ຍັງອີກ ໒,໐໐໐ ກີບ

Posted on January 1, 2009, under ຂອງແປກ.

ເລື່ອງນີ້ເປັນເຫດການຈິງທີ່ ຂພຈ ຈະເລົ່າ ມັນເກີດຂຶ້ນເມື່ອມື້ຄືນວານນີ້ເອງ ມີຄົນມາປ່ຽນເງິນ ຖືເງິນໂດລາໃບ ໒໐ ກັບໃບ ໑ ມາ ລວມເປັນ ໒໑ ໂດລາ ຄຶດອັດຕາແລກປ່ຽນເປັນ ໘,໔໐໐ ກີບຕໍ່ ໑ ໂດລາເທົ່າກັບ ໑໗໖,໔໐໐ ກີບ ປັດເສດເຫຼືອ ໑໗໖,໐໐໐ ກີບ ກໍ່ເອົາເງິນໃຫ້ໄປ ພ້ອມຄຶດໄລ່ໃນຈັກຄຶດໄລ່ໃຫ້ເພິ່ນເບິ່ງ.

ປະກົດວ່າ ເພິ່ນ (ຄົນທີ່ມາປ່ຽນເງິນ) ບອກວ່າ “ບໍ່ຮູ້” ຂພຈ ຟັງແລ້ວກໍ່ງົງ ເພາະວ່າ ຫາກບໍ່ຮູ້ແລ້ວຊິຮູ້ບໍ່ຫັ້ນວ່າເງິນໃຫ້ຖືກຫຼືໃຫ້ຜິດ ກໍ່ບໍ່ໄດ້ວ່າຫຍັງ ກໍ່ໃຫ້ໄປ ເພິ່ນກໍ່ໄປເພິ່ນ .. ໄປແບບງົງ ໆ

ຫຼັງຈາກນັ້ນອີກປະມານ ໑໕ ນາທີກໍ່ກັບມາໃໝ່ ບອກວ່າ “ບໍ່ພໍ ໒,໐໐໐ ກີບ” ຂພຈ ຟັງແລ້ວກໍ່ງົງ ກໍ່ເລີຍໄລ່ໃຫ້ລາວເບິ່ງ ລາວກໍ່ບອກວ່າ “ບໍ່ຮູ້” .. “ອີກ ໒,໐໐໐ ກີບແລ້ວພໍ” …

ສະຫຼຸບແລ້ວມື້ນັ້ນກໍ່ເລີຍບໍ່ເວົ້າຫຍັງຫຼາຍ ມີແຕ່ຄືນເງິນໄປກໍ່ຈົບ = =a