ອັດຕາຄວາມໜ້າຈະເປັນຂອງຄົນຈຳນວນຫຼາຍ

Posted on November 17, 2013, under ຊີວິດ.

ກຳລັງຄິດເລື່ອງນຶ່ງ ຄືເລື່ອງຄວາມໜ້າຈະເປັນໄປໄດ້ຂອງພຶດຕິກຳຄົນຈຳນວນຫຼາຍໃນສັງຄົມ

ເລື່ອງທີ່ຄິດມັນຄອບຄຸມເຖິງຫຼາຍໆແງ່ມຸມຂອງຄວາມຄິດຄົນທີ່ດຳເນີນຢູ່ ຄິດວ່າທິດສະດີນີ້ມັນຄ້າຍໆກັບການເກັບສະຖິຕິຕົວຢ່າງຂອງຄົນຈຳນວນຫຼາຍ ແລ້ວເບິ່ງອັດຕາຄວາມໜ້າຈະເປັນຂອງກຸ່ມຄົນທີ່ມີລັກສະນະ (pattern) ເຫຼົ່ານັ້ນຂອງສາດ physiognomy ຫຼື feng shui (ທີ່ເນັ້ນໄປເລື່ອງຕຶກອາຄານບ້ານເຮືອນ) ຂອງຄົນຈີນ ເຊິ່ງມັນກໍອາດຈະຖືກ ຫຼືບໍ່ຖືກ ແຕ່ສ່ວນໃຫຍ່ຈະມີແນວໂນ້ມໄປໃນທາງນັ້ນໆ

ມີເລື່ອງນຶ່ງທີ່ມັກສັງເກດແມ່ນພຶດຕິກຳຂອງການເລືອກຄູ່ຂອງມະນຸດ ຫຼັງຈາກທີ່ສັງເກດມາໄດ້ໄລຍະນຶ່ງ ເຫັນວ່າໂດຍທົ່ວໄປແລ້ວ ມີແນວໂນ້ມທີ່ຈະຄາດເດົາໄດ້ ເຖິງວ່າອັດຕາໂຕແປມັນຈະມີຈຳນວນຫຼາຍກໍຕາມ ແຕ່ມັນພັດມີໂຕແປຫຼັກໆ ບໍ່ຈັກຢ່າງເທົ່ານັ້ນເອງ ເພາະເລິກໆ ແລ້ວສິ່ງທີ່ຝັງຢູ່ລົງໄປມັນຢູ່ໃນ gene ທີ່ສືບທອດກັນມາຂອງທັງຊາຍແລະຍິງ ຄືພື້ນຖານທີ່ເຮັດໃຫ້ລັກສະນະຄວາມເປັນໄປໄດ້ຕ່າງໆ ມັນໂດດເດັ່ນຈົນສາມາດຈັບທາງໄດ້

ຢ່າງນຶ່ງທີ່ສັງເກດຄື ອັດຕາຄວາມໜ້າຈະເປັນໄປໄດ້ ຂອງການແຍກທາງລະຫວ່າງຄູ່ຮັກ ທີ່ມີການສະແດງອອກເຖິງຄວາມຮັກລະຫວ່າງກັນແລະກັນ ໃຫ້ກັບສາທາລະນະໄດ້ຮັບຮູ້ ຈາກທີ່ສັງເກດມາ ຄິດວ່າເປັນກໍລະນີທີ່ພົບເຫັນໄດ້ງ່າຍ ເກັບຂໍ້ມູນໄດ້ງ່າຍ ແຕ່ທ້າຍທີ່ສຸດແລ້ວ ການຈະເກັບຂໍ້ມູນຈົນສາມາດອ້າງອີງໄດ້ແບບສາດຂອງຈີນນັ້ນ ຕ້ອງໃຊ້ຈຳນວນໂຕຢ່າງນັບພັນນັບໝື່ນເລີຍ ເຊິ່ງບໍ່ໜ້າຈະເປັນໄປໄດ້ໃນຊ່ວງຊີວິດດຽວ ເອ້ະ… ຫຼືວ່າໄປສຶກສາ physiognomy ດີກວ່າ?