“ພະຍາກັ້ງຮົ່ມຂຽວ” ໃນຄວາມຊົງຈຳຂອງຂ້າພະເຈົ້າ

Posted on November 17, 2013, under ນິທານທັມ.

ຢູ່ໆ ກໍຄິດຮອດເລື່ອງ “ພະຍາກັ້ງຮົ່ມຂຽວ” ທີ່ເຄີຍຮຽນມາສະໄໝຕອນຢູ່ປະຖົມ ເລື່ອງລາວເວົ້າຮອດສອງສະຫາຍນ້ອຍທີ່ໄປພົບກັບໝໍດູ ໝໍດູທຳນາຍທາຍທັກວ່າ ສະຫາຍຜູ່ນຶ່ງເມື່ອເຕີບໃຫຍ່ຂຶ້ນມາຈະລຳບາກຍາກເຂັນ ຫາຢູ່ຫາກິນບໍ່ໄດ້ ຕ້ອງເປັນທີ່ອົດຍາກລຳບາກຮ້າຍ ສ່ວນສະຫາຍອີກຄົນເມື່ອເຕີບໃຫຍ່ຂຶ້ນມາຈະສະບາຍ ບໍ່ຕ້ອງຫາຢູ່ຫາກິນກໍມີຄົນເອົາມາໃຫ້ກິນ ກາຍເປັນພະຍາກັ້ງຮົ່ມຂຽວຊະເອີຍ…

ເມື່ອໄດ້ຮູ້ຊະຕາຂອງຕົນດັ່ງນັ້ນແລ້ວ ສະຫາຍຜູ່ນຶ່ງຈຶ່ງເກີດຄວາມຢ້ານກົວວ່າຈະເປັນໄປຕາມຄຳໝໍດູ ຈຶ່ງພະຍາຍາມເຮັດວຽກຢ່າງໜັກ ຕັ້ງອົກຕັ້ງໃຈທຸກຢ່າງເພື່ອໃຫ້ຕົນນັ້ນມີຢູ່ມີກິນ ອົດສາລຳບາກພຽນເຮັດພຽນຫາແຕ່ຄາວນ້ອຍ ຈົນເມື່ອເຕີບໃຫຍ່ພາຍລຸນມາກາຍເປັນເສດຖີຜູ່ມີຊັບສິນເປັນອັນມາກ ບໍ່ໄດ້ເປັນດັ່ງຄຳໝໍດູວ່າໃນໄວເດັກ ແລະເມື່ອຮອດເວລານັ້ນເອງ ສະຫາຍຜູ່ທຳອິດຈຶ່ງພິນິດພິຈາລະນາເຖິງຄຳເວົ້າຂອງໝໍດູ ແລະຄິດຮອດສະຫາຍຂອງຕົນໃນຍາມນ້ອຍວ່າເປັນຢູ່ແນວໃດແລ້ວ ປານນີ້ຄົງກາຍເປັນພະຍາກັ້ງຮົ່ມຂຽວໄປແລ້ວໜໍ!

ເມື່ອມີຄວາມຄິດດັ່ງນັ້ນແລ້ວ ກໍຈຶ່ງໄດ້ເດີນທາງໄປຊອກຫາສະຫາຍເກົ່າຂອງຕົນຢູ່ສະຖານທີ່ທີ່ເຄີຍພົບໝໍດູ ປາກົດເຫັນຊາຍຜູ່ນຶ່ງ ເສື້ອຜ້າຂາດຫ້ຽນ ເນື້ອໂຕເປື້ອນໄປດ້ວຍຝຸ່ນແລະດິນ ແຕ່ເມື່ອພິຈາລະນາເຖິງໃບໜ້າແລ້ວ ກໍລະນຶກໄດ້ວ່າ ໂອ! ນີ້ຄືສະຫາຍເກົ່າຂອງເຮົາ ເຫດໃດຈຶ່ງມາຢູ່ບ່ອນແບບນີ້ໄດ້? ເຫດໃດຈຶ່ງບໍ່ໄປເປັນພະຍາກັ້ງຮົ່ມຂຽວຄືຄຳໝໍດູໜໍ?

ສະຫາຍຜູ່ນຶ່ງຈຶ່ງເຂົ້າໄປຫາແລ້ວກ່າວທັກທາຍ ພ້ອມຖາມສາລະທຸກສຸກດິບຂອງສະຫາຍຕົນທີ່ພັດພາກຈາກກັນໄປດົນນານ ເມື່ອສອບຖາມແລ້ວ ສະຫາຍອີກຜູ່ນຶ່ງກໍໄດ້ຕອບວ່າ ກໍໃນຄາວເມື່ອໝໍດູໄດ້ທຳນາຍເຮົາສອງສະຫາຍໃນຄັ້ງນັ້ນແລ້ວ ເຮົາກໍເກີດຄວາມປະມາດ ຄິດໄປວ່າຕົນນັ້ນຈະໄດ້ດີໃນກາລະເບື້ອງໜ້າເມື່ອເຕີບໃຫຍ່ໂດຍບໍ່ຕ້ອງເຮັດສິ່ງໃດ ກໍດ້ວຍເຫດນັ້ນແລ ຈຶ່ງບໍ່ຕັ້ງໃຈທຳມາຫາລ້ຽງຊີບ ຈຶ່ງດຳລົງຊີວິດຢູ່ດ້ວຍຄວາມປະມາດ ຈົນຕົນຕ້ອງກາຍມາເປັນຂໍທານຢູ່ກ້ອງຮົ່ມໄມ້ຂຽວນີ້

ເມື່ອສະຫາຍຜູ່ນຶ່ງໄດ້ຟັງເລື່ອງລາວແລ້ວ ກໍຄິດໃນໃຈວ່າ ນີ້ຄົງເປັນກຸດສະໂລບາຍຂອງໝໍດູທີ່ຕ້ອງການສອນເຮົາເປັນແທ້ ກໍດ້ວຍກຸດສະໂລບາຍນັ້ນເອງ ທີ່ເຮັດໃຫ້ເຮົາກາຍເປັນຄົນດຸໝັ່ນຂະຫຍັນທຳມາຫາລ້ຽງຊີບ ຈົນເຮັດໃຫ້ມີຊີວິດສຸກສະບາຍ ມີສິນຊັບແລະບໍລິວານເປັນອັນມາກ ດັ່ງນີ້ແລ.