ກຽມຍ້າຍໄປ Ubuntu #໒

ຂຽນເມື່ອ January 23, 2009, ໃນຫມວດ ເທັກໂນໂລຢີ. (ອ່ານ 3,099 ຄັ້ງ)

ຕອນທີ່ສອງ ຫຼັງຈາກທີ່ມື້ຄືນວານນີ້ຂຽນໄປແລ້ວສ່ວນໜຶ່ງ ມື້ນີ້ຄຶດອອກອີກວ່າ ນອກຈາກໂປຣແກຣມແລ້ວ ຍັງມີ settings ຂອງໂປຣແກຣມອີກ ເຊັ່ນວ່າ Firefox ເພາະໃຊ້ຕະຫຼອດ ຂາດບໍ່ໄດ້ ແລ້ວກໍ່ບໍ່ຢາກເລີ່ມໃໝ່ໝົດ ສຳລັບຕອນນີ້ຈະຂຽນເລື່ອງຍ້າຍ Firefox ຈາກ Windows ໄປ Ubuntu

ເລື່ອງ Bookmarks ອັນນີ້ Foxmarks ຊ່ວຍໄດ້ ມີຂ້າມ platform ສະບາຍ ໆ ສຳລັບບັນດາ Addons ອັນນີ້ໂຫຼດໃໝ່ກໍ່ໄດ້ ແຕ່ບັນຫາທີ່ຈະມີແມ່ນ ພວກ cookies, history, etc.. ພວກນີ້ສຳຄັນ ໂດຍສະເພາະ history ເພາະຄ້ານພິມໃໝ່ໝົດ ຕອນນີ້ຍັງຄຶດຫາທາງບໍ່ໄດ້ ແຕ່ເບື້ອງຕົ້ນແມ່ນ ຕ້ອງເກັບຂໍ້ມູນໃນ %appdata%\Mozilla\Firefox ແລ້ວຄ່ອຍຊອກວິທີເອົາຍັດເຂົ້າໄປໃນ Ubuntu ໃຫ້ໄດ້

ຕາມນັ້ນ

update: ຄຶດອອກອີກຢ່າງແມ່ນ FileZilla ອັນນີ້ກໍ່ໃຊ້ປະຈຳ ແລ້ວກໍ່ຂາດບໍ່ໄດ້ ເພາະວ່າມີລາຍຊື່ເວັບໄຊທີ່ຕ້ອງໃຊ້ຢູ່ ຄ້ານແກ້ໄຂໃໝ່. FileZilla ມີລະບົບ Export ຄ່າຕ່າງ ໆ ໄວ້ແລ້ວ ສະດວກດີ ສາມາດ export ໄດ້ທັງລາຍຊື່ເວັບໃນ site manager, settings, ແລະ queue ເປັນ XML ໄວ້ import ຕອນຍ້າຍໄປ Ubuntu ໄດ້ 🙂

update ໒: WinMerge ໃຊ້ Meld ແທນ

Tags: , , , , , , , , ,

ກຽມຍ້າຍໄປ Ubuntu

ຂຽນເມື່ອ January 22, 2009, ໃນຫມວດ ເທັກໂນໂລຢີ. (ອ່ານ 3,110 ຄັ້ງ)

ຄືນນີ້ໂຫຼດ http://cdimage.ubuntu.com/releases/jaunty/alpha-3/jaunty-desktop-i386.iso ມາປະໄວ້ ແລ້ວກໍ່ຈັດລາຍການຕ່າງ ໆ ກ່ອນ ວ່າຕ້ອງເຮັດຫຍັງແດ່ ເບື້ອງຕົ້ນຂຽນລາຍຊື່ໂປຣແກຣມຕ່າງ ໆ ທີ່ຈະຍ້າຍໄປ Ubuntu ກ່ອນວ່າຈະໃຊ້ໂຕໃດດີ

  • Photoshop -> GIMP
  • Adobe Reader -> ບໍ່ແນ່ໃຈ ໜ້າຈະບໍ່ຍາກ
  • Advanced Find and Replace 3 -> ຖ້າບໍ່ມີແທ້ ໆ ກໍ່ໃຊ້ grep ເອົາ -*-
  • AppServ -> ສົງໄສຕ້ອງລົງເອງ
  • FileZilla -> Linux ກໍ່ມີ
  • FlashGet -> ອາດຈະລອງ MultiGet ຫຼືໃຊ້ wget ແທນ
  • Microsoft Office -> OpenOffice
  • Notepad++ -> ໃນ Linux ບໍ່ມີ ແຕ່ໃຊ້ຜ່ານ WINE ໄດ້ ຖ້າຫຍຸ້ງຍາກຫຼາຍກໍ່ Gedit ໄປກ່ອນ
  • RealVNC -> ມີຄືກັນ
  • WLM -> Gaim ຫຼື aMSN
  • WinRAR -> 7-Zip ແຕ່ 7-Zip ມັນ compress RAR ບໍ່ໄດ້
  • XnView -> ມີໃນ Linux
  • uTorrent -> ໃຊ້ຜ່ານ WINE ຫຼືໃຊ້ Transmission

ມື້ນີ້ຄຶດອອກເທົ່ານີ້ ຕອນໃຊ້ແທ້ ໆ ໜ້າຈະມີບັນຫາຫຼາຍຢ່າງ ແຕ່ວ່າ ທີ່ແນ່ ໆ ແມ່ນບໍ່ມັກ font rendering ໃນ Ubuntu ມັນບໍ່ຖືກໃຈປານໃດ ພໍດີໄປເຫັນ Fonts like Mac ສົງໄສຊິໃຊ້ອັນນີ້

ດຽວມື້ອື່ນວ່າກັນ (ຖ້າທັນ)

Tags: , ,

Required Install Media

ຂຽນເມື່ອ January 22, 2009, ໃນຫມວດ ຂອງແປກ, ເທັກໂນໂລຢີ. (ອ່ານ 1,849 ຄັ້ງ)

i saw this from my friend’s tweet

Fedora

24 discs o.O

and image from http://kanarip.fedorapeople.org/Fedora-9-Everything-Spin-CD.png

Tags: ,

ຢາດີເຈັບທ້ອງ

ຂຽນເມື່ອ January 22, 2009, ໃນຫມວດ ບ້ານເມືອງ, ຝອຍໃຫ້ຟັງ. (ອ່ານ 3,318 ຄັ້ງ)

ຢາດີເຈັບທ້ອງ ຜົງນ້ຳຕານເກືອແຮ່

ໃນສູດຕຳລັບ ໑ ຊອງປະກອບດ້ວຍຕົວຢາສາມັນຄື

  • Sodium Chloride 0.875 g.
  • Sodium Bicarbonate 0.625 g.
  • Potassium Chloride 0.375 g.
  • Glucose – Anhydrous 5.000 g.

ຫຼືໃນສູດຕຳລັບ ໑ ຊອງປະກອບດ້ວຍຕົວຢາສຳຄັນຄື

  • Sodium Chloride 0.875 g.
  • Trisodium Citrate Dihydrate 0.725 g.
  • Potassium Chloride 0.375 g.
  • Glucose Anhydrous 5.000 g.

ສັບພະຄຸນ ແມ່ນທົດແທນການເສຍນ້ຳໃນຜູ້ປ່ວຍທີ່ມີອາການເຈັບທ້ອງຖ່າຍ ຫຼືໃນອາການທີ່ອາຈຽນຫຼາຍ ໆ ແລະປ້ອງກັນການຊັອກເນື່ອງຈາກຮ່າງກາຍຂາດນ້ຳ

ວິທີໃຊ້ ເທຢາທັງຊອງລະລາຍລົງໃນນ້ຳສະອາດ ເຊັ່ນ ນ້ຳຕົ້ມສຸກທີ່ເຢັນແລ້ວປະມານ ໒໕໐ ມິລີລີດ ຫຼືປະມານ ໑ ແກ້ວ ໃຫ້ດື່ມຫຼາຍ ໆ ເມື່ອອາການດີຂຶ້ນ ຖ້າຍັງຖ່າຍຢູ່ອີກ ໃຫ້ດື່ມຫຼາຍຂຶ້ນຕື່ ຖ້າອາຈຽນ ໃຫ້ດື່ມເທື່ອລະນ້ອຍແຕ່ດື່ມເລື້ອຍ ໆ

ຂະໜາດການນຳໃຊ້ ເດັກອາຍຸນ້ອຍກວ່າ ໒ ປີ ໃຫ້ດື່ມສານລະລາຍເກືອແຮ່ປະມານ ໑ ແກ້ວ ຕໍ່ການຖ່າຍທ້ອງ ໑ ຄັ້ງ ຫຼືຕາມຄວາມກະຫາຍຂອງຜູ້ປ່ວຍ

ເດັກອ່ອນ ອາຍຸເຖິງ ໒ ປີ ໃຫ້ດື່ມເທື່ອລະໜ້ອຍ ສະລັບກັບນ້ຳລ້າປະມານ ໓ ຊອງຫຼືຫຼາຍພໍທີ່ຜູ້ປ່ວຍຕ້ອງການຈົນກວ່າອາການຈະດີຂຶ້ນ

ຄຳເຕືອນ ໑. ຫາກເປັນໂລກຫົວໃຈ ຄວນປຶກສາແພດກ່ອນໃຊ້ ໒. ຖ້າມີອາການອາຈຽນຫຼາຍ ເຫື່ອອອກ ຕົວເຢັນ ຫຼືໝົດສະຕິ ຄວນນຳຜູ້ປ່ວຍສົ່ງໂຮງພະຍາບານໂດຍດ່ວນ

ຂໍ້ມູນຈາກ ສະມາຄົມຮ້ານຂາຍຢາໄທ

Tags:

Bookmarks on 2009-01-21

ຂຽນເມື່ອ January 21, 2009, ໃນຫມວດ ບຸກມາກ. (ອ່ານ 4,746 ຄັ້ງ)

ມີຫຼາຍອັນຢາກອ່ານ ແຕ່ບໍ່ໄດ້ອ່ານເທື່ອ ກໍ່ເລີຍ bookmark ໄວ້ອີກຮອບ

Tags: , , , , , , , , ,

Bookmarks on 2009-01-19

ຂຽນເມື່ອ January 19, 2009, ໃນຫມວດ ບຸກມາກ. (ອ່ານ 3,001 ຄັ້ງ)

Tags: , , , , , , , , ,

Bookmarks on 2009-01-16

ຂຽນເມື່ອ January 16, 2009, ໃນຫມວດ ບຸກມາກ. (ອ່ານ 2,791 ຄັ້ງ)

ບໍ່ຄ່ອຍມີເວລາອ່ານກໍ່ເລີຍ bookmark ໄວ້ຢູ່ນີ້ເລີຍດີກວ່າເຫັນດີກວ່າ ຈະໄດ້ເປັນການອັບເດດໄປໃນຕົວ ເພາະປົກກະຕິ bookmark ໃນ Twitter ແລ້ວມັກບໍ່ໄດ້ອ່ານ

ເທື່ອທຳອິດຫຼາຍແດ່ຈັກໜ່ອຍເພາະວ່າດອງ feed ໄວ້ຫຼາຍໂພດ =_=

ຊີວິດ..

ຂຽນເມື່ອ January 9, 2009, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 1,666 ຄັ້ງ)

ມັນຕ້ອງເດີນໜ້າຕໍ່ໄປ : )

ວັນໂຄດເສົ້າໃນຊີວິດຂອງຂ້າພະເຈົ້າ

ຂຽນເມື່ອ January 5, 2009, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 3,669 ຄັ້ງ)

ທັມດາຊີວິດຄົນເຮົາຄັ້ງໜຶ່ງຈະມີເລື່ອງເສົ້າໃຈຫຼາຍໜ້ອຍຂຶ້ນກັບຄົນ ໆ ໄປ ແຕ່ສ່ວນຕົວ ຂພຈ ເອງ ເຫີ້ ~ ຮູ້ສຶກວ່າ ມື້ນີ້ ໂຄດເສົ້າເລີຍພີ່ນ້ອງ !

ອຸກຈາຍຍຍຍຍ ~

Tags:

ຍັງອີກ ໒,໐໐໐ ກີບ

ຂຽນເມື່ອ January 1, 2009, ໃນຫມວດ ຂອງແປກ. (ອ່ານ 2,696 ຄັ້ງ)

ເລື່ອງນີ້ເປັນເຫດການຈິງທີ່ ຂພຈ ຈະເລົ່າ ມັນເກີດຂຶ້ນເມື່ອມື້ຄືນວານນີ້ເອງ ມີຄົນມາປ່ຽນເງິນ ຖືເງິນໂດລາໃບ ໒໐ ກັບໃບ ໑ ມາ ລວມເປັນ ໒໑ ໂດລາ ຄຶດອັດຕາແລກປ່ຽນເປັນ ໘,໔໐໐ ກີບຕໍ່ ໑ ໂດລາເທົ່າກັບ ໑໗໖,໔໐໐ ກີບ ປັດເສດເຫຼືອ ໑໗໖,໐໐໐ ກີບ ກໍ່ເອົາເງິນໃຫ້ໄປ ພ້ອມຄຶດໄລ່ໃນຈັກຄຶດໄລ່ໃຫ້ເພິ່ນເບິ່ງ.

ປະກົດວ່າ ເພິ່ນ (ຄົນທີ່ມາປ່ຽນເງິນ) ບອກວ່າ “ບໍ່ຮູ້” ຂພຈ ຟັງແລ້ວກໍ່ງົງ ເພາະວ່າ ຫາກບໍ່ຮູ້ແລ້ວຊິຮູ້ບໍ່ຫັ້ນວ່າເງິນໃຫ້ຖືກຫຼືໃຫ້ຜິດ ກໍ່ບໍ່ໄດ້ວ່າຫຍັງ ກໍ່ໃຫ້ໄປ ເພິ່ນກໍ່ໄປເພິ່ນ .. ໄປແບບງົງ ໆ

ຫຼັງຈາກນັ້ນອີກປະມານ ໑໕ ນາທີກໍ່ກັບມາໃໝ່ ບອກວ່າ “ບໍ່ພໍ ໒,໐໐໐ ກີບ” ຂພຈ ຟັງແລ້ວກໍ່ງົງ ກໍ່ເລີຍໄລ່ໃຫ້ລາວເບິ່ງ ລາວກໍ່ບອກວ່າ “ບໍ່ຮູ້” .. “ອີກ ໒,໐໐໐ ກີບແລ້ວພໍ” …

ສະຫຼຸບແລ້ວມື້ນັ້ນກໍ່ເລີຍບໍ່ເວົ້າຫຍັງຫຼາຍ ມີແຕ່ຄືນເງິນໄປກໍ່ຈົບ = =a

Tags: , , , ,