my life, thought, ideas, stuffs, etc…

Tag archive for ‘Linux’

restart cPanel

ທີ່ຜ່ານມາມັກຈະມີບັນຫາເຂົ້າ cPanel ແລະ WHM ບໍ່ໄດ້ຢູ່ເປັນເນືອງນິດ ກໍ່ແກ້ບັນຫາໂດຍການອີເມລຫາ Support ເຊິ່ງເຂົາກໍ່ຕອບມາແບບເກົ່າວ່າ Your cPanel was huge ແລະບອກວ່າ Restart ໃຫ້
ຕອນຫລັງ ໆ ເລີ່ມສົງໄສເລີຍຊອກວິທີເຮັດເອົາເອງ ປະກົດວ່າຕອນນີ້ເຮັດເອງໄດ້ແລ້ວ ໕໕໕
ໃຫ້ຣັນຄຳສັ່ງ
/etc/init.d/cpanel restart Cpanel
ໃນ SSH ຖ້າຈັກຫນ່ອຍກໍ່ຮຽບຮ້ອຍ ຮຶຮຶ

Ubuntu ShipIt (ໃນທີ່ສຸດກໍ່) ມາຮອດແລ້ວ

ຮູ້ສຶກວ່າ ຈະຂໍແຜ່ນ Ubuntu ໄປດົນ ດົນ ດົນ ດົນ ຕັ້ງແຕ່ຕອນມັນຍັງບໍ່ທັນອອກເທື່ອ (Pre-order) ຫນ້າຈະເປັນເກືອບສອງເດືອນແລ້ວ ໃນທີ່ສຸດ ມື້ນີ້ມັນກໍ່ມາຮອດມື ເປັນແຜ່ນຊີດີຟຣີທີ່ຂໍໄດ້ຈາກ https://shipit.ubuntu.com/ ໃຊ້ເວລາສົ່ງປະມານ 2 - 8 ອາທິດ ຫຼືປະມານສອງເດືອນເປັນຢ່າງຊ້າ ເຂົາຈະສົ່ງມາໃຫ້ຟຣີ ມີແຕ່ຖ້າຮັບເອົາຢູ່ບ້ານ

ຫນ້າຫໍ່