າງຜ່ານໄປໄວນໍ ເຮົາວ່າດຽວນີ້ເວລາມັນຜ່ານໄປໄວ
ຢູ່ຊື່ຯກະຄ່ຳລະ ມັນເຫຼືອເຊື່ອ ແຕ່ເຮົາໃຊ້ເວລາບໍ່ເປັນປະໂຫຍດເລີຍ ດຽວນີ້ຕິດຄອມຮຸນແຮງ ບໍ່ຮູ້ສິຫຼີກລ້ຽງຈັ່ງໃດ ແຕ່ກະສິພະຍາຍາມຕໍ່ໄປ

ຂຽນຄຳເຫັນ

*

code