ຍ້າຍໄປ Ubuntu ແລ້ວ

Posted on January 25, 2009, under ເທັກໂນໂລຢີ.

ຫລັງຈາກທີ່ກຽມການມື້ນຶ່ງໄປນັ້ນ (ຕອນທີ່ , ແລະ ) ມື້ຄືນວານນີ້ເອງກໍ່ຈັດການຕິດຕັ້ງ Ubuntu 8.10 ລົງໃນ Acer Aspire 5052 ເປັນທີ່ຮຽບຮ້ອຍ

ໃນເບື້ອງຕົ້ນພົບວ່າ ບັນຫາ Wireless ເຊິ່ງໃຊ້ AR5007EG ນັ້ນຫຍຸ້ງຍາກພໍສົມຄວນ ຈົນໄດ້ພົບກັບບົດຄວາມໃນ UbuntuGeek ຈຶ່ງເຮັດໃຫ້ຜ່ານພົ້ນໄປໄດ້ ນອກນັ້ນກໍ່ບໍມີບັນຫາຫຍັງຫລາຍ ມີແຕ່ພວກບັນຫາຈຸກຈິກເຊັ່ນວ່າ ຟອນສະແດງຜົນບໍ່ໄດ້ດັ່ງໃຈ ພາສາລາວໃຊ້ keymap ລຸ້ນດຶກດຳບັນ putty ໃນ linux ຣັນຜ່ານ WINE ເປັນຕົ້ນ

ຕໍ່ຈາກນີ້ໄປຄົງຕ້ອງໃຊ້ເວລາປັບຕົວແລະຈັດການຫຍັງຫລາຍຢ່າງພໍສົມຄວນ