ປ່ຽນວັນທີ ແລະເວລາໃນ CentOS
Posted on March 26, 2009, under ເທັກໂນໂລຢີ.
ເຊີເວີຂອງພັນລາວມັກຈະມີບັນຫາເວລາຜິດຢູ່ເປັນອາຈິນ ເຊິ່ງອັນທີ່ມັນຜິດມັນກໍ່ບໍ່ໄດ້ຜິດຫຍັງຫຼາຍ ຜິດໃນຫົວໜ່ວຍເປັນນາທີ ເຊັ່ນວ່າ ເວລາປົກກະຕິແມ່ນ ໖ ໂມງ ໗ ນາທີ ແຕ່ເວລາໃນເຊີເວີຍັງ ໖ ໂມງຢູ່ ນັ້ນກໍ່ໝາຍຄວາມວ່າ ຊ້າໄປ ໗ ນາທີນັ້ນເອງ
ຄວາມຈິງອາດຈະມີວິທີ sync ທີ່ດີກວ່ານີ້ແລ້ວປັບ cronjob ໃຫ້ເຮັດວຽກອັດຕະໂນມັດເອງ ແຕ່ຕອນນີ້ຂໍອັດຕະໂນມືໄປກ່ອນໂດຍໃຊ້ຄຳສັ່ງ
$ date MMDDhhmmYYYY
MM – ເດືອນ
DD – ວັນທີ
hh – ຊົ່ວໂມງ
mm – ນາທີ
YYYY – ປີ
Busy life ຕອນທີ່ ໑
ໄດ້ໂອກາດປ່ຽນ Theme ພ້ອມເລີຍ ຍັງຄົງຄວາມມືດມົນເຊັ່ນເດີມ
ຊ່ວງນີ້ຫຍຸ້ງວຽກຫລາຍເລື່ອງ ຮູ້ສຶກວ່າເຄີຍຂຽນໄປກ່ອນຫນ້ານີ້ແລ້ວໃນ ອີກບລັອກຫນຶ່ງ ແຕ່ບໍ່ເປັນຫຍັງ ຂຽນຕື່ມກໍ່ໄດ້ ເຮົາບໍ່ຖື ໕໕໕
ໄລຍະນີ້ກຳລັງງົມຢູ່ກັບການແກ້ໄຂຫລາຍ ໆ ຢ່າງໃຫ້ຮຽບຮ້ອຍ ບາງອັນເກົ່າໂພດກໍ່ຢາກເອົາມາປັດຝຸ່ນ ບາງອັນເກົ່າເກີນໃຊ້ໄດ້ກໍ່ຢາກເອົາໄປແຂວນປະໄວ້ ເຜື່ອມື້ຫນ້າມີເວລາຄ່ອຍເບິ່ງໃຫມ່ ແຕ່ວ່າ ເວລາກໍ່ຍັງຄົງເປັນບັນຫາ ອັນທີ່ຈິງບັນຫາບໍ່ໄດ້ມາຈາກເວລາ ແຕ່ບັນຫາມັນມາຈາກຄົນບໍລິຫານເວລາ ເພິ່ນວ່າ ຄົນເຮົາມີເວລາ ໒໔ ຊົ່ວໂມງເທົ່າກັນຫມົດ ແຕ່ວ່າ ໃຜກັນທີ່ຈະສາມາດໃຊ້ ໒໔ ຊົ່ວໂມງນັ້ນໃຫ້ເປັນປະໂຫຍດທີ່ສຸດ




