ແກ້ບັນຫາ gamma shift ໃນ VLC

Posted on January 3, 2012, under ເທັກໂນໂລຢີ.

ເວລາ Export ໄຟລ໌ວິດີໂອມາຈາກ Premiere ຫາກວ່າ Export ເປັນ H.264 ມັກຈະເຈິບັນຫານຶ່ງກໍຄື gamma shift ຫຼື washed out ເປັນບັນຫາທີ່ເຮັດໃຫ້ສີສັນ ແລະ contrast ໃນວິດີໂອນັ້ນ ຕ່ຳກວ່າຕົ້ນສະບັບ

ຫຼັງຈາກທີ່ໃຊ້ເວລາຊອກຫາທາງແກ້ໄຂດົນນານ ກໍພົບວ່າ ເປັນສະເພາະກັບຄົນທີ່ໃຊ້ກາດຈໍ NVIDIA ໂດຍໃນ VLC ສາມາດແກ້ໄດ້ຕາມວິທີໃນ http://wiki.videolan.org/VSG:Video:Color_nVidia

ສ່ວນໃນ QuickTime ກໍພົບບັນຫາດຽວກັນ ແກ້ໄຂໄດ້ຕາມ http://www.videocopilot.net/blog/2008/06/fix-quicktime-gamma-shift/