ເລື່ອງຂອງຊີ້ນດາດບຸບເຟ່

ຂຽນເມື່ອ April 28, 2007, ໃນຫມວດ ບ້ານເມືອງ, ຝອຍໃຫ້ຟັງ.

ແຕ່ໃດ ໆ​ ມາເວລາມີຄົນຊວນນິນໄປກິນຊີ້ນດ້ານບຸບເຟ່ ກໍ່ມັກຈະຕອບວ່າ “ບໍ່ໄປ” 555 ເພາະວ່າບໍ່ມັກ ເບິ່ງແລ້ວມັນຄືບໍ່ຫນ້າກິນເລີຍ ເພາະວ່າຫຍັງ? ເພາະວ່າ

  1. ເຂົາເອົາແຕ່ປະລິມານ ຄຸນນະພາບບໍ່ໄດ້
  2. ບໍ່ຄຸ້ມ ເພາະໄປກັນສາມສີ່ຄົນ ແຕ່ຈ່າຍຄົນລະຊາວຫ້າພັນ (ຢູ່ຫລວງພະບາງ) ແຕ່ກິນໜ້ອຍດຽວ ສູ້ໄປແບບທຳມະດາສັ່ງສອງຊຸດຄຸ້ມກວ່າ
  3. ໄປແລ້ວບໍ່ເຈີະພວກຫນ້າຕາດີ (ກ່ຽວເດີ້ຂໍ້ນີ້ 555)

ດັງນັ້ນແຫລະ ຈຶ່ງບໍ່ມັກໄປກິນ ເຖິງມີຄົນຊວນໄປແນວໃດກໍ່ບໍ່ໄດ້ ເສຍເວລາ ເສຍຄວາມຮູ້ສຶກ ເຄຍບອກໝູ່ ບອກຄົນຮູ້ຈັກວ່າ ຢ່າໄປກິນເລີຍພວກເຈົ້າ ເຂົາເຮັດບໍ່ຄ່ອຍສະອາດ ບາງຄົນກໍ່ເຊື່ອ ບໍ່ຄົນກໍ່ຟັງແລ້ວ ໆ ໄປ ບໍ່ໃສ່ໃຈ

ພໍດີມື້ນີ້ໄປອ່ານກະທູ້ໃນມະຫາສານ

ເລື່ອງນີ້ບໍ່ແມ່ນເລື່ອງທີ່ຫາກໍ່ເກີດຂື້ນ ຄວາມຈິງແລ້ວມັນເກີດມາແຕ່ດົນ
ມີຄົນຈຳນວນຫຼາຍ ທີ່ມີພຶດຕິກຳມັກກີນຂອງຟຼີ ຫຼືກີນແບບບຸບເຟ ເພາະໄດ້ກີນຫຼາຍ ກີນຕາມໃຈມັກ ໃນນີ້ລວມທັງຜູ້ຂຽນເອງ ແຕ່ຈະມີຈັກຄົນ ທີ່ຮູ້ຈັກ (ຜົນເສັຍ)ຂອງມັນ ໃນປະຈຸບັນ ກຳລັງມີການກໍ່ສ້າງເສັ້ນທາງຫຼາຍແຫ່ງໃນນະຄອນຫຼວງວຽງຈັນ ເຮັດໃຫ້ຮ້ານຊີ້ນດາດ ແບບບຸບເຟ ຫຼາຍແຫ່ງໄດ້ຮັບຜົນກະທົບ ມີບາງວັນ ຮ້ານອາຫານບໍ່ມີແຂກມາ ອາຫານທີ່ຕຽມໄວ້ເຫຼືອຫຼາຍ ເຈົ້າຂອງຮ້ານເກັບຊີ້ນໄວ້ດ້ວຍການໃຊ້ສານ ຮໍໂມນ (ເປັນສານກັນບູດ-ເນົ່າ) ເພີ່ນນິຍົມເອົາໄວ້ສັກຄົນຕາຍ ເພື່ອເຮັດໃຫ້ຊົບບໍ່ເນົ່າເໝັນ ໂດຍການປະສົມສານຮໍໂມນກັບນ້ຳໃນອັດຕາສ່ວນ 1ບ່ວງກາເຟ ຕໍ່ນ້ຳ 20ລິດ ແລ້ວເອົາຊີ້ນ ແລະອາຫານທະເລທີ່ຂາຍບໍ່ໝົດ ລົງລ້າງ ແລ້ວເກັບໄວ້ໃນຕູ້ແຊ່ ຈະເຮັດໃຫ້ຊີ້ນເບີ່ງຄືວ່າສົດ ແລະບໍ່ມີກີນເໝັນ
ທ່ານຮູ້ບໍ່ວ່າ ສານຮໍໂມນຕົວນີ້ ຈະໄປທຳລາຍລະບົບປະສາດໃນຮ່າງກາຍ ຂອງທ່ານ ເຮັດໃຫ້ທ່ານມີອາການ ວີນວຽນ ປວດຕາມຕົນຕົວ ແລະມີອາການແຫບຄໍ-ຄໍແຫ້ງ ແລະໄອ ເລັກນ້ອຍ ໃນຕອນຕົ້ນ ຖ້າທ່ານໄປກວດຢູ່ໂຮງໝໍ ທ່ານກໍ່ຈະບໍ່ພົບອາການຜິດປົກກະຕິ ແຕ່ຢ່າງໃດ ແຕ່ຖ້າສະສົມດົນໄປສານຮໍໂມນຕົວນີ້ກໍ່ຈະພາ ໃຫ້ເກີດເປັນມະເຮັງໃນລຳໃສ້ ແລະຖ້າບໍ່ໄດ້ຮັບການຮັກສາທີ່ຖຶກຕ້ອງ ແລະຖ່ວງທັນກັບເວລາ ກໍ່ເຖິງຂັ້ນເສັຍຊີວິດໄດ້

ຄລິກເພື່ອອ່ານທັງຫມົດ >>

ອ່ານແລ້ວສະຫຍອງ 555+ ແຮງວ່າຊ່ວງນີ້ຫລວງພະບາງບໍ່ຄ່ອຍມີແຂກມີຄົນແດ່ ຢ້ານເຂົາຊິເຮັດແບບດຽວກັບຢູ່ວຽງ


Technorati Tags: ຊີ້ດາດ, หมูกระทะ, ບຸບເຟ່, ຂອງຟຣີ, ກິນຫລາຍ, realme, au8ust, ຫລວງພະບາງ, ວຽງຈັນ

ຂຽນຄຳເຫັນ

*

code