Comment Ranking

ຂຽນເມື່ອ April 19, 2007, ໃນຫມວດ ເທັກໂນໂລຢີ. (ອ່ານ 2,128 ຄັ້ງ)

ມື້ນີ້ລົງປລັກອິນໃຫມ່ Comment Ranking ໃຊ້ໄວ້ສຳຫລັບຕິດດາວໄວ້ຫລັງຊື່ ຂອງຄົນທີ່ໂພສຕ໌ໃນບລັອກຫລາຍ ​ໆ ເຊິ່ງ 10 ໂພສຕ໌ຈະນັບເປັນ 1 ດາວ ມີທັງຫມົດ 5 ດາວເປັນຈຳນວນສູງສຸດ

ໂຫລດມາຈາກບລັອກນີ້

Technorati Tags: comment ranking, ປລັກອິນ, plugin, au8ust, real me, wordpress

ພາບບັນຍາກາດງານສົງການຢູ່ຫລວງພະບາງ

ຂຽນເມື່ອ April 18, 2007, ໃນຫມວດ ບ້ານເມືອງ, ຝອຍໃຫ້ຟັງ. (ອ່ານ 2,870 ຄັ້ງ)

ເບິ່ງທັງຫມົດໄດ້ຈາກລິງກ໌ Picasa Web Album

ປ.ລ. ນາງສັງຂານປີນີ້ຊື່ວ່າ “ສະລັກເພັດ ສີອຸດົມພັນ” ອາຍຸ 18 ປີ

Technorati Tags: ສົງການ, ບຸນປີໃຫມ່, ຮູບພາບ, ປີໃຫມ່ລາວ, ບຸນເດືອນຫ້າ, ແຫ່ນາງສັງຂານ, au8ust

ເງິນລາວແບບເກົ່າ

ຂຽນເມື່ອ April 13, 2007, ໃນຫມວດ ບ້ານເມືອງ. (ອ່ານ 8,217 ຄັ້ງ)

ທີ່ມາ – UBRU.ac.th [via]

! ຄາຖາວິເສດ !

ຂຽນເມື່ອ April 10, 2007, ໃນຫມວດ ທັມມະ. (ອ່ານ 3,020 ຄັ້ງ)

ອັດຕາຫິ ອັດຕະໂນນາໂຖ

ໂກຫິ ນາໂຖ ປະໂຣສິຍາ

ອັດຕາຫິ ສຸທັນເຕນະ ນາຖັງ ລະພະຕິ ທຸນລະພັງ

…ງົງລ່ະບໍ່? ອິອິ

…ເລື່ອນ ໆ ລົງໄປອ່ານອີກໜ້ອຍໜຶ່ງດີກວ່າ…

ອັດຕາຫິ ອັດຕະໂນນາໂຖ

ຕົນແລຍ່ອມເປັນທີ່ເພິ່ງແຫ່ງຕົນ


ໂກຫິ ນາໂຖ ປະໂຣສິຍາ

ຄົນອື່ນໃດໃຜຈະເປັນທີ່ເພິ່ງໃຫ້ເຮົາໄດ້


ອັດຕາຫິ ສຸທັນເຕນະ ນາຖັງ ລະພະຕິ ທຸນລະພັງ

ເມື່ອເຮົາເຝິກຕົນເອງດີແລ້ວ ຍ່ອມຈະໄດ້ທີ່ເພິ່ງອັນປະເສີດ ອັນບຸກຄົນອື່ນຈະໄດ້ໂດຍຍາກ

ເປັນຄຳສອນທີ່ອົງສົມເດັດພະສັມມາສັມພຸດທະເຈົ້າ ໄດ້ໃຫ້ໄວ້ແກ່ເຫລົ່າພະພິກສຸເມື່ອ ໒໕໐໐ ປີມາແລ້ວ ເປັນຄຳສອນທີ່ມີຄວາມຫມາຍເລິກເຊິ່ງກິນໃຈຫລາຍສຳຫລັບຂ້າພະເຈົ້າ ຫາກຄົນທີ່ບໍ່ເຄີຍສຶກສາພະພຸດທະສາດສະໜາມາກ່ອນແລ້ວ ເມື່ອໄດ້ຍິນປະໂຫຍກທີ່ວ່າ “ຕົນແລຍ່ອມເປັນທີ່ພຶ່ງແຫ່ງຕົນ” ຄົງຈະຄິດຄັດຄ້ານຂຶ້ນມາທັນທີ ແຕ່ຄວາມຈິງແລ້ວ ມັນມີຄວາມຫມາຍອັນຍິ່ງຍວດທີ່ບໍ່ອາດຈະເບິ່ງຂ້າມໄປໄດ້ເລີຍ

ເວລາທີ່ຂ້າພະເຈົ້າສິ້ນຫວັງ ຂ້າພະເຈົ້າຈະຄິດເຖິງຄາຖານີ້ສະເຫມີ (ພ້ອມຄຳແປ) ບໍ່ແມ່ນສະເພາະຄາຖານີ້ ທຸກ ໆ ຄາຖາລ້ວນມີໄນຍະສະເຫມີ ເສຍດາຍຄົນຮຸ່ນຫລັງບໍ່ເຂົ້າໃຈເຖິງກຸດສະໂລບາຍຂອງເຈົ້າຂອງຄາຖາ ມັກຄິດໄປວ່າ ທ່ອງແລ້ວຈະໄດ້ດີເອງ ບໍ່ຕ້ອງເຮັດຫຍັງ ພຽງທ່ອງເປັນນົກແກ້ວນົກຂຸນທອງກໍ່ພໍ

ຄາຖາ ກໍ່ຄືຄຳເວົ້າທຳມະດາ ໆ ທີ່ບໍ່ທຳມະດາຢ່າງຫນຶ່ງ ບຸລຸດຜູ້ມີສະຕິ ເມື່ອໄດ້ຟັງ ໄດ້ພິຈາລະນາແລ້ວ ຍ່ອມເລັງເຫັນສາລະໃນຄຳເວົ້ານັ້ນ ໆ

Technorati Tags: ທຳມະ, ທັມມະ, ພະພຸດທະເຈົ້າ, ຄາຖາວິເສດ, ຄາຖາ, ແກ້ຈົນ, au8ust, realme

the_crash_compilation__8.swf

ຂຽນເມື່ອ April 10, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 1,515 ຄັ້ງ)



The Hole – video powered by Metacafe

ປະໂຫຍກເດັດ ໆ (#2)

ຂຽນເມື່ອ April 9, 2007, ໃນຫມວດ ຊີວິດ. (ອ່ານ 3,028 ຄັ້ງ)

ຫາກທ່ານຕ້ອງການໃຫ້ສະຕີນາງໜຶ່ງ ຈົດຈຳແລະຄິດເຖິງທ່ານຕະຫລອດເວລາ ມີສອງວິທີ
ທາງທີ່ໜຶ່ງ ໄດ້ແກ່ການເຮັດໃຫ້ນາງຮັກທ່ານ ທາງທີ່ສອງຄືເຮັດໃຫ້ນາງແຄ້ນທ່ານ
ປະການທີ່ໜຶ່ງເຮັດໄດ້ຍາກ ແຕ່ປະການທີ່ສອງຮັບຮອງວ່ານາງຈະບໍ່ມີວັນລືມເລືອນທ່ານຕະຫລອດການ

*ເກັດຄວາມຮູ້: ສະຕີເມື່ອຕາຍແລ້ວ ອະໄວຍະວະທີ່ແຂັງຕົວຊ້າທີ່ສຸດຄືລີ້ນ ເພາະໃນຮ່າງກາຍຂອງສະຕີອະໄວຍະວະທີ່ໃຊ້ງານຫລາຍທີ່ສຸດຄືລີ້ນ

ທີ່ມາ – a@x

Technorati Tags: ປະໂຫຍກເດັດ, ສະຕີ, ຮັກ, ຄວາມຮັກ, ຊັງ, ຄວາມຊັງ, ອະໄວຍະວະ, realme, au8ust

YouTube

ຂຽນເມື່ອ April 5, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ. (ອ່ານ 1,644 ຄັ້ງ)

ເອີ.​.. ຫາກໍ່ສັງເກດວ່າ YouTube ໃນລາວ ຕອນນີ້ກໍ່ໃຊ້ບໍ່ໄດ້ຄືກັນ O_O!!

Technorati Tags: youtube, ໃນລາວ, ລາວ, blocked, ຖືກບລັອກ

ປະໂຫຍກເດັດ ໆ

ຂຽນເມື່ອ April 4, 2007, ໃນຫມວດ ຊີວິດ. (ອ່ານ 2,798 ຄັ້ງ)

ດາວຕົກມັນວູບດຽວກໍ່ຜ່ານໄປ ບໍ່ມີໃຜສາມາດອະຖິຖານທັນດອກ
ນອກຈາກຮູ້ຕົວກ່ອນວ່າຈະມີດາວຕົກປະກົດ ແຕ່ຈະມີຜູ້ໃດສາມາດລ່ວງຮູ້ດາວຈະຕົກເມື່ອໃດ?
ຂ້າພະເຈົ້າລ້ວນວ່າເປັນການຫລອກລວງທັງສິ້ນ

ທີ່ມາ – engr

ປະຕິກູນມະນະສິການບັບພະ

ຂຽນເມື່ອ April 3, 2007, ໃນຫມວດ ທັມມະ. (ອ່ານ 2,802 ຄັ້ງ)

[໒໗໗] ດູກ່ອນພິກສຸທັງຫລາຍ ອີກຂໍ້ຫນຶ່ງ ພິກສຸຍ່ອມພິຈາລະນາເຫັນກາຍນີ້ແຫລະ ແຕ່ພື້ນຕີນຂຶ້ນໄປ ແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບ ເຕັມໄປດ້ວຍຂອງບໍ່ສະອາດມີປະການຕ່າງ ໆ ​ວ່າ ມີຢູ່ໃນກາຍນີ້ ຜົມ ຂົນ ເລັບ ແຂ້ວ ໜັງ ເນື້ອ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ຜັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ທົບ ອາຫານໃຫມ່ ອາຫານເກົ່າ ດີ ສະເຫຼດ ໜອງ ເລືອດ ເຫື່ອ ມົນຂົ້ນ ນ້ຳຕາ ມັນເຫຼວ ນ້ຳລາຍ ນ້ຳມູກ ໄຂຂໍ້ ມູດ ດູກ່ອນ ພິກສຸທັງຫລາຍ ປຽບເໝືອນໄຖ້ມີປາກສອງຂ້າງ ເຕັມດ້ວຍທັນຍະຊາດຕ່າງຊະນິດຄື ເຂົ້າສາລີ ເຂົ້າເປືອກ ຖົ່ວຂຽວ ຖົ່ວເຫຼືອງ ງາ ເຂົ້າສານ ບຸຣຸດຜູ້ມີໄນຕາດີແກ້ໄຖ້ນັ້ນແລ້ວ ພຶງເຫັນວ່າ ນີ້ເຂົ້າສາລີ ນີ້ເຂົ້າເປືອກ ນີ້ຖົ່ວຂຽວ ນີ້ຖົ່ວເຫຼືອງ ນີ້ງາ ນີ້ເຂົ້າສານ ສັນໃດ ພິກສຸກໍ່ສັນນັ້ນເໝືອນກັນ ຍ່ອມພິຈາລະນາເຫັນກາຍນີ້ແຫລະ ແຕ່ພື້ນຕີນຂຶ້ນໄປ ແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບ ເຕັມດ້ວຍຂອງບໍ່ສະອາດມີປະການຕ່າງ ໆ​ ວ່າ ມີຢູ່ໃນກາຍນີ້ ຜົມ ຂົນ ເລັບ ແຂ້ວ ໜັງ ເນື້ອ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ຜັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ທົບ ອາຫານໃຫມ່ ອາຫານເກົ່າ ດີ ສະເຫຼດ ໜອງ ເລືອດ ເຫື່ອ ມັນຂົ້ນ ນ້ຳຕາ ມັນເຫຼວ ນ້ຳລາຍ ນ້ຳມູກ ໄຂຂໍ້ ມູດ ດັງພັນລະນາມາສະນີ້ ພິກສຸຍ່ອມພິຈາລະນາເຫັນກາຍໃນກາຍພາຍໃນແດ່ ພິຈາລະນາເຫັນກາຍໃນກາຍພາຍນອກແດ່ ພິຈາລະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່ ພິຈາລະນາເຫັນທັມຄື ຄວາມເກີດຂຶ້ນໃນກາຍແດ່ ພິຈາລະນາເຫັນທັມຄື ຄວາມເສື່ອມໃນກາຍແດ່ ພິຈາລະນາເຫັນທັມຄື ທັງຄວາມເກີດຂຶ້ນທັງຄວາມເສື່ອມໄປໃນກາຍແດ່ ຍ່ອມຢູ່ອີກຢ່າງໜຶ່ງ ສະຕິຂອງເຈົ້າທີ່ຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍ່ພຽງສັກແຕ່ວ່າຄວາມຮູ້ ພຽງສັກວ່າອາໄສລະລຶກເທົ່ານັ້ນ ເຈົ້າເປັນຜູ້ອັນຕັນຫາແລະທິຖິບໍ່ອາໄສຢູ່ແລ້ວ ແລະບໍ່ຖືໝັ້ນສິ່ງໃດ ໆ ໃນໂລກ ດູກ່ອນພິກສຸທັງຫລາຍ ຢ່າງນີ້ແລ ພິກສຸຊື່ວ່າພິຈາລະນາເຫັນກາຍໃນກາຍຢູ່ ຯ

ຈົບປະຕິກູນມະນະສິການບັບພະ

Technorati Tags: ທັມມະ, ທັມ, ປະຕິກູນມະນະສິການບັບພະ, ພຸດທະສາດສະນາ, ປຕິກູລມນສິກາຣບຣຣພ, realme, au8ust

ສານລັບ!!!?

ຂຽນເມື່ອ April 1, 2007, ໃນຫມວດ ຊີວິດ, ຝອຍໃຫ້ຟັງ, ເທັກໂນໂລຢີ. (ອ່ານ 2,816 ຄັ້ງ)

ສອງມື້ກ່ອນ (ວັນທີ່ 30) ມີຄົນໃຊ້ Live Contact Form ໃນບລັອກ au8ust.org ສົ່ງຄວາມຄິດເຫັນມາໃຫ້ ມື້ນີ້ຫາກໍ່ເປີດເມລເຫັນ ເພາະວ່າໃຊ້ເນັດບໍ່ໄດ້ສອງມື້ ເປັນອາການເກົ່າຫັ້ນລ່ະ (ອ່ານໄດ້ໃນໂພສຕ໌ເກົ່າ)

ພໍເປີດເມລອ່ານ ກໍ່ປະກົດວ່າ…

mail.PNG

ອືມ… ແລ້ວຂ້າພະເຈົ້າຈະອ່ານເຂົ້າໃຈບໍ່ເນາະມາແບບນີ້ -_-)???

(more…)