ກ່ຽວກັບ Cookie ໃນ Firefox ໓

Posted on July 10, 2008, under ເທັກໂນໂລຢີ.

ຕັ້ງແຕ່ Firefox ໓ ອອກມາກໍ່ພົບບັນຫາມາຕະຫລອດ ບັນຫານັ້ນຄື ມັນບໍ່ຍອມຈື່ຄ່າ cookie ຂອງເວັບຕ່າງ ໆ ຈັກເທື່ອ ກໍ່ເລີຍຈຳເປັນຕ້ອງໄດ້ໄປລັອກອິນໃຫມ່ ໆ ຕະຫລອດ ສ້າງຄວາມຊະເອັງເປັນຢ່າງຍິ່ງຍວດ ໃນຕອນຕົ້ນ ໆ ທີ່ມັນອອກໃຫມ່ ໆ ຕອນນັ້ນລອງຊອກຂໍ້ມູນແລ້ວ ແຕ່ຍັງບໍ່ມີຄຳຕອບ ພໍດີມື້ນີ້ຄຶ້ມ ໆ ເລີຍໄປຊອກໃຫມ່ເບິ່ງ ຄິດວ່າຫນ້າຈະມີລະວ້າຄົນທີ່ມີບັນຫາແບບເຮົາ

ແລະໂຊກຊະຕາກໍ່ເຂົ້າຂ້າງ ໃນທີ່ສຸດກໍ່ໄດ້ຄົ້ນພົບຄຳຕອບວ່າ ເປັນຍ້ອນລົງ TorButton Addon ນັ້ນເອງ ພໍ Uninstall ອອກລະກໍ່ Cookie ກັບມາໃຊ້ງານໄດ້ດັ່ງເດີມແລ້ວ ປັ້ດດດດດດດ ສຸດຍອດ ~