ຢູ່ທີ່ວິທີການ

ຂຽນເມື່ອ June 19, 2007, ໃນຫມວດ ຊີວິດ.

ຊາຍຄົນຫນຶ່ງ ໃຫ້ຫມາຂອງລາວກິນນ້ຳມັນຕັບປາທຸກມື້ ເພາະເຊື່ອວ່າຈະສົ່ງຜົນດີຕໍ່ມັນ ແຕ່ວ່າການຈະໃຫ້ມັນກິນນັ້ນ ເປັນເລື່ອງຍາກຫລາຍ ເພາະລາວຕ້ອງໃຊ້ສອງຂານັ້ນ ຫນີບຫົວມັນໄວ້ບໍ່ໃຫ້ມັນດິ້ນ ແລ້ວງ້າງປາກຖອກນ້ຳມັນຕັບປາລົງໄປ

ມື້ຫນຶ່ງ ຫມາຂອງລາວດິ້ນຫລຸດຈາກລາວ ເຮັດໃຫ້ນ້ຳຕັບປາຄວ່ຳເຕັມພື້ນ ແລ້ວລາວກໍ່ປະຫລາດໃຈທີ່ເຫັນຫມາຂອງລາວ ເລຍນ້ຳມັນຕັບປາເທິງພື້ນຈົນຫມົດ ນີ້ເຮັດໃຫ້ລາວຮູ້ວ່າ ບໍ່ແມ່ນນ້ຳມັນຕັບປາດອກທີ່ສ້າງບັນຫາ ແຕ່ເປັນວິທີການຂອງລາວທີ່ໃຫ້ມັນກິນຕ່າງຫາກ

ໂດຍ ເດີ ເມວໂລ

ຈາກ:
ອີ້ຈິງ ສາດແຫ່ງການປ່ຽນແປງເພື່ອຄວາມສຳເລັດ
ຫນ້າ ໕໐, ບົດທີ່ ໕ ຖອຍອອກມາເບິ່ງ

[via iFew]

ມີຄົນຂຽນຄຳເຫັນ ໑ ຄົນ to "ຢູ່ທີ່ວິທີການ"

gravatar

Khamdeng  on June 20, 2007

ດີຫລາຍ, ເປັນສາດທີ່ໜ້າສຶກສາແທ້ໆ. ຫາກມີເວລາ ໃຫ້ທ່ານພິມລົງຕື່ມອີກ ເພາະມີປະໂຫຍກໃຫ້ແກ່ມັນສະໝອງຂອງຊາວໜຸ່ມຫລາຍ.

ຂອບໃຈ ແລະຂໍໃຫ້ໂຊກດີ

ຂຽນຄຳເຫັນ

*

code