ໃນທີ່ສຸດກໍໄດ້ໃຊ້ WPA2!!!

ຂຽນເມື່ອ October 4, 2009, ໃນຫມວດ ເທັກໂນໂລຢີ. (ອ່ານ 2,648 ຄັ້ງ)

ດັ່ງທີ່ຮູ້ໆ ກັນວ່າ WPA ນັ້ນເປັນການເຂົ້າລະຫັດທີ່ບໍ່ປອດໄພອີກຕໍ່ໄປແລ້ວ ເນື່ອງຈາກມີລາຍການ ແລະບົດຄວາມກ່ຽວກັບການ hack ອອກມາຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ການເຂົ້າລະຫັດແບບ WPA ນັ້ນຂາດປະສິດທິພາບດ້ານຄວາມປອດໄພໄປໃນທີ່ສຸດ.

ສຳລັບ Router ທີ່ໃຊ້ຢູ່ບ້ານແມ່ນ Netgear DG834GT ເຊິ່ງເປັນ ADSL Modem + Router + Wireless Access point ໃນໂຕ ໂດຍຕອນທຳອິດສາມາດລະບຸ Security Options ໄດ້ພຽງ WEP, WPA ແລະ WPA-802.1x ເທົ່ານັ້ນ ແຕ່ດ້ວຍຄວາມບັງເອີນ ມື້ນີ້ໄດ້ອ່ານບລັອກຂອງ @sikachu ເລື່ອງ Upstream margin ຕິດລົບ ກໍເລີຍພະຍາຍາມຫາທາງກວດສອບ Upstream margin ໃນ router ທີ່ໃຊ້ ປາກົດວ່າຊອກບໍ່ເຫັນຈັກເທື່ອ, ຈຶ່ງໄດ້ໄປເວັບໄຊຂອງ netgear ເພື່ອກວດສອບ ແລະພົບວ່າ ມີ firmware ໃໝ່ຂອງ router ລຸ້ນທີ່ໃຊ້ຢູ່ນຳ.

ຫຼັງຈາກອ່ານ changelog ແລ້ວ ພົບວ່າຫຍໍ້ໜ້າສຸດທ້າຍລະບຸເລື່ອງທີ່ຕື່ນເຕັ້ນສຸດໆ ນຳ ນັ້ນຄື:

Added support for Wi-Fi Protected Access Version 2 (WPA2) wireless encryption, which is a more powerful encryption method than WPA and which utilizes the Advanced Encryption Standard (AES) block cipher (WPA uses the RC4 stream cipher). To invoke this feature go to Security Options on the Wireless Settings page.

ເມື່ອຮູ້ດັ່ງນັ້ນແລ້ວກໍຈັດການດາວໂຫຼດມາແລ້ວອັບເກຣດຊະ ຕອນນີ້ກໍເລີຍເປັນອັນວ່າໄດ້ໃຊ້ WPA2 ສົມໃຈຢາກ 😀

ອັນທີ່ຈິງກ່ອນໜ້ານີ້ຫຼາຍເດືອນ ເຄີຍພະຍາຍາມຫາທາງໃຊ້ WPA2 ເນື່ອງຈາກມີລູກຄ້າບາງຄົນທຳທ່າວ່າຈະໃຊ້ Wireless ຂອງຮ້ານໂດຍບໍ່ໄດ້ຮັບອະນຸຍາດ ຈຶ່ງຄຶດວ່າໃຊ້ WPA2 ດີກວ່າເພື່ອຄວາມປອດໄພ ແຕ່ຕອນນັ້ນ router ຍັງບໍ່ຮອງຮັບ WPA2 ແລະກໍຍັງບໍ່ມີ firmware ອອກມາ. ດັ່ງນັ້ນຈຶ່ງໄປເອົາ ASUS WL-700gE Router ທີ່ຊື້ມາດອງມາໃຊ້ … ຊ້ຳຮ້າຍ WL-700gE ບໍ່ມີ WPA2 ຄືກັນ -*-

ປ.ລ. ເບິ່ງ Upstream/Downstream margin ຂອງ Netgear ເບິ່ງໄດ້ຈາກເມນູ Maintenance -> Router Status -> Show Statistics

Tags: , , ,

What ever will be will be – Que Sera Sera

ຂຽນເມື່ອ October 2, 2009, ໃນຫມວດ ໄອເດຍ. (ອ່ານ 2,122 ຄັ້ງ)

When I was just a little girl
I asked my mother what will I be?
Will I be pretty, will I be rich?
That’s what she said to me:

ຍາມທີ່ຂ້ອຍຍັງເປັນເດັກນ້ອຍ
ຂ້ອຍຖາມແມ່ວ່າອະນາຄົດຂ້ອຍຈະເປັນຫຍັງ?
ຂ້ອຍຈະໜ້າຮັກ, ຂ້ອຍຈະລ່ຳລວຍບໍ່?
ລາວຕອບຂ້ອຍວ່າ:

Que sera, sera. What ever will be will be
the future’s not ours to see.
Que sera, sera. What will be, will be.

ສິ່ງໃດຈະເກີດນັ້ນ ເຮົາບໍ່ອາດຮູ້ໄດ້
ເຮົາບໍ່ເບິ່ງເຫັນອະນາຄົດ
ສິ່ງໃດຈະເກີດມັນກໍຕ້ອງເກີດ

When I was just I child in school
I asked me teacher, what should I try?
Should I paint pictures, should I sing songs?
This was her wise reply:

ເມື່ອຂ້ອຍເຂົ້າຮຽນ
ຂ້ອຍຖາມຄູວ່າ, ຂ້ອຍຄວນຈະຮຽນຫຍັງ?
ຄວນຮຽນແຕ້ມຮູບບໍ່, ຄວນຮຽນຮ້ອງເພງບໍ່?
ຄູຕອບຂ້ອຍວ່າ:

Que sera, sera. What ever will be will be
the future’s not ours to see.
Que sera, sera. What will be, will be.

ສິ່ງໃດຈະເກີດນັ້ນ ເຮົາບໍ່ອາດຮູ້ໄດ້
ເຮົາບໍ່ເບິ່ງເຫັນອະນາຄົດ
ສິ່ງໃດຈະເກີດມັນກໍຕ້ອງເກີດ

When I grew up and fell in love
I asked my sweetheart, what lies ahead?
Will we have rainbows, day after day?
That’s what my sweetheart said:

ເມື່ອຂ້ອຍໃຫຍ່ຂຶ້ນແລະຫຼົງຮັກຊາຍໜຸ່ມ
ຂ້ອຍຖາມແຟນຂອງຂ້ອຍວ່າ, ອະນາຄົດຈະເປັນເຊັ່ນໃດ?
ຮັກຂອງເຮົາຈະມີແຕ່ຄວາມສົດໃສ, ທຸກວັນເລື້ອຍໄປບໍ່?
ແຟນຂອງຂ້ອຍຕອບຂ້ອຍວ່າ:

Que sera, sera. What ever will be will be
the future’s not ours to see.
Que sera, sera. What will be, will be.

ສິ່ງໃດຈະເກີດນັ້ນ ເຮົາບໍ່ອາດຮູ້ໄດ້
ເຮົາບໍ່ເບິ່ງເຫັນອະນາຄົດ
ສິ່ງໃດຈະເກີດມັນກໍຕ້ອງເກີດ

Now I have children of my own,
They ask their mother, what will I be?
Will I be handsome, will I be rich?
I tell them tenderly:

ຕອນນີ້ຂ້ອຍມີລູກ,
ພວກເຂົາຖາມແມ່ວ່າ, ອະນາຄົດພວກເຂົາຈະເປັນຫຍັງ?
ພວກເຂົາະໜ້າຮັກ, ພວກເຂົາຈະລ່ຳລວຍບໍ່?
ຂ້ອຍຕອບພວກເຂົາວ່າ:

Que sera, sera. What ever will be will be
the future’s not ours to see.
Que sera, sera. What will be, will be.

ສິ່ງໃດຈະເກີດນັ້ນ ເຮົາບໍ່ອາດຮູ້ໄດ້
ເຮົາບໍ່ເບິ່ງເຫັນອະນາຄົດ
ສິ່ງໃດຈະເກີດມັນກໍຕ້ອງເກີດ

Tags: , ,

WiFi (no)switch #2

ຂຽນເມື່ອ September 20, 2009, ໃນຫມວດ ເທັກໂນໂລຢີ. (ອ່ານ 2,381 ຄັ້ງ)

ຈາກກ່ອນໜ້ານີ້ໃນ “WiFi (no)switch” ປາກົດວ່າ ຕອນນີ້ສາມາດແກ້ໄຂບັນຫາໄດ້ແລ້ວ … ໂດຍການໃຊ້ວິທີງ່າຍໆ ເທົ່ານັ້ນເອງ .. ລອງທວາຍກັນເບິ່ງວ່າເຮັດແນວໃດ?

  1. re-assembly switch ເອງໃໝ່ດ້ວຍຕົນເອງ
  2. ໃຊ້ປາຕິຫານ
  3. ສົ່ງໄປຮ້ານແປງ
  4. ໃຊ້ Google

(more…)

Tags: , ,

LE SASHA…. ໄດເປົ່າຜົມແບບແຖມຄວັນ

ຂຽນເມື່ອ September 20, 2009, ໃນຫມວດ ຂອງແປກ. (ອ່ານ 3,612 ຄັ້ງ)

ແມ່ໄປຊື້ໄດເປົ່າຜົມມາ ເພິ່ນບອກວ່າຂອງໄທ ລາຄາ 500 ບາດຕໍ່ອັນ .. ຊື້ມາຕັ້ງຫຼາຍອັນ..

ໄດເປົ່າຜົມ

ຫຼັງຈາກລອງແລ້ວ ຄັ້ງທຳອິດມັນຈະເກີດຄວັນໄໝ້ຂຶ້ນແບບນີ້…

ຄວັນຂຶ້ນ

ເພິ່ນບອກວ່າ “ມັນຕັ້ງເປັນ” -_-‘

WiFi (no)switch

ຂຽນເມື່ອ September 16, 2009, ໃນຫມວດ ເທັກໂນໂລຢີ. (ອ່ານ 2,226 ຄັ້ງ)

USB WiFi Adapter

ພໍດີວ່າເຮັດ switch ສຳລັບເປີດປິດ WiFi ໃນ Notebook ຍີ່ຫໍ້ Acer ລຸ້ນ Aspire 5052 ເພ.. ແບບວ່າ ມັນເພມາດົນແລ້ວ ເລື່ອງມັນເກີດຂຶ້ນຕອນປະມານເກືອບສອງປີກ່ອນ ຕອນນັ້ນຄອມມັນຮ້ອນຂຶ້ນນັບມື້ນັບຮ້ອນ ແລ້ວພໍດີໄປອ່ານເຫັນໃນເວັບບອດນຶ່ງ ເພິ່ນວ່າຂອງເພິ່ນຮ້ອນຫຼາຍ ກໍເລີຍແກະ NB ມາປັດຝຸ່ນແລ້ວກໍ… bingo ມັນກໍເຊົາຮ້ອນ.

ກໍເລີຍໄປລອງນຳ ປາກົດວ່າ… ໄຂໄປໄຂມາ ສຸດຍາກກກ!! ໄຂແລ້ວບາດນີ້ປິດຄືນບໍ່ໄດ້ອີກ ບັນດານັອດກໍເຫຼືອກັນເຕັມ ທີ່ໂຊກຮ້າຍກໍຄື ຕອນປິດນັ້ນ ໄປເຮັດ switch ທີ່ເປັນຢາງຍື່ນອອກມາສຳລັບປິດເປີດ WiFi ຫັກ… ນັບແຕ່ນັ້ນມາຈຶ່ງຕ້ອງໃຊ້ເຫຼັກເຂົ້າໄປແຍ່ເພື່ອໃຫ້ມັນເປີດແທນ… ຫາເລື່ອງໂດຍແທ້ -_-‘

WiFi switch

ຕາມຮູບທາງເທິງ ຈະເຫັນວ່າ ບໍ່ມີສະວິດສຳລັບເປີດປິດແລ້ວ ເພາະມັນຫ້ຽນໄປ .. ທຳອິດມັນບໍ່ໄດ້ຫ້ຽນຂະໜາດນັ້ນ ແຕ່ເກີດຂຶ້ນຍ້ອນວ່າ ໄປແຍ່ແຮງໂພດຈົນມັນຫັກ ກໍເລີຍຄວັດໆໆໆ ອອກມາຈົນໝົດ 555+

ທີ່ເຫຼືອເຊື່ອກໍຄື ປາກົດວ່າມັນໃຊ້ໄດ້!!! ຕອນນີ້ກາຍເປັນ ບໍ່ມີ switch ສຳລັບເປີດປິດ ແຕ່ມັນກໍເປີດໄວ້ຕະຫຼອດ (ຍັງບໍ່ໄດ້ລອງ shutdown) ເອີ.. ກໍດີຄືກັນ..

ເສດ switch

ຮູບທາງເທິງ ເສດຂອງ switch ທີ່ເຫຼືອ = =”

Tags: , , ,

ຂ້າ AhnRpta.exe ດ້ວຍ ComboFix

ຂຽນເມື່ອ September 11, 2009, ໃນຫມວດ ເທັກໂນໂລຢີ. (ອ່ານ 2,649 ຄັ້ງ)

ສອງສາມມື້ກ່ອນໜ້ານີ້ ເມຍເອົາ USB drive ມາໃສ່ຄອມ ປາກົດວ່າສັງເກດເຫັນໄວຣັສ ເນື່ອງຈາກເວລາຄລິກໆ ແລ້ວມັນເປີດເປັນໜ້າໃໝ່ ແທນທີ່ຈະເຂົ້າໃນໜ້າເກົ່າ ກໍເລີຍກວດສອບເບື້ອງຕົ້ນໂດຍໃຊ້ຄຳສັ່ງ dir /a ໃນ cmd ປາກົດວ່າມີໄຟລ໌ autorun.inf ແລະໄຟລ໌ .exe ອື່ນໆ ອີກຈຳນວນນຶ່ງ ທີ່ເປັນໄວຣັດ .. USB drive ໂຕນັ້ນໃຊ້ສະເພາະວຽກຢູ່ທະນາຄານ ເຊິ່ງເປັນໄປໄດ້ວ່າ ອາດຕິດມາຈາກທະນາຄານນັ້ນເອງ .. ຊວຍ 10 ຫາຍ -*-

ທຳອິດໃຊ້ວິທີແກ້ໂດຍການລຶບດ້ວຍມື ກໍສັ່ງ attrib filename.ext -r -s -h ແລ້ວ del filename.ext ປາກົດວ່າ ບໍ່ໄດ້ຜົນ ມັນມີຫຼາຍເກີນໄປ

ວິທີຕໍ່ມາ ລົງ AVG Free Edition 8.5 ແລະຢ່າງບໍ່ຕ້ອງສົງໄສ ມັນບໍ່ໄດ້ຜົນ ກາຍເປັນວ່າ AVG ກວດບໍ່ພົບໄວຣັດຕ່າງໆ ເລີຍ ເຈິແຕ່ພວກ trojan ແລະ malware ເລັກໆນ້ອຍໆ ໄຣ້ສາລະ (ຮວມເຖິງ cookies ທີ່ອາດເປັນອັນຕະລາຍ) ແຖມຍັງເຮັດໃຫ້ເຄື່ອງຊ້າລົງອີກ ແລະທີ່ສຳຄັນ ມັນອັບເດດບໍ່ໄດ້ ໂດຍບໍ່ສາມາດແກ້ໄຂໄດ້ອີກ -*-

ວິທີທີ່ສາມ ໃຊ້ HijackThis ແນ່ນອນວ່າ ບໍ່ໄດ້ຜົນ ເພາະໄວຣັດມັນຝັງຮາກເລິກລົງໃນລະບົບ ຈຶ່ງເປັນອັນວ່າ ຕ້ອງຫາວິທີໃໝ່

ວິທີ່ສຸດທ້າຍ ຈັດການ Googling ຫາຂໍ້ມູນ ແລະໄດ້ຄຳຕອບວ່າ ໃຊ້ ComboFix ກໍໄປໂຫຼດມາໃຊ້ ເຊິ່ງເວັບທີ່ດາວໂຫຼດແມ່ນ combofix.org ເຊິ່ງປາກົດວ່າ ເມື່ອໂຫຼດມາແລະເຂົ້າໂປຣແກຣມແລ້ວ ມັນແຈ້ງວ່າ ໂປຣແກຣມນີ້ບໍ່ກ່ຽວກັບເວັບ combofix.org (ອ້າວ!) ຖ້າໂຫຼດຈາກເວັບດັ່ງກ່າວມາ ໃຫ້ໄປໂຫຼດໃໝ່ຈາກບ່ອນອື່ນຈະເປັນການປອດໄພ (ອ້າວວວ) ກໍຢ່າມັນ ໃຊ້ໆ ມັນໄປຫັ້ນລະ ເມື່ອຄລິກຜ່ານເຂົ້າໄປກໍຖາມອັບເດດ ຕອບອັບເດດໄປ ຂຶ້ນໜ້າຈໍສີຟ້າມາ ຖ້າອັບເດດແລ້ວມັນກໍປິດໂປຣແກຣມອື່ນໆ ໄປ (ກຳລັງຕອບກະທູ້ໃນພັນລາວ ຖືກປິດຍ້ອນ). ຫຼັງຈາກນັ້ນແລ້ວກໍຖ້າໃຫ້ ComboFix ຈັດການ fix ລະບົບ ໃຊ້ເວລາດົນພໍສົມຄວນ ແລ້ວກໍ restart ກັບຄືນມາ ພົບວ່າ ໄວຣັສຫາຍໄປແລ້ວ 😀

fin.

Tags: , , , ,

ຈັນເຈົ່າພາດ

ຂຽນເມື່ອ September 1, 2009, ໃນຫມວດ ຮູບເງົາ. (ອ່ານ 2,573 ຄັ້ງ)

ສັງເກດດາບຈັນເຈົ່າ

via – http://www.pantip.com/cafe/wahkor/topic/X8270815/X8270815.html

Tags: , , ,

Bookmarks on 2009-08-31

ຂຽນເມື່ອ August 31, 2009, ໃນຫມວດ ບຸກມາກ. (ອ່ານ 2,790 ຄັ້ງ)

ສະສົມໄວ້ຈົນຄ້ານອ່ານ ຊິລຶບຖິ້ມກໍເສຍດາຍ ເກັບໄວ້ໃນນີ້ເພື່ອອາດໄດ້ມາຊອກອ່ານອີກດີກວ່າ..

Tags: , , , , , , , , , , , , ,

flatland the movie

ຂຽນເມື່ອ August 15, 2009, ໃນຫມວດ ຮູບເງົາ. (ອ່ານ 2,038 ຄັ້ງ)

Tags: , , , ,

ຄະຕິຈາກໜັງ

ຂຽນເມື່ອ August 11, 2009, ໃນຫມວດ ຮູບເງົາ. (ອ່ານ 2,605 ຄັ້ງ)

ເມື່ອເວລານັ້ນຈະມາເຖິງ ເວລາໂລກາຈະໄຫວຫວັ່ນ
ຈິດໃຈຄົນຂາດສະບັ້ນ ບໍ່ໜຽວແໜ້ນພັນກັນ
ສາດສະໜາຊິແບ່ງຊັ້ນ ແຂ່ງດີເດັ່ນຂອງໃຜມັນ
ຜົວເມຍໃຈບໍ່ກົງກັນ ຊິຫ່າງໄປປະຮ້າງ
ປະລູກຫຼານວາງຖິ້ມ ເໝືອນລົມປິວໃບຕອງຫຼົ່ນ
ລູກຫຼານຈຳຈອນຈີ້ ໜີໄລໄກພໍ່ແມ່
ແຜ່ໄປຫຼົບຫຼີກລີ້ ເໝືອນກວາງຢ້ານຫຼີກນາຍພານ
ໃນອະນາຄົດຕະການ ພວກລູກຫຼານລາວເຮົາ
ຈະບໍ່ຮູ້ວ່າ ບ້ານເກີດຂອງປູ່ຍ່າຕາຍາຍຂອງຕົນຢູ່ໃສ

ຂໍ້ຄວາມຕອນຕົ້ນໃນໜັງ “ເນລະຄຸນ” ເບິ່ງໄດ້ຈາກ http://www.youtube.com/watch?v=1P3g3ibJ5yE

Tags: , ,