Post archive for ‘ເທັກໂນໂລຢີ’
Dek-Lao.com
ຕື່ນເຊົ້າ ໆ ຕໍ່ເນັດ ແວະໄປເວັບມະຫາສານ ໄປເຫັນໂພສຕ໌ນີ້ ເວົ້າວ່າ ມີເວັບໃຫມ່ ຊື່ວ່າ ເດັກລາວ.ຄອມ ບອກວ່າເດັກອາຍຸ 13 ເຮັດ ເຮົາຟັງແລ້ວກໍ່…. ອືມ… ແບບນີ້ເດັກ 7 ປີ ກໍ່ເຮັດໄດ້ 5 5 5+
ເອົາລ່ະ ເອົາລ່ະ…ກໍ່ ຂໍໃຫ້ຢູ່ທົນ
Dek-Lao.com
ປ.ລ. ຄວາມຈິງອີຕາໂອ້ດກໍ່ເປີດເວັບໃຫມ່ຄືກັນ ເວັບໃຫມ່ຂອງມັນຄື LaoZaa.com
Technorati Tags: ເວັບ, ເວັບໃຫມ່, ເວບ, ເວັບໄຊທ໌, ເວບໄຊທ໌, ເປີດໃຫມ່, laozaa, dek-lao, mahasan, ມະຫາສານ, au8ust, realme
ສະຖິຕິ au8ust.org
ອັນນີ້ຂອງສະຖິຕິຂອງ Feed ໃຊ້ FeedBurner
ຮູ້ສຶກວ່າການໃຊ້ງານຈະສູງຂຶ້ນເລື້ອຍ ໆ ແຕ່ບໍ່ຫນ້າປະທັບໃຈ ( ມີລັບລົມຄົມໄນ 555+ )
ສ່ວນສະຖິຕິເວັບໄຊທ໌ຈາກ Google Analytics ອອກມາເປັນແບບນີ້… (ຄລິກເພື່ອເບິ່ງພາບໃຫຍ່)
ເປັນກຣາຟສະແດງລາຍລະອຽດໃນຊ່ວງສອງສາມເດືອນທີ່ຜ່ານມາ (ຕອນເປີດບລັອກໃຫມ່ ໆ ລືມຕິດໂຄ້ດ 555+)
ຈາກໃນຮູບ ຈະສັງເກດເຫັນວ່າ ຊ່ວງເດືອນມັງກອນ ຄົນຈະຫລາຍເປັນພິເສດ ແລະຄ່ອຍ ໆ ຫລຸດລົງມາຕາມອັດຕາການໂພສຕ໌ ທີ່ຫລຸດລົງ (ຫລັງ ໆ ຄ້ານອ່ະ + ແປຂ່າວບໍ່ອອກ ງົງ 555+)
ຜູ້ອ່ານສ່ວນໃຫຍ່ ຈະມາຈາກ blognone, technorati (ມາຈາກການຄົ້ນຫາ tag), pradt.net, google ແລະທີ່ເຫລືອ ກໍ່ເຂົ້າມາໂດຍກົງ
ໃນເດືອນມັງກອນ ມີຜູ້ຊົມ 1,539 ຄົນ ແລະ Pageviews ອີກປະມານ 3,350 ແຕ່ໃນເດືອນກຸມພາ ຕົວເລກກໍ່ຫລຸດລົງໄປເຫລືອພຽງ 1,070 ສຳຫລັບຜູ້ຊົມ (UIP) ແລະ [...]
ລົ້ນ
ຊ່ວງນີ້ບລັອກຫລາຍແຮງ ອັບເດທບໍ່ທັນ -_-)”
pasalao.wordpress.com ອັນນີ້ສອນພາສາລາວ
au8ust.wordpress.com ບລັອກແນະນຳກ່ຽວກັບ Wordpress ແຕ່ຂຽນເປັນພາສາໄທ (ບາງທີ ອາດຈະຫາເວລາຂຽນສອງພາສາເລີຍ)
au8ust’s tech channel ສ່ວນບລັອກນີ້ ຂຽນເປັນບລັອກຫລັກ ໆ
au8ust’s spaces channel ອັນນີ້ຄ້ານຂຽນລະ ບາງເນື້ອຫາຈະຊ້ຳກັບໃນ *real me
au8ust’s thought channel ທຳອິດວ່າຊິຂຽນກ່ຽວກັບໄອເດັຍແປກ ໆ ແຕ່ຍັງບໍ່ມີເວລາເທື່ອ o_o
au8ust.exteen.com ເກັບໄວ້ຂຽນເລື່ອງບໍ່ເປນເລື່ອງ ( ຫລືເລື່ອງເປັນເລື່ອງ ແຕ່ມາເຮັດໃຫ້ບໍ່ເປັນເລື່ອງນັ້ນເອງ 555+ )
blogthetech ອັນນີ້ທົດລອງເຮັດ MFA ( Made of Adsense ) ແຕ່ບໍ່ຄ່ອຍໄດ້ຕິດຕາມ ກຳລັງຊອກວິທີຈັດການກັບມັນຢູ່ ຫລືອາດຈະຫາຄົນມາເຮັດແທນ
ຄວາມຈິງ ບລັອກສ່ຳນີ້ ຖືວ່າເທົ່າຂະຫຍິບມື ແຕ່ມັນຫນັກໃຈເພາະວ່າ
ເນັດຊ້າ
ຄອມຊ້າ
ບໍ່ມີເວລາ
ບໍ່ແມ່ນອາຊີບຫລັກ + ມີວຽກອື່ນຢູ່ແລ້ວ
ແມ່ບໍ່ມັກ ( คุณแม่ไม่ปลื้ม )
Technorati Tags: ລົ້ນ, ບລັອກ. ຫລາຍເກີນ, ອັບເດທ, [...]
ວຽງລາວ
ມື້ນີ້ໄປຄົ້ນ ໆ ໃນ Google ລອງໃຊ້ຄຳວ່າ “ຄອມພິວເຕີ” ແລ້ວກໍ່ໄປເຫັນບລັອກນີ້ເຂົ້າ… ວຽງລາວ
ເບິ່ງຈາກວິທີການໃຊ້ສັບໃຊ້ພາສາແລ້ວ ເຂົ້າໃຈວ່າ ຫນ້າຈະເປັນລາວເກົ່າ ລອງໄປເບິ່ງ Profile ເພິ່ນຂຽນບອກວ່າ…
Location: ໂຕກຽວ : Japan
ອ່າ… ມາຈາກຢີ່ປຸ່ນນີ້ເອງ… ໃນບລັອກເພິ່ນ ກໍ່ຈະມີເລື່ອງຫນ້າສົນໃຈຢູ່ຫລາຍຢ່າງ ກ່ຽວກັບຄອມພິວເຕີ ທິບ ເທັກນິກ ແລະໂປຣແກຣມມິງ
ຫລັງ ໆ ມາເລີ່ມເຫັນຄົນລາວຂຽນບລັອກກັນຫລາຍຂຶ້ນ ແບບນີ້ມີຫວັງ LaoBlogger.com ຊິໄດ້ແຈ້ງເກີດ
Technorati Tags: ວຽງລາວ, ຄອມພິວເຕີ, ບລັອກ, ໃຫມ່, ຄົນລາວ, ບລັອກລາວ, ເວັບບລັອກ, ໂຕກຽວ, ຢີ່ປຸ່ນ, au8ust
ການເຄື່ອນທີ່ຂອງຕາເວັນ
ຮູບຂອງຕາເວັນທີ່ປ່ຽນຕຳແຫນ່ງໄປເລື້ອຍ ໆ ໃນປີຫນຶ່ງ ໆ ຈາກການຖ່າຍພາບບັນທຶກໄວ້ ໂດຍຕັ້ງກ້ອງໄວ້ຈຸດດຽວ ແລ້ວຖ່າຍຈົນຄົບປີຫນຶ່ງ ຈະເຫັນວ່າ ຕຳແຫນ່ງຂອງຕາເວັນ ມີການເຄື່ອນທີ່ເປັນຮູບແປກ ໆ ໃຫ້ເຫັນຕາມພາບ
ທີ່ມາ - Haklabs
Technorati Tags: ຕາເວັນ, ການເຄື່ອນທີ່, ຕຳແຫນ່ງ, ໂຄຈອນ, sun, analemma, hidden message, au8ust
021 219425
ມື້ຄືນນີ້ ຂະນະທີ່ກຳລັງຫລິ້ນເນັດມັນ ໆ… ປະກົດວ່າ ເນັດຫລຸດ…!! ເລີຍຄິດວ່າ ສົງໄສເປັນນຳຄອນເນັດມາດົນໂພດ ເລີຍຫລຸດໄປຊື່ ໆ (ປະມານ 17 ຊົ່ວໂມງຕໍ່ເນື່ອງ –ແຕ່ເຄີຍຕໍ່ເກີນ 30 ຊົ່ວໂມງຕໍ່ເນື່ອງ) ເລີຍຣີຄອນເນັດໃຫມ່ ມັນຂຶ້ນ Busy… -_-)//
ຕໍ່ອີກສອງສາມຄັ້ງບໍ່ຕິດ ກໍ່ໄປນອນເສັຍ
ຕື່ນມາຫົກໂມງເຊົ້າ ມາຕໍ່ອີກ ກໍ່ບໍ່ຕິດອີກ ເລີຍຖ້າຈົນຮອດປະມານໃກ້ ໆ 9 ໂມງ ໂທໄປ 021 219425 ເປັນເບີສອບຖາມກ່ຽວກັບອິນເຕີເນັດຂອງລາວໂທລະຄົມ ໂທໄປຕອນທຳອິດບໍ່ມີໃຜຮັບ ໂທໄປເທື່ອທີ່ສອງຜູ້ຍິງຮັບ ເວົ້າບໍ່ສຸພາບເທົ່າ 101 (ສົງໄສເງິນເດືອນຫນ້ອຍກວ່າ )
ຫລັງຈາກຖາມ username ຮຽບຮ້ອຍ ເພິ່ນກໍ່ບອກວ່າ ບໍ່ມີບັນຫາ… ອ້າວ!! ບໍ່ມີບັນຫາແລ້ວມັນມີຕັນຫາຫວາຊັ້ນນ່າ ຫ້າ ຫ້າ ຫ້າ+ ເອີ້… ເວົ້າແປກ ຈາກນັ້ນກໍ່ບອກໄປວ່າ ມັນໃຊ້ບໍ່ໄດ້ ມັນຕໍ່ບໍ່ຕິດ ຕໍ່ແລ້ວຟ້ອງວ່າລະຫັດ ຫລືຊື່ບໍ່ຖືກຕ້ອງ ເອື້ອຍເພິ່ນເລີຍບອກ ໃຫ້ລອງໃຊ່ຊື່ໃສ່ລະຫັດໃຫມ່ຄືນເບິ່ງ [...]
Song Hye Kyo in 3D
Title: Song Hye Kyo
Name: Max Edwin Wahyudi
Country: Indonesia
Software: 3ds max, ZBrush
56K ລົ່ມ!!!
ໃຊ້ເນັດມາບໍ່ໄດ້ສອງສາມມື້ ເພາະວ່າ ອືດເປັນເຕົ່າຄານ ເລີຍອັບເດທຫຍັງບໍ່ໄດ້ ຕິດຕາມຂ່າວກໍ່ທັງຍາກ (ຫາຮູ້ມື້ເຊົ້າວ່າ Wordpress 2.11+2.0.9 ອອກແລ້ວ Oo!) ມັນຜິດປົກກະຕິຕັ້ງແຕ່ສອງມື້ກ່ອນ ເຂົ້າເວັບຫຍັງກໍ່ຍາກ ເຂົ້າເວັບຕ່າງປະເທດ ໂຄດອືດເລີຍ ເຂົ້າໄດ້ແຕ່ laotel.com ກັບ etllao.com ເຊິ່ງມີ server ໃນລາວ ເລີຍເຂົ້າໄດ້
ສອງມື້ຕໍ່ມາ ກໍ່ຍັງເຂົ້າບໍ່ໄດ້ອີກ ນຶກສົງໄສມັນເປັນຫຍັງຂອງມັນ ໄປໃຊ້ຢູ່ຮ້ານເນັດ (ADSL 1024K) ກໍ່ຄືວ່າປົກກະຕິດີ ມື້ນີ້ເລີຍໂທໄປ 101 ຖາມເບິ່ງ ເຂົາບອກ ໃຫ້ໂທຫາເບີ… ຖືສາຍຖ້າກ່ອນ… ກໍ່ຖືສາຍຟັງເພງຖ້າ ຈັກເພງໃຜບໍ່ຈັກ ບໍ່ໄດ້ຕິດຕາມ ຮູ້ແຕ່ວ່າບໍ່ມ່ວນ - -*
ພໍສາຍຕັດກັບມາ ສາວ 101 ກໍ່ຖາມວ່າ ຢູ່ຫລວງພະບາງບໍ? ເລີຍຕອບວ່າ ແມ່ນລ່ະ ສາວເພິ່ນກໍ່ບອກວ່າ ມັນເປັນແຕ່ມື້ວານແລ້ວ (ເກືອບບອກສາວເພິ່ນວ່າ ເປັນແຕ່ມື້ກ່ອນໆ ຕ່າງຫາກ) ເຂົາກຳລັງແກ້ຢູ່ ວ່າຊັ້ນ… (- - [...]
ລະບົບຮັກສາຄວາມປອດໄພລ້ຳສະໄຫມ!
ນ່ານ… ເຫັນພາບແລ້ວງົງ 555+ ເຂົາບອກວ່າ ມັນມີ Tesla Coil ໄວ້ສູງຈາກຫລັງຄາລົດ ເຂົ້າໃຈວ່າ ເມື່ອມີ Trigger ຂຶ້ນ ກໍ່ຈະປ່ອຍສະຫນາມໄຟຟ້າລົງມາຮອບໆ ຕົວຄັນລົດ ເປັນລັກສະນະວົງກົມ ຫນ້າຈະຄ້າຍໆ ລູກແກ້ວທີ່ເຫັນເຂົາຂາຍຢູ່ຕະຫລາດຈີນ ທີ່ເວລາເອົາມືໄປແຕະແລ້ວມັນມີຄ້າຍໆ ກະແສໄຟຟ້າໄລ່ຕາມມືເຮົາ
ໂຈນເຫັນມັນຄືຊິຕົກໃຈ!! ແລ່ນຫນີໄປໄກ…(ບໍ່ເກີນ 5 ແມັດແນ່ນອນ -_-”)
ທີ່ມາ - TechEBlog
Technorati Tags: ຂອງແປກ, ເທັກໂນໂລຢີ, Tesla Coil, Cool, Security Alarm, au8ust, real me
LaoSymbian is gone…
ກະວ່າຊິແວະໄປເບິ່ງເວັບເພື່ອນບ້ານ ປະກົດວ່າ…
This Account Has Been Suspended Dear Fine Spot Network Users,
We are suspending accounts to remind you that we are scheduled to leave the present server we are using and to transfer to a new one until March 15, 2007. Please reply to this [...]
