ເບື່ອນັກຊາວຕ່າງຊາດບາງຄົນ

Posted on December 2, 2008, under ຝອຍໃຫ້ຟັງ.

ລະວັງ! ເລື່ອງນີ້ມີເນື້ອຫາທີ່ທ່ານອາດຈະບໍ່ພຶງປະສົງ ກະລຸນາຄຶດໃຫ້ດີກ່ອນອ່ານຫຍໍ້ໜ້າຕໍ່ໄປ…

ຫຼັງຈາກທີ່ໄດ້ຈົ່ມໄປໃນຕອນກ່ອນໜ້ານີ້ ມື້ນີ້ກໍ່ພົບເຫດການໜ້າເບື່ອໜ່າຍອີກປະການໜຶ່ງ ນັ້ນກໍ່ຄືເລື່ອງປ່ຽນເງິນ

ເລື່ອງມັນມີຢູ່ວ່າ ຝຣັ່ງມາປ່ຽນເງິນ ມີເງິນໃບ $໑໐໐ ເຂົາເຈົ້າຂໍປ່ຽນແຕ່ $໕໐ ກໍ່ຕົກລົງ ຈັດແຈງປ່ຽນໃຫ້ ແລ້ວກໍ່ທອນໃບ $໕໐ ອີກໃບໃຫ້ ປະກົດວ່າ ໃບນັ້ນມັນມີຮອຍບິກຂີດສອງຈຸດ ເຊິ່ງຊາວຕ່າງຊາດທີ່ມາປ່ຽນນຳນັ້ນບໍ່ພໍໃຈ ເພາະວ່າມີຮອຍຂີດ ຈຶ່ງຂໍປ່ຽນເອົາໃບໃໝ່ ກໍ່ເລີຍປ່ຽນໃຫ້ ເພາະຄ້ານໄປຕໍ່ຄວາມຍາວສາວຄວາມຍືດນຳເພິ່ນ

ທີ່ເອົາມາຈົ່ມກໍ່ເພາະວ່ານັກທ່ອງທ່ຽວພວກນີ້ (ບາງຄົນ) ມັນເຫັນແກ່ຕົວ ເວລາຕອນມາປ່ຽນເງິນ ເອົາໃບຂາດ ໆ ຫວິ້ນ ໆ ຫຼືມີຮອຍຂີດຂ້າ ໃບເກົ່າ ໆ ເອົາໃຫ້ເຮົາ ເຮົາຖາມປ່ຽນ ບອກວ່າມັນມີຮອຍຂີດ ຮອຍຂ້າ ມີບ່ອນຂາດ ມັນບໍ່ຍອມ ບອກວ່າ ອັນນີ້ກໍ່ເງິນຄືກັນ ຊິເປັນຫຍັງ ມັນບໍ່ມີບັນຫາດອກ ບາງຄັ້ງກໍ່ເວົ້າປະມານວ່າ ອັນນີ້ຂ້ອຍເອົາມາຈາກທະນາຄານ ກໍ່ວ່າກັນໄປ ແຕ່ຕອນທີ່ເຮົາເອົາໃບບໍ່ດີໃຫ້ຫັ້ນນາາາາາາາ ມັນຄືມາຈົ່ມທຸກຈົ່ມຍາກແທ້

ຄົນເຮົາ ບໍ່ວ່າເຊື້ອຊາດໃດ ມາຈາກປະເທດຮັ່ງມີ ຫຼືທຸກຍາກ ກໍ່ລ້ວນແລ້ວແຕ່ມີຄົນທີ່ເຫັນແກ່ຕົວສະເໝີ ເພາະກິເລດມັນນອນເນື່ອງໃນສັນດານມາດົນ 🙁