ວິທີລຶບ blank line ໃນ TextWrangler

Posted on January 13, 2014, under Mac.

Screen Shot 2014-01-13 at 11.33.19 AM

ທຳມະດາໃນ PC ຈະໃຊ້ Notepad++ ມັນຈະມີເມນູ TextFX ໃຫ້ຄລິກລຶບແຖວທີ່ບໍ່ມີຂໍ້ມູນໄດ້ເລີຍ ແຕ່ໃນ Mac ໃຊ້ TextWrangler ມັນບໍ່ມີເມນູທີ່ວ່າ ແຕ່ກໍສາມາດເຮັດໄດ້ ໂດຍການໃຊ້ຄຳສັ່ງ Search and Replace ແລ້ວເລືອກ Use Grep ຈາກນັ້ນພິມ ^\r ໃສ່ຊ່ອງ Find ແລ້ວປ່ອຍຊ່ອງ Replace ໃຫ້ຫວ່າງໄວ້ ຈາກນັ້ນກໍກົດ Replace ໂປຣແກຣມກໍຈະລຶບໃຫ້ເລີຍ ງ່າຍດີ.