ເມື່ອຂ້າພະເຈົ້າປ່ຽນເງິນ…

Posted on October 10, 2008, under ຝອຍໃຫ້ຟັງ.

ດ້ວຍຄວາມບັງເອີນ ເຮັດໃຫ້ຕ້ອງມາຢູ່ບ່ອນປ່ຽນເງິນ ເຊິ່ງກໍ່ເປັນເລື່ອງທີ່ບໍ່ເໝາະປານໃດ ເນື່ອງຈາກແຕ່ເດັກແຕ່ນ້ອຍມາເປັນຄົນໄລ່ເລກຊ້າ ຄຳນວນບໍ່ເກັ່ງ.

ມີມື້ໜຶ່ງ ມີແຂກສອງຄົນມາປ່ຽນເງິນ ເຂົາຊິເອົາເງິນກີບມາປ່ຽນໂດລາ ເຊິ່ງປົກກະຕິແລ້ວ ບໍ່ມີໃຜໃຫ້ປ່ຽນ ທະນາຄານກໍ່ບໍ່ປ່ຽນໃຫ້ ພວກຫ້າງຮ້ານລະແວກນີ້ກໍ່ບໍ່ມີໃຜປ່ຽນໃຫ້ ກໍ່ມີແຕ່ເມຍເຮົານີ້ລະທີ່ຮັບປ່ຽນ ແລ້ວກໍ່ບໍ່ບອກອັດຕາແລກປ່ຽນໃຫ້ເຮົາຮູ້ອີກ. ມື້ນັ້ນແຂກສອງຄົນມາຮອດ ຊາຍໜຶ່ງ ຍິງໜຶ່ງ ເຂົາບອກວ່າ ຊິເອົາເງິນກີບມາຊື້ໂດລາ — ເຂົາບອກວ່າຊົ່ວໂມງແລ້ວເຂົາມາປ່ຽນເທື່ອໜຶ່ງ. ຕອນນັ້ນຟັງກໍ່ຮູ້ແລ້ວວ່າ ສອງຄົນນີ້ເປັນພວກຂີ້ຕົວະ ເພາະເຮົານັ່ງເຝົ້າມາສາມຊົ່ວໂມງ ບໍ່ໄດ້ຂາຍໂດລ່າໃຫ້ໃຜ.

ລົມກັນໄປລົມກັນມາ ເພິ່ນບອກ ປະມານຕອນ 8 ໂມງເພິ່ນມາເທື່ອໜຶ່ງ ເຊິ່ງເວລານັ້ນແມ່ນປະມານ 9 ປາຍໜ້ອຍໜຶ່ງ ແລະເຮົານັ່ງເຝົ້າບ່ອນປ່ຽນເງິນມາ 3 ຊົ່ວໂມງແລ້ວ ຈຶ່ງຮູ້ໄດ້ວ່າພວກນີ້ນິໄສໃຈຄໍເຊື່ອຖືບໍ່ໄດ້. ລາວກໍ່ບອກວ່າລາວມາປ່ຽນກ່ອນໜ້ານີ້ແມ່ນຜູ້ຍິງປ່ຽນໃຫ້ ໄລ່ອັດຕາ 8590 ກີບຕໍ່ 1 ໂດລາ ລາວຢາກປ່ຽນ 600,000 ກີບ ຕົກຢູ່ $69 ແຕ່ຕົວເລກຢູ່ແຜງໜ້າປັດເຄື່ອງຄິດໄລ່ມັນມີແນວມາບັງ ເຮັດໃຫ້ເຫັນເປັນ $59 ເພິ່ນເລີຍຄິດວ່າແມ່ນ $59 ເຮົາກໍ່ຊອກມາປ່ຽນໃຫ້.

ຕອນປ່ຽນ ມັນເລກເສດ 600,000 ຫານ 5890 ໄດ້ $59.84 ມັນບອກ (ທີ່ຈິງໄດ້ $69.84 ແຕ່ເພາະເລກ 6 ຖືກບັງໄວ້ ໃຫ້ຄິດວ່າເປັນເລກ 5) ໃຫ້ໄລ່ເປັນ $60 ເລີຍ ເຮົາກໍ່ບໍ່ໄດ້ເວົ້າຫຍັງ ຕອນນັ້ນກໍ່ຄິດວ່າແມ່ນ $60 ກໍ່ໄປເອົາເງິນມາປ່ຽນໃຫ້. ໄລ່ໄປໄລ່ມາ ເຮົາລະສົງໄສ ເພາະມັນໄລ່ກັບຄືນແລ້ວບໍ່ຖືກຕາມອັດຕາຂອງມັນ (ເພາະວ່າຄວາມຈິງແມ່ນ $69.84 ແຕ່ໄປໄລ່ $59.84) ເຮົາໄລ່ໄປມາກໍ່ຈຶ່ງຮູ້ວ່າ ຕົວເລກມັນຜິດ ເລີຍເອົາໃຫ້ $69 ກັບອີກ 2500 ກີບ. ແຂກເອົາໄປໄລ່ແລ້ວ ມັນຖາມວ່າ 2500 ກີບນີ້ມາຈາກໃສ ເຮົາບໍ່ໄດ້ຕອບຫຍັງ ພຽງແຕ່ເອົາຈັກຄິດໄລ່ ໄລ່ໃຫ້ເບິ່ງວ່າເປັນເສດເງິນ $0.84 (ເຊິ່ງຈັກຄິດໄລ່ມັນພັດໄປປັດເສດ ເຮັດໃຫ້ເຫັນເປັນ 2500 ແທນທີ່ຊິເປັນ 7500 ປາຍ) ຕອນນັ້ນແຂກດີໃຈ ເພາະທຳອິດລາວຄິດວ່າຊິໄດ້ $59 ແຕ່ເຮົາໄປໃຫ້ $69 ເພິ່ນຮີບເກັບເງິນແລ້ວຍ່າງອອກໄປ… ສົງໄສຄິດວ່າເຮົາໄລ່ເລກໃຫ້ຜິດ.

ເລື່ອງນີ້ຕອກຢ້ຳຂ້າພະເຈົ້າວ່າ ຄົນຂາວພວກນີ້ ກໍ່ບໍ່ຕ່າງຫຍັງກັບຄົນທົ່ວໄປ ເວລາມາເຮັດບ່ອນປ່ຽນເງິນແນວນີ້ ໄດ້ພົບກັບລູກຄ້າທີ່ມີນິໄສແບບນີ້ປະຈຳ ບາງທີກໍ່ເຮັດໃຫ້ເກີດຄວາມເມື່ອຍໃຈ ທີ່ຄົນດີ ໆ ຊອກຍາກຫຼາຍໃນສັງຄົມປັດຈຸບັນ…