ທ້າວຄຳຢາກຖືກເລກ

Posted on December 24, 2013, under ໄອເດຍ.

ມີເລື່ອງຕະລົກແຝງຂໍ້ຄິດດີໆມາເລົ່າໃຫ້ຟັງ ດຽວຈະສະເຫຼີຍບົດຄວາມເຕັມໃຫ້ອ່ານກັນບາດນຶ່ງໃນໂພສໜ້າ

ເລື່ອງມັນມີຢູ່ວ່າ ກາລະຄັ້ງນຶ່ງດົນນານມາແລ້ວ ມີຊາຍຄົນນຶ່ງຊື່ວ່າ ທ້າວຄຳ ຊາຍຜູ່ເຊິ່ງບໍ່ປາຖະໜາສິ່ງໃດຫຼາຍໄປກວ່າຄວາມລ່ຳລວຍ ດັ່ງນັ້ນ ທຸກມື້ລາວຈຶ່ງເຂົ້າໄປທີ່ໂບດ ແລະອະຖິຖານຂໍພອນຕໍ່ພະເຈົ້າໃຫ້ລາວຖືກເລກຮາງວັນທີ 1 ຈັກເທື່ອແດ່ທ້ອນ ເຫດການກໍດຳເນີນໄປແບບນັ້ນເລື້ອຍໆ ຈາກມື້ ເປັນອາທິດ ຈາກອາທິດ ເປັນເດືອນ ຈາກເດືອນ ເປັນປີ

ແຕ່ທ້າວຄຳກໍບໍ່ເຄີຍຖືກເລກຮາງວັນທີ 1 ສົມໃຈໝາຍປອງຈັກເທື່ອ! ໃນທີ່ສຸດ ທ້າວຄຳກໍສິ້ນສຸດຄວາມອົດທົນ ລາວຈຶ່ງເຂົ້າໄປໃນໂບດ ແລ້ວເວົ້າກັບພະເຈົ້າດ້ວຍຄວາມນ້ອຍໃຈວ່າ “ພະອົງເຮັດໃຫ້ຂ້ານ້ອຍຜິດຫວັງຢ່າງທີ່ສຸດ” ທັນໃດນັ້ນ ຄວາມງຽບໃນໂບດກໍຫາຍໄປທັນທີ ເພາະພະເຈົ້າຕອບກັບມາດ້ວຍສຽງອັນດັງສະໜັ່ນຫວັ່ນໄຫວວ່າ…

“ທ້າວຄຳ!!! ເຈົ້າຕ້ອງຊ່ວຍເຮົາອີກແຮງ!!! ຢ່າງໜ້ອຍກໍຊື້ເລກຈັກໃບກ່ອນສາ!!!”

ລອງຄິດກັນເບິ່ງວ່າ ຂໍ້ຄິດໃນເລື່ອງນີ້ແມ່ນຫຍັງ