ຢູ່ທີ່ວິທີການ

ຊາຍຄົນຫນຶ່ງ ໃຫ້ຫມາຂອງລາວກິນນ້ຳມັນຕັບປາທຸກມື້ ເພາະເຊື່ອວ່າຈະສົ່ງຜົນດີຕໍ່ມັນ ແຕ່ວ່າການຈະໃຫ້ມັນກິນນັ້ນ ເປັນເລື່ອງຍາກຫລາຍ ເພາະລາວຕ້ອງໃຊ້ສອງຂານັ້ນ ຫນີບຫົວມັນໄວ້ບໍ່ໃຫ້ມັນດິ້ນ ແລ້ວງ້າງປາກຖອກນ້ຳມັນຕັບປາລົງໄປ

ມື້ຫນຶ່ງ ຫມາຂອງລາວດິ້ນຫລຸດຈາກລາວ ເຮັດໃຫ້ນ້ຳຕັບປາຄວ່ຳເຕັມພື້ນ ແລ້ວລາວກໍ່ປະຫລາດໃຈທີ່ເຫັນຫມາຂອງລາວ ເລຍນ້ຳມັນຕັບປາເທິງພື້ນຈົນຫມົດ ນີ້ເຮັດໃຫ້ລາວຮູ້ວ່າ ບໍ່ແມ່ນນ້ຳມັນຕັບປາດອກທີ່ສ້າງບັນຫາ ແຕ່ເປັນວິທີການຂອງລາວທີ່ໃຫ້ມັນກິນຕ່າງຫາກ

ໂດຍ ເດີ ເມວໂລ

ຈາກ:
ອີ້ຈິງ ສາດແຫ່ງການປ່ຽນແປງເພື່ອຄວາມສຳເລັດ
ຫນ້າ ໕໐, ບົດທີ່ ໕ ຖອຍອອກມາເບິ່ງ

[via iFew]

One thought on “ຢູ່ທີ່ວິທີການ”

  1. ດີຫລາຍ, ເປັນສາດທີ່ໜ້າສຶກສາແທ້ໆ. ຫາກມີເວລາ ໃຫ້ທ່ານພິມລົງຕື່ມອີກ ເພາະມີປະໂຫຍກໃຫ້ແກ່ມັນສະໝອງຂອງຊາວໜຸ່ມຫລາຍ.

    ຂອບໃຈ ແລະຂໍໃຫ້ໂຊກດີ

Leave a Reply

Your email address will not be published. Required fields are marked *