Invisible CAPTCHA

ຂຽນເມື່ອ July 2, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ. (ອ່ານ 1,446 ຄັ້ງ)

ມື້ກ່ອນຂະນະທີ່ກຳລັງຊອກຫາເວບໄຊຕ໌ສຳຫລັບສົ່ງຂໍ້ຄວາມ SMS ທົ່ວໂລກຢູ່ນັ້ນ ບັງເອີນໄດ້ໄປພົບກັບເວບໄຊຕ໌ແຫ່ງຫນຶ່ງ ທີ່ຄາດວ່າ ຫນ້າຈະສົ່ງໄດ້ ແຕ່ວ່າເພິ່ນໃຫ້ລົງທະບຽນເປັນສະມາຊິກກ່ອນ ກໍ່ເລີຍດຳເນີນການໄປຕາມຂັ້ນຕອນ

ພໍໃສ່ຊື່ ໃສ່ເບີໂທ ໃສ່ນັ້ນນີ້ຄົບຖ້ວນແລ້ວ ກໍ່ເລື່ອນມາລຸ່ມສຸດ ເຂົາຈະໃຫ້ໃສ່ລະຫັດເພື່ອປ້ອງກັນ spam register ແຕ່ວ່າ ປະກົດວ່າລະບົບ Image Verification ຂອງເວບນັ້ນ ຊ່າງມາພິດສະດານເຫລືອເກີນ ນອກຈາກຈະສາມາດປ້ອງກັນ bot ແລ້ວ ຍັງປ້ອງກັນໄດ້ຮອດ human​ ອີກ!

ຢູ່ທີ່ວິທີການ

ຂຽນເມື່ອ June 19, 2007, ໃນຫມວດ ຊີວິດ. (ອ່ານ 4,480 ຄັ້ງ)

ຊາຍຄົນຫນຶ່ງ ໃຫ້ຫມາຂອງລາວກິນນ້ຳມັນຕັບປາທຸກມື້ ເພາະເຊື່ອວ່າຈະສົ່ງຜົນດີຕໍ່ມັນ ແຕ່ວ່າການຈະໃຫ້ມັນກິນນັ້ນ ເປັນເລື່ອງຍາກຫລາຍ ເພາະລາວຕ້ອງໃຊ້ສອງຂານັ້ນ ຫນີບຫົວມັນໄວ້ບໍ່ໃຫ້ມັນດິ້ນ ແລ້ວງ້າງປາກຖອກນ້ຳມັນຕັບປາລົງໄປ

ມື້ຫນຶ່ງ ຫມາຂອງລາວດິ້ນຫລຸດຈາກລາວ ເຮັດໃຫ້ນ້ຳຕັບປາຄວ່ຳເຕັມພື້ນ ແລ້ວລາວກໍ່ປະຫລາດໃຈທີ່ເຫັນຫມາຂອງລາວ ເລຍນ້ຳມັນຕັບປາເທິງພື້ນຈົນຫມົດ ນີ້ເຮັດໃຫ້ລາວຮູ້ວ່າ ບໍ່ແມ່ນນ້ຳມັນຕັບປາດອກທີ່ສ້າງບັນຫາ ແຕ່ເປັນວິທີການຂອງລາວທີ່ໃຫ້ມັນກິນຕ່າງຫາກ

ໂດຍ ເດີ ເມວໂລ

ຈາກ:
ອີ້ຈິງ ສາດແຫ່ງການປ່ຽນແປງເພື່ອຄວາມສຳເລັດ
ຫນ້າ ໕໐, ບົດທີ່ ໕ ຖອຍອອກມາເບິ່ງ

[via iFew]

ຈະຢູ່ຄຽງຂ້າງກັນໄປຈົນວັນສຸດທ້າຍ ຂອງລົມຫາຍໃຈ

ຂຽນເມື່ອ June 13, 2007, ໃນຫມວດ ຄວາມຮັກ. (ອ່ານ 4,185 ຄັ້ງ)

ຮູ້ດີວ່າເສັ້ນທາງຂ້າງຫນ້ານີ້ຕ້ອງລຳບາກທຸກຍາກ ແຕ່ກໍ່ຈະເດີນໄປ ບໍ່ຍອມຖອຍຫລັງເດັດຂາດ

ສັ້ນ ໆ​ ແຕ່ໄດ້ໃຈຄວາມ ^_^

ຄວາມລັບກັບຄວາມຮັກ

ຂຽນເມື່ອ June 11, 2007, ໃນຫມວດ ຄວາມຮັກ. (ອ່ານ 2,411 ຄັ້ງ)


ຄວາມລັບ…ໄດ້ຍິນວ່າມັກເປັນສີດຳ

ຄວາມຮັກ…ຈື່ໄດ້ວ່າເປັນສີຊົມພູ

ຄວາມລັບ…ຕ້ອງກະຊິບຂ້າງ ໆ ຫູ

ຄວາມຮັກ…ອາດຮັບຮູ້ໄດ້ດ້ວຍໃຈ

ຄວາມລັບ…ຕ້ອງມີການວາງແຜນ

ຄວາມຮັກ…ຈະຈັກຫມື່ນແສນກໍ່ຍັງຍິ່ງໃຫຍ່

ຄວາມລັບ…ຖ້າບອກຈະບໍ່ລັບອີກຕໍ່ໄປ

ຄວາມຮັກ…ໄດ້ຟັງເມື່ອໃດກໍ່ຍັງຄົງງົດງາມ

ຄວາມລັບ…ຟັງແລ້ວອາດສົງໄສ

ຄວາມຮັກ…ມັກບໍ່ຕ້ອງມີຄຳຖາມ

ຄວາມລັບ…ຕ້ອງເກັບໄວ້ໃຫ້ດີຄືນິຍາມ

ຄວາມຮັກ…ອາດບໍ່ຕ້ອງໃຫ້ຄຳຈຳກັດຄວາມມາປະປົນ

ຄວາມລັບ…ຈະບໍ່ບອກໃຫ້ໃຜຮູ້

ຄວາມຮັກ…ຢາກໃຫ້ໄດ້ຟັງຢູ່…ກໍ່ສຸກລົ້ນ

ຄວາມລັບ…ເຂົ້າໄປຫລາຍຈະວົກວົນ

ຄວາມຮັກ…ພຽງຢູ່ໃນໃຈໃຜຈັກຄົນ…ກໍ່ພຽງພໍ

Human error line-breaking

ຂຽນເມື່ອ June 10, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 4,008 ຄັ້ງ)

ພໍດີອ່ານຂ່າວເລື່ອງຕົວຕັດຄຳໄທຢ່າງເປັນທາງການຂອງ Firefox ມາ ກໍ່ເລີຍຄິດອອກວ່າ ເລື່ອງຕັດຄຳນີ້ ຢ່າວ່າແຕ່ຄອມພິວເຕີເລີຍ ຂະຫນາດວ່າຄົນແທ້ ໆ ກໍ່ຍັມີບັນຫາກັບການຕັດຄຳ ມັນມີຢູ່ວ່າ ສະໄຫມຮຽນ ຫລາຍປີແລ້ວ ຕັ້ງແຕ່ຕອນຍັງຢູ່ ປ. 3 ພູ້ນ ຕອນນັ້ນມີຫມູ່ໃນຫ້ອງຄົນຫນຶ່ງຊື່ວ່າ “ປຸ”

ປຸເປັນຄົນແປກຢູ່ຢ່າງຫນຶ່ງໃນໃນສາຍຕາເຮົາເມື່ອຕອນນັ້ນ ເພາະວ່າ ເຖິງວ່າຕອນນັ້ນຈະຍັງເປັນເດັກນ້ອຍ ແຕ່ເຫັນພຶດຕິກຳການຂຽນພາສາລາວຂອງປຸແລ້ວ ເຮັດໃຫ້ເກີດຄວາມງຸນງົງ ເພາະວ່າປຸຫັ້ນ ເວລາຂຽນ ໆ ໄປ ມັນຈະເປັນແບບນີ້…
(more…)

ຄວາມຊວຍອັນປະເສີດ

ຂຽນເມື່ອ June 10, 2007, ໃນຫມວດ ຊີວິດ, ບ້ານເມືອງ, ຝອຍໃຫ້ຟັງ, ສັງຄົມ, ເທັກໂນໂລຢີ. (ອ່ານ 2,946 ຄັ້ງ)

ມື້ວານນີ້ໄຟດັບ ດັບມັນກໍ່ດັບຫມົດມື້ ດັບແຕ່ເຊົ້າຈົນຄ່ຳ ພໍໄຟມັນດັບແລ້ວກໍ່ຍາກ ເພາະວ່າໃດ ໆ ກໍ່ລ້ວນແຕ່ຕ້ອງອາໄສໄຟຟ້າ ພໍມັນບໍ່ມີໄຟຟ້າໃຊ້ກໍ່ຍາກໄປຫມົດ ຄອມກໍ່ເປີດບໍ່ໄດ້ ໂທລະສັບທີ່ມັນໃຊ້ໄຟຟ້າກໍ່ໃຊ້ບໍ່ໄດ້ ມືຖືແບັດຫມົດກໍ່ສາກບໍ່ໄດ້ ຮ້ອນກໍ່ຕ້ອງວີເອົາ ຯລຯ

ວ່າຊິຕິດຕັ້ງກ້ອງວົງຈອນປິດ ແຕ່ວ່າຍັງບໍ່ມີສາຍ ກ້ອງມັນມີ 8 ຕົວ ຕ້ອງຕິດຕັ້ງອ້ອມ ໆ ສະຖານທີ່ ລາກສາຍໄປມາ ຫນ້າຈະໃຊ້ຄວາມຍາວປະມານ 50 ແມັດ ແຕ່ວ່າໂທຖາມຢູ່ວຽງແລ້ວເພິ່ນບໍ່ວ່າ ສາຍ AV ຂະຫນາດ 2 ແມັດລາຄາ 15,000 ກີບ!! ຄິດມາແລ້ວຫນັກໃຈ ດ້ານສາຍສອງແມັດຍັງ 15 ພັນແລ້ວ ເອົາເປັນ 50 ແມັດຊິປານໃດ

ອືມ ບາງທີຕ້ອງປ່ຽນໃຊ້ສາຍ Cable ເອົາ ແຕ່ວ່າຖ້າໃຊ້ Cable ມັນຕ້ອງປ່ຽນຫົວແຈັກພ້ອມ ຕ້ອງລອງໂທໄປຖາມຢູ່ທ່າສະເດັດກ່ອນວ່າເຂົາມີຫົວແຈັກແບບ Cable ບໍ່

ເລກງາມ ^_^

ຂຽນເມື່ອ June 2, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 2,615 ຄັ້ງ)

FireStats

Laosnet

ຂຽນເມື່ອ May 17, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ. (ອ່ານ 3,500 ຄັ້ງ)

ພໍດີກວດເບິ່ງສະຖິຕິການເຂົ້າຊົມບລັອກ ແລ້ວໄປເຫັນມີ Referrer ມາຈາກ http://laosnet.orgfree.com/laosnet.swf ກໍ່ເອະໃຈວ່າ ອ້າວ ມາແຕ່ຫົນໃດເວບນີ້ ພໍເປີດໄປເບິ່ງກໍ່ພົບກັບ…

Laosnet

 

ບໍ່ແນ່ໃຈວ່າ ເຂົາເຮັດກ່ຽວກັບຫຍັງ ຖ້າໃຜສົນໃຈກໍ່ແວະໄປໄດ້ທີ່ Laosnet ເອງເດີ້ ~

ໄດ້ຍິນວ່າ… ແຜ່ນດິນໄຫວ!

ຂຽນເມື່ອ May 16, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 2,613 ຄັ້ງ)

Earthquake

ປະມານຕອນບ່າຍ 3 ໂມງວັນທີ່ 16 ວ່າຊັ້ນ ແຕ່ວ່າ ຢູ່ຫລວງພະບາງບໍ່ເຫັນຊິຮູ້ສຶກຫຍັງເລີຍ -_-“

ຕະຫລົກຮ້າຍ : ຫນຸ່ມນ້ອຍ IT ກັບ ລຸງຊາວທະເລ

ຂຽນເມື່ອ May 14, 2007, ໃນຫມວດ ຊີວິດ, ເທັກໂນໂລຢີ. (ອ່ານ 4,303 ຄັ້ງ)

ຫນຸ່ມນ້ອຍກຳລັງຈະຂ້າມຝາກໄປຫາເກາະແຫ່ງໜຶ່ງ ໂດຍອາໄສລຸງຊາວປະມົງພາຍເຮືອພາໄປ ແລະເມື່ອມາຮອດກາງທະເລນັ້ນ…

ຫນຸ່ມນ້ອຍ : ລຸງ ລຸງມີມືຖືຫຼືບໍ່? ຂ້ອຍຈະໄດ້ໂທເອີ້ນລຸງຕອນກັບ
ລຸງ : ບໍ່ມີດອກພໍ່ໜຸ່ມ ລຸງມີຫຍັງກໍ່ຍ່າງໄປຫາ ບໍ່ຕ້ອງໃຊ້ມືຖືດອກ
ຫນຸ່ມນ້ອຍ : ຕາຍ ໆ ນີ່ລຸງ ຖືວ່າຕາຍໄປແລ້ວ 25% ແລ້ວເດີ້ນີ້

…ຫນຸ່ມນ້ອຍກໍ່ລົມໂທລະສັບກາງທະເລກັບໝູ່ ແລ້ວລຸງກໍ່ພາຍເຮືອຕໍ່ໄປ…


ຫນຸ່ມນ້ອຍ : ນີ່ລຸງ ເຄີຍຫຼິ້ນເນັດບໍ່? ເຂົ້າເວບນີ້ແມະ ຂໍ້ມູນກ່ຽວກັບປາທະເລ ມີວິທີການຈັບປາ ແຫລ່ງຂາຍ ແລ້ວຄລິກດຽວກໍ່ຂາຍໄດ້ທົ່ວໂລກເລີຍ

ລຸງ : ລຸງກໍ່ຈັບພໍກິນ ຖ້າເຫລືອກໍ່ເອົາໄປຂາຍເທົ່ານັ້ນແຫລະ
ຫນຸ່ມນ້ອຍ : ຕາຍ ໆ ລຸງເຮັດວຽກແບບນີ້ຊິລວຍໄດ້ແນວໃດ ມືຖືບໍ່ມີ ຄອມບໍ່ມີ ເນັດກໍ່ບໍ່ມີ ແບບນີ້ເທົ່າກັບວ່າຕາຍໄປແລ້ວ 75%
ລຸງ : ລຸງຖາມແດ່ ລອຍນ້ຳເປັນບໍ່?
ຫນຸ່ມນ້ອຍ : ລອຍບໍ່ເປັນດອກລຸງ ໂອຍ…​ໃຜຊິເຮັດເປັນທຸກຢ່າງເດ້
ລຸງ : ລຸງວ່າໂຕຫັ້ນຊິຕາຍແນ່ ໆ 100% ເພາະຄື່ນຍັກກຳລັງມາຈາກທາງນັ້ນແລ້ວ!!!