Gerrit van. Wuijsthoff

Posted on November 27, 2008, under ຝອຍໃຫ້ຟັງ.

ມື້ນີ້ມີໂອກາດໄດ້ອ່ານ ຄວາມເປັນມາໂດຍສັງເຂບຂອງທາດຫຼວງ ທີ່ຕີພິມໃນເວັບໄຊໜັງສືພິມວຽງຈັນໃໝ່ ຂະນະທີ່ອ່ານ ໆ ໄປນັ້ນພົບປະໂຫຍກທີ່ວ່າ

ມີການບັນທຶກໄວ້ ຂອງທ່ານ ວັນວຸດ ສະຕົບ ລາຊະທູດຂ້າຫຼວງໃຫຍ່ປະເທດໂຮນລັງ ປະຈຳຊາວາ ປະເທດອິນໂດເນເຊຍ ເມື່ອວັນທີ 16
ພະຈິກ 1641

ກໍ່ເລີຍໄປຊອກເບິ່ງວ່າ ທ່ານ “ວັນວຸດສະຕົບ” ນີ້ແມ່ນໃຜ? ມີຮູບຫຼືມີເອກະສານຫຍັງໃຫ້ສຶກສາໄດ້ຕໍ່ບໍ່ ແລ້ວກໍ່ປະກົດວ່າຊື່ຂອງທ່ານແມ່ນ “Gerrit van. Wuijsthoff” ຊື່ເພິ່ນສະກົດໄດ້ຫຼາຍແບບ ຂຽນວ່າ “Gerard Wusthof” ກໍ່ມີ ຂຽນວ່າ “Gérard van Wusthof” ກໍ່ມີ, ຂຽນອີກແບບແມ່ນ “Geebaerd von Wusthof” ເປັນຊາວ Dutch ພາສາລາວເອີ້ນວ່າຊາວ ຮອນແລນ ຕາມເອກະສານໃນ International Institute for Asian Studies (IIAS) ລະບຸວ່າເພິ່ນເປັນພໍ່ຄ້າຂອງ Vereenigde Oost-Indische Compagnie ຫຍໍ້ເປັນ VOC ແປວ່າ Dutch East India Company (Wikipedia)

ເສຍດາຍບໍ່ມີຂໍ້ມູນເພີ່ມເຕີມໃນເວັບໄຊ ແຕ່ເພິ່ນລະບຸວ່າ ມີຢູ່ National Archives ໃນ The Hague ປະເທດ Netherlands. ໃນເອກະສານດັ່ງກ່າວ ມີບັນທຶກກ່ຽວກັບລາວສັດຕະວັດທີ່ ໑໗.

ໄວ້ຖ້າຄືບໜ້າແນວໃດຈະມາຂຽນໃໝ່