.htaccess ທີ່ສ້າງບັນຫາ

Posted on December 20, 2008, under ເທັກໂນໂລຢີ.

ກ່ອນໜ້ານີ້ສາມສີ່ມື້ ພັນລາວປະກົດວ່າມີ high load ຂຶ້ນສູງຫຼາຍ ສູງຈົນຮອດ load avg 400 ເລີຍ ເປັນເຫດໃຫ້ service ຕ່າງ ໆ ເຮັດວຽກບໍ່ໄດ້ ລົ້ມໄປໃນທີ່ສຸດ

ພະຍາຍາມຫາສາເຫດ ໃນເບື້ອງຕົ້ນຄຶດວ່າເປັນນຳຕົວເວັບເອງທີ່ມີບັນຫາ ກໍ່ໄລ່ຫາສາເຫດຢູ່ຫຼາຍມື້ ບໍ່ວ່າຈະເປັນສ່ວນຂອງ module ຕ່າງ ໆ ຈັດການຮື້ຂຶ້ນໃໝ່ໝົດ ປິດການໃຊ້ງານຈົນໝົດ ກໍ່ຍັງບໍ່ຊ່ວຍຫຍັງ ອັດຕາ load avg ຍັງສູງຜິດປົກກະຕິ ຈົນເອົາໄປຝັນຢູ່ຫຼາຍຄືນ ນອນບໍ່ໄດ້ ນອນແລ້ວໃຈມັນຫ່ວງ server ລົ້ມແນ່ ໆ …

ຈົນຮອດມື້ເຊົ້ານີ້ ຄຶດອອກວ່າ .htaccess ນີ້ໃຫຍ່ແປກ ໆ ໃຫຍ່ເກີນຂະໜາດ ບາງທີມັນອາດຈະເປັນສາເຫດກໍ່ໄດ້ ຕອນນັ້ນເອງຄຶດຄັດຄ້ານໃນໃຈວ່າ ບໍ່ໜ້າຈະເປັນໄປໄດ້ ເພາະກ່ອນໜ້ານີ້ກໍ່ຍັງບໍ່ເປັນຫຍັງ… ແຕ່ກໍ່ລອງເບິ່ງ ປະກົດວ່າ load avg ຕ່ຳຕິດດິນທັນທີ ປະມານ 0.xx ເທົ່ານັ້ນ ເປັນອັນວ່າ ສາມາດແກ້ໄຂບັນຫາໄດ້ໃນທີ່ສຸດ (ຫຼັງຈາກລອງວິທີທີ່ຍາກທີ່ສຸດໄປແລ້ວ)

ເທບບບບບ  = =a