ກຸນສົນກຳມະບົດ 10

ຂຽນເມື່ອ November 30, 2013, ໃນຫມວດ ທັມມະ. (ອ່ານ 1,310 ຄັ້ງ)

ທັມມັນຈະເຣ ສຸຈະຣິຕັງ … ບຸກຄົນພຶງປະພຶດທັມສ່ວນສຸດຈະລິດຢູ່ທຸກເມື່ອເຖີດ
ນະ ຕັງ ທຸດຈະຣິຕັງ ຈະເຣ … ບໍ່ພຶງປະພຶດທັມສ່ວນທຸຈະລິດເລີຍ
ທັມມະຈາຣີ ສຸຂັງ ເສຕິ … ຜູ່ປະພຶດທັມສ່ວນສຸຈະລິດ ຍ່ອມນອນເປັນສຸກ ຫຼືເປັນສຸກທຸກອິລິຍາບົດ
ອັດສະມຶ ໂລເກ ປະຣົມ ຫິ ຈະ … ທັງໃນໂລກນີ້ ແລະໂລກເບື້ອງໜ້ານຳ ດັ່ງນີ້ຯ

ກຸນສົນກຳມະບົດ 10

1. ຢ່າບຽດບຽນຮ່າງກາຍຂອງທ່ານ ຄື ຢ່າຂ້າ ຢ່າຟັນ ຢ່າທຸບ ຢ່າຕີ ຮ່າງກາຍຂອງຜູ່ອື່ນໂດຍທີ່ສຸດ ເວັ້ນເຖິງສັດເດລະສານໄດ້ຍິ່ງເປັນການດີ ກົງກັບພາສາປາລີທີ່ວ່າ ປານາຕິປາຕາ ເວຣະມະນີຯ
2. ຢ່າບຽດບຽນຊັບສົມບັດເຄື່ອງຂອງຂອງທ່ານຜູ່ອື່ນ ຄື ຢ່າລັກຂະໂມຍ ຢ່າສໍ້ໂກງ ຢ່າບຽດບັງເອົາເຄື່ອງຂອງຂອງທ່ານຜູ່ອື່ນ ກົງກັບພາສາປາລີທີ່ວ່າ ອະທິນນາທານາ ເວຣະມະນີຯ
3. ຢ່າຍາດຊິງລັກເລີບດ້ວຍອຳນາດຂອງກາຍໃນຍິງທີ່ທ່ານຫວງຫ້າມ ກົງກັບພາສາປາລີທີ່ວ່າ ກາເມສຸມິດສາຈາຣາ ເວຣະມະນີຯ
4. ໃຫ້ກ່າວແຕ່ວາຈາຖ້ອຍຄຳທີ່ສັດທີ່ຈິງ ໃຫ້ເວັ້ນຈາກວາຈາທີ່ເທັດບໍ່ຈິງເລີຍ ກົງກັບພາສາປາລີທີ່ວ່າ ມຸສາວາທາ ເວຣະມະນີຯ
5. ໃຫ້ກ່າວແຕ່ວາຈາຖ້ອຍຄຳອັນສະໝານປະສານສາມັກຄີໃຫ້ທ່ານດີຕໍ່ກັນ ໃຫ້ເວັ້ນວາຈາສໍ່ສຽດຍຸຍົງເສຍ ກົງກັບພາສາປາລີທີ່ວ່າ ປິສຸນາຍາວາຈາ ເວຣະມະນີຯ
6. ໃຫ້ກ່າວແຕ່ວາຈາຖ້ອຍຄຳອັນອ່ອນໂຍນ ໃຫ້ເກີດຄວາມຍິນດີແກ່ຜູ່ຟັງ ໃຫ້ງົດເວັ້ນວາຈາທີ່ຫຍາບຄາຍຂຶ້ນກູຂຶ້ນມຶງ ບໍລິພາດຕັດພໍ້ຫຍາບໆ ຄາຍໆ ໃຫ້ຜູ່ຟັງໄດ້ຮັບຄວາມເດືອດຮ້ອນຕ່າງໆ ເສຍ ກົງກັບພາສາປາລີທີ່ວ່າ ຜະຣຸດສາຍະວາຈາຍະ ເວຣະມະນີຯ
7. ໃຫ້ກ່າວແຕ່ວາຈາຖ້ອຍຄຳທີ່ເປັນໄປກັບດ້ວຍປະໂຫຍດ ໃຫ້ເວັ້ນວາຈາທີ່ບໍ່ມີສາລະ ຄືເວົ້າຫຼິ້ນຫາປະໂຫຍດບໍ່ໄດ້ເລີຍ ກົງກັບພາສາປາລີທີ່ວ່າ ສັມຜັບປະລາປາວາຈາຍະ ເວຣະມະນີຯ
8. ໃຫ້ລະວັງເຈດຕະນາກັມ ໃຫ້ສັມປະຍຸດດ້ວຍເມດຕາຢູ່ສະເໝີ ຄື ຄວາມດຳລິຂອງໃຈ ຢ່າງໃຫ້ລຸອຳນາດແຫ່ງໂລພະ ຄືຢ່າງເພ່ງເອົາກິເລດກາມ ແລະວັດຖຸກາມຂອງທ່ານຜູ່ອື່ນ ກົງກັບພາສາປາລີທີ່ວ່າ ອັນພິດຊາ ໂຫຕິຯ
9. ໃຫ້ລະວັງເຈດຕະນາກັມ ໃຫ້ສັມປະຍຸດດ້ວຍກະລຸນາຢູ່ທຸກເມື່ອ ຢ່າໃຫ້ໂທສະ ພະຍາບາດ ເຂົ້າຄອບງຳໄດ້ ກົງກັບພາສາປາລີທີ່ວ່າ ອັບພະຍາປາໂທ ໂຫຕິຯ
10. ໃຫ້ລະວັງເຈດຕະນາກັມ ໃຫ້ສັມປະຍຸດດ້ວຍ ມຸທິຕາ ອຸເບກຂາ ຢູ່ທຸກເມື່ອ ຢ່າໃຫ້ໄຫລໄປໃນທາງທີ່ຜິດ ໃຫ້ເຫັນກົງຕາມຄອງທັມທັງ 10 ນີ້ຢູ່ທຸກເມື່ອ ກົງກັບພາສາປາລີທີ່ວ່າ ສົມມະທິກຕິໂກ ໂຫຕິຯ

ຖ້າຂ້ອຍຍ້ອນເວລາກັບໄປໄດ້

ຂຽນເມື່ອ November 26, 2013, ໃນຫມວດ ຄວາມຮັກ. (ອ່ານ 1,373 ຄັ້ງ)

ຂ້ອຍຈະບໍ່ເອົາແຕ່ໃຈ
ຂ້ອຍຈະບໍ່ບັງຄັບເຈົ້າ
ຂ້ອຍຈະບໍ່ຫ້າມເຈົ້າເຮັດໃນສິ່ງທີ່ເຈົ້າຮັກ
ຂ້ອຍຈະບໍ່ເຮັດໃຫ້ເຈົ້າເສຍໃຈ
ຂ້ອຍຈະບໍ່ລືມວ່າເຈົ້າຮັກຂ້ອຍເທົ່າໃດ
ຂ້ອຍຈະເອົາໃຈເຈົ້າມາໃສ່ໃຈຂ້ອຍ
ຂ້ອຍຈະເຂົ້າໃຈເຈົ້າໃຫ້ຫຼາຍໆ
ຂ້ອຍຈະສະໜັບສະໜຸນເຈົ້າໃຫ້ເຮັດໃນສິ່ງທີ່ເຈົ້າຮັກ
ຂ້ອຍຈະບອກຮັກເຈົ້າທຸກໆມື້
ຂ້ອຍຈະເຮັດດີນຳເຈົ້າທຸກໆລົມຫາຍໃຈ
ຂ້ອຍຈະຖະໜອມເຈົ້າໃຫ້ດີທີ່ສຸດ

ປິດໂຄສະນາໃນ YouTube

ຂຽນເມື່ອ November 24, 2013, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 1,550 ຄັ້ງ)

ເວລາເບິ່ງ YouTube ມັນມັກຈະມີໂຄສະນາຂຶ້ນມາທາງລຸ່ມຕອນຕົ້ນໆຂອງວິດີໂອ ຕ້ອງໄດ້ໄປກົດປິດມັນຈຶ່ງຫາຍ ບາງທີກໍລຳຄານກໍເລີຍປ່ອຍມັນໂຊໄປຊະ ຈົນມື້ນີ້ໄປຊອກເບິ່ງ ປາກົດວ່າມີວິທີປິດ ຫຼືບລັອກໂຄສະນາໂດຍບໍ່ຕ້ອງລົງໂປຣແກຣມເພີ່ມນຳ.

ວິທີການກໍຄື (ສະເພາະ Google Chrome) ໃຫ້ເຂົ້າໄປໃນໜ້າ YouTube ແລ້ວກົດ F12 ເພື່ອເປີດ Developer console ແລ້ວເລືອກແຖບ Console ຢູ່ທາງຂວາສຸດ ຈາກນັ້ນພິມ:

document.cookie=”VISITOR_INFO1_LIVE=oKckVSqvaGw; path=/; domain=.youtube.com”;window.location.reload();

ແລ້ວກົດ Enter ໂຄສະນາກໍຈະບໍ່ປາກົດຂຶ້ນມາອີກຕໍ່ໄປ

ສ່ວນວິທີການດຶງໂຄສະນາກັບມາ ໃຫ້ເຮັດຄືເກົ່າ ແຕ່ພິມວ່າ

document.cookie=”VISITOR_INFO1_LIVE=; path=/; domain=.youtube.com”;window.location.reload();

ແລ້ວກໍກົດ Enter ກໍເປັນອັນສິ້ນສຸດ

ແຕ່ວ່າຄຳສັ່ງພວກນີ້ອາດໃຊ້ບໍ່ໄດ້ຖາວອນ ເພາະໃນອະນາຄົດ YouTube ອາດມີການປ່ຽນແປງຄຳສັ່ງຕ່າງໆພາຍໃນ ເຮັດໃຫ້ໃຊ້ບໍ່ໄດ້.

via SoftPedia

Tags: , ,

ສາຍນ້ຳ, ສາຍຮຸ້ງ ແລະຄວາມໄວ້ວາງໃຈ

ຂຽນເມື່ອ November 20, 2013, ໃນຫມວດ ຄວາມຮັກ. (ອ່ານ 1,467 ຄັ້ງ)

ເມື່ອສາຍນ້ຳ, ສາຍຮຸ້ງ ແລະຄວາມໄວ້ວາງໃຈ ໄປທ່ຽວປ່ານຳກັນ ທັງສາມຢ້ານພັດຫຼົງກັນກາງປ່າ ຈຶ່ງໄດ້ບອກກັນໃຫ້ຮູ້ວ່າ:

ສາຍນ້ຳ: “ຫາກເຈົ້າຊອກຂ້ອຍບໍ່ເຫັນ ໃຫ້ເຈົ້າເບິ່ງໄປບ່ອນທີ່ມີຕົ້ນໄມ້ຂຽວຊຸ່ມ ຂ້ອຍຈະຢູ່ບ່ອນນັ້ນສະເໝີ”
ສາຍຮຸ້ງ: “ຫາກເມື່ອໃດເຈົ້າຊອກຂ້ອຍບໍ່ເຫັນແລ້ວ ໃຫ້ເຈົ້າຈົ່ງໄປໃນບ່ອນທີ່ມີຝົນຕົກ ເມື່ອຝົນເຊົາຕົກແລ້ວ ແລະແດດສາດສ່ອງມາ ຂ້ອຍຈະຢູ່ບ່ອນນັ້ນຖ້າ”
ຄວາມໄວ້ວາງໃຈ: “ຂໍໃຫ້ເຈົ້າເບິ່ງແຍງຂ້ອຍໃຫ້ດີໆ ຫາກເມື່ອໃດທີ່ເຈົ້າພັດຫຼົງໄປຈາກຂ້ອຍແລ້ວ ຂ້ອຍຈະບໍ່ກັບມາອີກເລີຍ…”

ກ່ຽວກັບວິໄນ

ຂຽນເມື່ອ November 19, 2013, ໃນຫມວດ ຊີວິດ. (ອ່ານ 1,438 ຄັ້ງ)

ໄປເຫັນມາໃນພັນທິບ ມີໃນ http://ihears.blogspot.com/2013/11/blog-post_8.html ນຳ ລອງອ່ານກັນເບິ່ງ

สมัยผมเป็นผู้บริหารสนามบิน…อยู่ต่างประเทศ…
เจ้านายฝรั่ง…เดินมาชี้หน้าด่าผมว่า…
มึงเป็นผู้บริหารที่เฮงซวยมาก…
ผมตกใจ…แต่ก็หัวเราะ…แล้วก็สวนคำทันทีทันใดว่า…
มึงผิดแล้ว…นี่แสดงว่ามึงไม่รู้จักกู…
ทุกคนรู้ว่า……
กูคือผู้บริหารที่เก่งที่สุด…
ประสบความสำเร็จสูงที่สุด…
ในรุ่นเดียวกัน…ที่เข้ามาทำงานพร้อมกัน…

มันบอกว่า…
กูไม่รู้ว่า…มึงสำเร็จยิ่งใหญ่ขนาดไหน…
แต่ในสายตากู…มึงคือผู้บริหารที่เฮงซวยที่สุด…
เฮงซวยยังไง…? ไหนว่ามาซิ…
มึงเป็นผู้บริหาร…ที่ขาดวินัย…วินัยอ่อนมาก…

นี่ถ้าเป็นระเบียบในสนามรบ…
ทหารที่ขาดวินัย…เขาจะเอาไปยิงทิ้ง…
ขืนเสี่ยงใช้ทหารประเภทนี้…จะทำให้กองทัพเสียหาย…
และพ่ายแพ้ในสงครามได้…

ผมฟังแล้วตกใจ…
แสดงว่าคนที่ขาดวินัย…เฮงซวย…และไร้ค่ามาก…
ผมก็ถามต่อว่า…ผมขาดวินัยยังไง..?
มันบอกว่า…
นี่เป็นจุดอ่อนของผู้บริหารไทยทุกคน…
ที่มันมองเห็นคือ…เวลาที่ลูกน้องทำผิด…
ยืนดูเฉย…ไม่เรียกมาว่ากล่าวตักเตือน…
ผมบอกว่า…มันเป็นความผิดเล็กน้อย…หยุมหยิมเกินไป…
มันบอกว่า…วันนี้เป็นความผิดเล็กน้อย…
แต่พรุ่งนี้…มันจะใหญ่ขึ้น…
และถ้ายังไม่เตือน…
เดือนหน้ามันจะใหญ่ขึ้น 30 เท่า…

และถ้ายังไม่เตือน…
อีก 3 เดือน…มันจะใหญ่มาก…เป็น 100 เท่า…

จนทำให้หลายคนเดือดร้อน…รวมทั้งมึงด้วย…
และเมื่อถึงวันนั้น…มีคนไปเตือน…ไปลงโทษ…ไอ้คนทำผิด…
มันจะถามว่า…
กูทำผิดอะไร…
กูทำแบบนี้มา 3 เดือนแล้ว…ไม่เห็นมีใครว่าอะไร…
มึงเป็นใคร…มาเสือกอะไรเรื่องของกู…เจ้านายกูยังไม่ยุ่ง

แล้วหลังจากนั้น…ก็ไม่มีใครว่ากล่าวตักเตือนมันได้…
จนกว่าจะเกิดเหตุใหญ่โต…จนควบคุมไม่อยู่…
เดือดร้อนกันทั้งบริษัท…หายนะกันทั่วทั้งประเทศ…
ผมฟังแล้วยิ้มๆ…นึกเถียงในใจว่า…
เหตุการณ์แบบนี้…ไม่มีทางเกิดขึ้นกับกูหรอก…เพราะกูเก่ง…

หลังจากนั้นไม่นาน…ประมาณ 3 หรือ 4 เดือน…
ลูกน้องของผม…ขับรถ…ชนเครื่องบิน…
นำหายนะมาสู่ผม…และบริษัท…ชนิดที่รับมือไม่ทัน…
สาเหตุเป็นเพราะ…
ขาดวินัย…
เหมือนกับที่เจ้านายฝรั่ง…เคยด่าผมไว้…เปี๊ยบเลย…

เรื่องมีอยู่ว่า…
ทุกเช้าก่อนนำรถออกไปทำงานในสนามบิน…
มันต้องเช็คความพร้อมของรถ 25 รายการ…
ตาม Check list ที่เขาทำไว้…
แต่คนไทย…มันเก่งมาก… 25 ข้อ…เช็คเสร็จภายใน 1 นาที…
ทำเครื่องหมายถูก…ทั้ง 25 ข้อ…ภายใน 1 นาที…
โดยไม่ต้องดูรถ…แล้วเซ็นชื่อกำกับ…แสดงว่า…เช็คแล้ว…

ไม่ต้องเช็คหรอกเจ้านาย…เช็คทำไมทุกวัน…เมื่อวานก็เช็คแล้ว…
เมื่อคืนนี้…รอบกลางคืนก็เช็คแล้ว…รถไม่มีปัญหาหรอก…

ทำไมถึงต้องเช็คทุกวัน…มันบ่อยเกินความจำเป็น…
ผมก็พยักหน้าเห็นด้วย…

พอรถชนเครื่องบิน…ก็ทำการสอบสวน…
ปรากฏว่า…รถคันนี้…ไม่ได้เช็คสภาพนานกว่า 6 เดือนแล้ว…
แต่มันมีบันทึกว่า…เช็ควันละ 2 ครั้งทุกวัน…ตลอด 6 เดือนเต็ม…
เพราะมันใช้วิธีเช็คแบบเดียวกัน…คือขีดเฉพาะ Check list…
แต่ไม่ได้ตรวจสภาพรถจริงๆ…

จากเหตุการณ์วันนั้น…ผู้เกี่ยวข้องถูกลงโทษกันถ้วนหน้า…
ผมในฐานะผู้บริหาร…ที่รับผิดชอบในวันนั้น…
เกือบถูกไล่ออก…
ดีแต่ว่า…กรรมเก่าที่ทำไว้ดี…
คือประวัติและผลงานของผมยอดเยี่ยม…มาตลอด…
เลยช่วยให้รอดไปได้่ครั้งหนึ่ง…
คนไทยทั้งหมด…ที่ทำงานที่นั่น…
เสียศักดิ์ศรี…อย่างรุนแรง…

พวกฝรั่งมองคนไทย…ด้วยสายตาดูถูกเหยียดหยาม…
ว่าเป็นพวก…ไม่ได้เรื่อง…เฮงซวย…ไม่มีวินัย…
ทำผิดคนเดียว…
ถูกประนามกันทั่วประเทศ…

ตั้งแต่วันนั้นเป็นต้นมา…
ผมให้ความสำคัญของเรื่องวินัย…เป็นอันดับหนึ่ง…

เห็นใครทำผิดกฏระเบียบ…ผิดวินัย…ผมเข้าไปเตือน…ทันที…
โดยไม่ลังเลแม้แต่น้อย…
ไม่ว่าความผิดที่ทำนั้น…มันจะเล็กน้อยแค่ไหน…
เพื่อยุติการทำผิด…ให้หยุดอยู่แค่ตรงนั้น…ไม่ขยายวงต่อ…
และได้รับการแก้ไขให้ถูกต้อง…ในการทำครั้งต่อไป…

แล้วผมก็นำบทเรียนที่ล้ำค่าที่สุดในชีวิตนี้…
มาเป็นแบบอย่าง…ในการเลี้ยงลูก…
ไม่ว่าลูกจะทำผิดเรื่องเล็กน้อยแค่ไหน…
ผมจะรีบเข้าไปเตือน…และกำชับว่า…
อย่าทำแบบนี้อีกเด็ดขาดนะลูก…
ทำให้ลูก…เป็นคนที่มีวินัยเข้มข้น…
อะไรไม่ดี…อะไรไม่ถูกต้อง…ไม่ทำ…
ผู้คนที่อยู่รอบข้าง…ไม่มีใครเดือดร้อน…
ชีวิตครอบครัวมีความสุขสมบูรณ์…

“ພະຍາກັ້ງຮົ່ມຂຽວ” ໃນຄວາມຊົງຈຳຂອງຂ້າພະເຈົ້າ

ຂຽນເມື່ອ November 17, 2013, ໃນຫມວດ ນິທານທັມ. (ອ່ານ 1,193 ຄັ້ງ)

ຢູ່ໆ ກໍຄິດຮອດເລື່ອງ “ພະຍາກັ້ງຮົ່ມຂຽວ” ທີ່ເຄີຍຮຽນມາສະໄໝຕອນຢູ່ປະຖົມ ເລື່ອງລາວເວົ້າຮອດສອງສະຫາຍນ້ອຍທີ່ໄປພົບກັບໝໍດູ ໝໍດູທຳນາຍທາຍທັກວ່າ ສະຫາຍຜູ່ນຶ່ງເມື່ອເຕີບໃຫຍ່ຂຶ້ນມາຈະລຳບາກຍາກເຂັນ ຫາຢູ່ຫາກິນບໍ່ໄດ້ ຕ້ອງເປັນທີ່ອົດຍາກລຳບາກຮ້າຍ ສ່ວນສະຫາຍອີກຄົນເມື່ອເຕີບໃຫຍ່ຂຶ້ນມາຈະສະບາຍ ບໍ່ຕ້ອງຫາຢູ່ຫາກິນກໍມີຄົນເອົາມາໃຫ້ກິນ ກາຍເປັນພະຍາກັ້ງຮົ່ມຂຽວຊະເອີຍ…

ເມື່ອໄດ້ຮູ້ຊະຕາຂອງຕົນດັ່ງນັ້ນແລ້ວ ສະຫາຍຜູ່ນຶ່ງຈຶ່ງເກີດຄວາມຢ້ານກົວວ່າຈະເປັນໄປຕາມຄຳໝໍດູ ຈຶ່ງພະຍາຍາມເຮັດວຽກຢ່າງໜັກ ຕັ້ງອົກຕັ້ງໃຈທຸກຢ່າງເພື່ອໃຫ້ຕົນນັ້ນມີຢູ່ມີກິນ ອົດສາລຳບາກພຽນເຮັດພຽນຫາແຕ່ຄາວນ້ອຍ ຈົນເມື່ອເຕີບໃຫຍ່ພາຍລຸນມາກາຍເປັນເສດຖີຜູ່ມີຊັບສິນເປັນອັນມາກ ບໍ່ໄດ້ເປັນດັ່ງຄຳໝໍດູວ່າໃນໄວເດັກ ແລະເມື່ອຮອດເວລານັ້ນເອງ ສະຫາຍຜູ່ທຳອິດຈຶ່ງພິນິດພິຈາລະນາເຖິງຄຳເວົ້າຂອງໝໍດູ ແລະຄິດຮອດສະຫາຍຂອງຕົນໃນຍາມນ້ອຍວ່າເປັນຢູ່ແນວໃດແລ້ວ ປານນີ້ຄົງກາຍເປັນພະຍາກັ້ງຮົ່ມຂຽວໄປແລ້ວໜໍ!

ເມື່ອມີຄວາມຄິດດັ່ງນັ້ນແລ້ວ ກໍຈຶ່ງໄດ້ເດີນທາງໄປຊອກຫາສະຫາຍເກົ່າຂອງຕົນຢູ່ສະຖານທີ່ທີ່ເຄີຍພົບໝໍດູ ປາກົດເຫັນຊາຍຜູ່ນຶ່ງ ເສື້ອຜ້າຂາດຫ້ຽນ ເນື້ອໂຕເປື້ອນໄປດ້ວຍຝຸ່ນແລະດິນ ແຕ່ເມື່ອພິຈາລະນາເຖິງໃບໜ້າແລ້ວ ກໍລະນຶກໄດ້ວ່າ ໂອ! ນີ້ຄືສະຫາຍເກົ່າຂອງເຮົາ ເຫດໃດຈຶ່ງມາຢູ່ບ່ອນແບບນີ້ໄດ້? ເຫດໃດຈຶ່ງບໍ່ໄປເປັນພະຍາກັ້ງຮົ່ມຂຽວຄືຄຳໝໍດູໜໍ?

ສະຫາຍຜູ່ນຶ່ງຈຶ່ງເຂົ້າໄປຫາແລ້ວກ່າວທັກທາຍ ພ້ອມຖາມສາລະທຸກສຸກດິບຂອງສະຫາຍຕົນທີ່ພັດພາກຈາກກັນໄປດົນນານ ເມື່ອສອບຖາມແລ້ວ ສະຫາຍອີກຜູ່ນຶ່ງກໍໄດ້ຕອບວ່າ ກໍໃນຄາວເມື່ອໝໍດູໄດ້ທຳນາຍເຮົາສອງສະຫາຍໃນຄັ້ງນັ້ນແລ້ວ ເຮົາກໍເກີດຄວາມປະມາດ ຄິດໄປວ່າຕົນນັ້ນຈະໄດ້ດີໃນກາລະເບື້ອງໜ້າເມື່ອເຕີບໃຫຍ່ໂດຍບໍ່ຕ້ອງເຮັດສິ່ງໃດ ກໍດ້ວຍເຫດນັ້ນແລ ຈຶ່ງບໍ່ຕັ້ງໃຈທຳມາຫາລ້ຽງຊີບ ຈຶ່ງດຳລົງຊີວິດຢູ່ດ້ວຍຄວາມປະມາດ ຈົນຕົນຕ້ອງກາຍມາເປັນຂໍທານຢູ່ກ້ອງຮົ່ມໄມ້ຂຽວນີ້

ເມື່ອສະຫາຍຜູ່ນຶ່ງໄດ້ຟັງເລື່ອງລາວແລ້ວ ກໍຄິດໃນໃຈວ່າ ນີ້ຄົງເປັນກຸດສະໂລບາຍຂອງໝໍດູທີ່ຕ້ອງການສອນເຮົາເປັນແທ້ ກໍດ້ວຍກຸດສະໂລບາຍນັ້ນເອງ ທີ່ເຮັດໃຫ້ເຮົາກາຍເປັນຄົນດຸໝັ່ນຂະຫຍັນທຳມາຫາລ້ຽງຊີບ ຈົນເຮັດໃຫ້ມີຊີວິດສຸກສະບາຍ ມີສິນຊັບແລະບໍລິວານເປັນອັນມາກ ດັ່ງນີ້ແລ.

Tags:

ອັດຕາຄວາມໜ້າຈະເປັນຂອງຄົນຈຳນວນຫຼາຍ

ຂຽນເມື່ອ November 17, 2013, ໃນຫມວດ ຊີວິດ. (ອ່ານ 1,351 ຄັ້ງ)

ກຳລັງຄິດເລື່ອງນຶ່ງ ຄືເລື່ອງຄວາມໜ້າຈະເປັນໄປໄດ້ຂອງພຶດຕິກຳຄົນຈຳນວນຫຼາຍໃນສັງຄົມ

ເລື່ອງທີ່ຄິດມັນຄອບຄຸມເຖິງຫຼາຍໆແງ່ມຸມຂອງຄວາມຄິດຄົນທີ່ດຳເນີນຢູ່ ຄິດວ່າທິດສະດີນີ້ມັນຄ້າຍໆກັບການເກັບສະຖິຕິຕົວຢ່າງຂອງຄົນຈຳນວນຫຼາຍ ແລ້ວເບິ່ງອັດຕາຄວາມໜ້າຈະເປັນຂອງກຸ່ມຄົນທີ່ມີລັກສະນະ (pattern) ເຫຼົ່ານັ້ນຂອງສາດ physiognomy ຫຼື feng shui (ທີ່ເນັ້ນໄປເລື່ອງຕຶກອາຄານບ້ານເຮືອນ) ຂອງຄົນຈີນ ເຊິ່ງມັນກໍອາດຈະຖືກ ຫຼືບໍ່ຖືກ ແຕ່ສ່ວນໃຫຍ່ຈະມີແນວໂນ້ມໄປໃນທາງນັ້ນໆ

ມີເລື່ອງນຶ່ງທີ່ມັກສັງເກດແມ່ນພຶດຕິກຳຂອງການເລືອກຄູ່ຂອງມະນຸດ ຫຼັງຈາກທີ່ສັງເກດມາໄດ້ໄລຍະນຶ່ງ ເຫັນວ່າໂດຍທົ່ວໄປແລ້ວ ມີແນວໂນ້ມທີ່ຈະຄາດເດົາໄດ້ ເຖິງວ່າອັດຕາໂຕແປມັນຈະມີຈຳນວນຫຼາຍກໍຕາມ ແຕ່ມັນພັດມີໂຕແປຫຼັກໆ ບໍ່ຈັກຢ່າງເທົ່ານັ້ນເອງ ເພາະເລິກໆ ແລ້ວສິ່ງທີ່ຝັງຢູ່ລົງໄປມັນຢູ່ໃນ gene ທີ່ສືບທອດກັນມາຂອງທັງຊາຍແລະຍິງ ຄືພື້ນຖານທີ່ເຮັດໃຫ້ລັກສະນະຄວາມເປັນໄປໄດ້ຕ່າງໆ ມັນໂດດເດັ່ນຈົນສາມາດຈັບທາງໄດ້

ຢ່າງນຶ່ງທີ່ສັງເກດຄື ອັດຕາຄວາມໜ້າຈະເປັນໄປໄດ້ ຂອງການແຍກທາງລະຫວ່າງຄູ່ຮັກ ທີ່ມີການສະແດງອອກເຖິງຄວາມຮັກລະຫວ່າງກັນແລະກັນ ໃຫ້ກັບສາທາລະນະໄດ້ຮັບຮູ້ ຈາກທີ່ສັງເກດມາ ຄິດວ່າເປັນກໍລະນີທີ່ພົບເຫັນໄດ້ງ່າຍ ເກັບຂໍ້ມູນໄດ້ງ່າຍ ແຕ່ທ້າຍທີ່ສຸດແລ້ວ ການຈະເກັບຂໍ້ມູນຈົນສາມາດອ້າງອີງໄດ້ແບບສາດຂອງຈີນນັ້ນ ຕ້ອງໃຊ້ຈຳນວນໂຕຢ່າງນັບພັນນັບໝື່ນເລີຍ ເຊິ່ງບໍ່ໜ້າຈະເປັນໄປໄດ້ໃນຊ່ວງຊີວິດດຽວ ເອ້ະ… ຫຼືວ່າໄປສຶກສາ physiognomy ດີກວ່າ?

 

Tags: , , , ,

ບັນຫາ ບັນຫາ ບັນຫາ

ຂຽນເມື່ອ November 15, 2013, ໃນຫມວດ ຊີວິດ. (ອ່ານ 1,823 ຄັ້ງ)

ຊີວິດກັບບັນຫາ ມັນຊ່າງເປັນຂອງທີ່ຄູ່ກັນຈົນແຍກບໍ່ອອກວ່າອັນໃດແມ່ນອັນໃດ

ດົນມາແລ້ວມີຄົນທີ່ສຳຄັນຫຼາຍຄົນນຶ່ງບອກວ່າ ທຸກຄົນກໍມີບັນຫາກັນຫັ້ນລະ ເຈົ້າກໍມີບັນຫາ ຂ້ອຍກໍມີບັນຫາ ທຸກຄົນລ້ວນແຕ່ມີບັນຫາຂອງໃຜຂອງລາວ ເຊິ່ງກໍຈິງແທ້ແນວນັ້ນ…

ບັນຫາ ບາງທີມັນກໍດີກວ່າ ຖ້າເຮົາເກັບໄວ້ຄົນດຽວແລ້ວຈັດການມັນເອງຊະ ຢ່າໄປແບ່ງໃຫ້ຄົນອື່ນ ເຊິ່ງເຂົາກໍມີບັນຫາຂອງເຂົາຢູ່ແລ້ວ ເວັ້ນເສຍແຕ່ເຂົາຈະມາຂໍບັນຫານຳເຮົາໄປຕື່ມ.

 

ລະຫັດໄປສະນີລາວ

ຂຽນເມື່ອ October 21, 2013, ໃນຫມວດ ສັງຄົມ. (ອ່ານ 43,437 ຄັ້ງ)

ເຄີຍສົງໄສມາດົນແລ້ວວ່າລະຫັດໄປສະນີແຕ່ລະເຂດ ແຕ່ລະແຂວງມັນແມ່ນຫຍັງ ແຕ່ກໍຊອກຫາຂໍ້ມູນບໍ່ໄດ້ ຈົນໃນທີ່ສຸດໝູ່ສະນິດທີ່ຢູ່ຫຼວງພະບາງກໍຊອກມາໃຫ້ ຕ້ອງຂອບໃຈຫຼາຍໆ

ໃນໂອກາດນີ້ກໍໂພສໄວ້ນີ້ເລີຍເພື່ອຈະໄດ້ນຳໃຊ້ນຳກັນ

(more…)

Tags: , , , ,

ປະສົບການໄປສຳພາດ VISA USA

ຂຽນເມື່ອ May 24, 2012, ໃນຫມວດ ຊີວິດ. (ອ່ານ 2,878 ຄັ້ງ)

ເນື່ອງຈາກມີໂອກາດໄດ້ເຂົ້າຮ່ວມງານ Google I/O ເຊິ່ງທາງ Google ຈັດຂຶ້ນ ແລະກໍເຊີນໃຫ້ບັນດາ GTUG Manager ໄປກັນ ໂດຍມີ subsidy ໃຫ້ສຳລັບບາງກໍລະນີ ແລະເຮົາກໍໄດ້ເປັນນຶ່ງໃນນັ້ນ ກໍເລີຍວ່າໄດ້ໄປນຳເພິ່ນ.

ການຍື່ນ VISA ບາດນີ້ ກໍບໍ່ມີຫຍັງຍາກ ສາມາດຂຽນແບບຟອມໄດ້ໃນເວັບໄຊສະຖານທູດອາເມລິກາເລີຍ ແລ້ວເຂົາກໍຈະໃຫ້ຂຽນເອກະສານໂຄດຍາວ ຍາວແລ້ວຍາວອີກ ຂຽນ (ພິມ) ຈົນເມື່ອຍຂຽນ ແລ້ວກໍສົ່ງໄປ ພ້ອມແນບຮູບໄປນຳ ຈາກນັ້ນກໍເລືອກມື້ສຳພາດ ແລ້ວກໍພິມລາຍລະອຽດອອກມາເປັນເຈ້ຍ 2-3 ໃບ ມີເຈ້ຍ Online Nonimmigrant Visa Application (DS-160) ແລ້ວກໍ Appointment Confirmation ນອກນັ້ນກໍໃຫ້ແນບຮູບ 2x2cm ໄປນຳ ກໍເລີຍຖ່າຍແລ້ວໄປພິມກຽມໄວ້

ຮອດມື້ມາ ກໍໄປສຳພາດ ເຊິ່ງຢູ່ວຽງແມ່ນຕ້ອງໄປສະຖານທູດເມກາຢູ່ແຖວທາດດຳ ເຂົານັດ 10 ໂມງເຊົ້າ ກໍໄປຕອນ 9:30 AM ໄປຮອດແລ້ວກໍໄປຝາກມືຖື ແລ້ວກໍເອົາບັດຄິວມາ ຈາກນັ້ນໄປນັ່ງຖ້າ ຖ້າໄດ້ປະມານ 10 ນາທີເຂົາບອກວ່າ ໃຜທີ່ຍັງບໍ່ທັນຍື່ນຟອມ ໃຫ້ໄປຍື່ນປ່ອງ 1 ກໍເລີຍໄປຍື່ນ ໂດຍສົ່ງແບບຟອມ DS-160 ພ້ອມກັບ Passport ແລ້ວກໍຈ່າຍເງິນ $160 (ແຕ່ກ່ອນແມ່ນ $140 ແຕ່ດຽວນີ້ຂຶ້ນລາຄາແລ້ວ)

ຈາກນັ້ນກໍນັ່ງຖ້າອີກປະມານ 20 ນາທີ ມີຄົນແຈ້ງບອກໃຫ້ໄປປ່ອງ 3 ເພື່ອສະແກນລາຍນິ້ວມື ຈາກນັ້ນກໍໃຫ້ກັບໄປນັ່ງຖ້າ ກໍນັ່ງຖ້າໄປອີກປະມານ 20 ນາທີ ຖ້າຈົນເຫງົານອນ ບັງເອີນພໍດີມີຄົນຮູ້ຈັກຢູ່ສະຖານທູດຍ່າງມາລົມນຳ ແກ້ເຫງົານອນໄດ້ເຕີບນຶ່ງ ແລ້ວກໍນັ່ງເຫງົານອນຕໍ່ ຈົນຮອດຕອນເຂົາເອີ້ນໄປສຳພາດຢູ່ປ່ອງເບີ 5

ເຂົາກໍຖາມວ່າ ເຈົ້າຊິໄປເຮັດຫຍັງ ເມກາຫັ້ນ? ແລ້ວທີ່ຜ່ານມາ ໄປປະເທດອື່ນຫັ້ນ ໄປເຮັດຫຍັງ? ແລ້ວດຽວນີ້ເຮັດຫຍັງຢູ່? ເຮັດນຳໃຜ? ເຮັດໃຫ້ໃຜ? ມີເມຍມີລູກຫຼືຍັງ? ມີນາມບັດບໍ່? (ຫະ!?) ເຄີຍຮຽນຢູ່ໃສ? ແລ້ວອັນໄປເມການິ ໃຜຈ່າຍໃຫ້? ແລ້ວເປັນຫຍັງເຂົາຈ່າຍໃຫ້? ມີຄວາມສຳພັນກັນແນວໃດ? ຖາມຈົນແລ້ວໆ ເຂົາກໍໄປນັ່ງພິມໆ ຢູ່ໜ້າຄອມ ແລ້ວກໍບອກວ່າ ມື້ອື່ນ 3:30 PM ມາເອົາ Passport ເດີ

ຈົບ ໃຊ້ເວລານັ່ງຖ້າ 1 ຊົ່ວໂມງໂດຍປະມານ ແລ້ວກໍສຳພາດ 6 ນາທີ ແລ້ວກໍກັບ

ສະຫຼຸບແລ້ວຂັ້ນຕອນການຍື່ນເອກະສານຫຍັງຕ່າງໆ ແມ່ນບໍ່ຍາກ ສ່ວນວ່າຜ່ານບໍ່ຜ່ານ ຂຶ້ນກັບວ່າເຮົາມີ back ດີບໍ່ ຖ້າເອກະສານພ້ອມ ເຫດຜົນ (ວ່າຈະບໍ່ໄປຢູ່ພຸ້ນເລີຍ) ພ້ອມ ກໍຜ່ານງ່າຍໆ

Tags: , ,