my life, thought, ideas, stuffs, etc…

Post archive for ‘ເທັກໂນໂລຢີ’

an HTTP server written in PHP

ພໍດີຜ່ານໄປເຫັນ…
Nanoweb is an HTTP server written in PHP, designed to be small, secure, and extensible.
It is distributed under the terms of the GNU General Public License.
Nanoweb’s main features are :
- HTTP/1.1 compliance - Powerful and easy configuration - Modular architecture - FastCGI, CGI and Server side includes support - [...]

ແລ້ວຊາດ

ວ່າຊິຂຽນດົນແລ້ວ ແຕ່ບໍ່ທັນຂຽນ ມື້ນີ້ເລີຍຊິຂຽນໃຫ້ຈົບ ໆ​ ໄປ ເລື້ອງມັນມີຢູ່ວ່າ ມື້ໜຶ່ງ ມີຄົນສົ່ງເພງມາໃຫ້ຟັງ ສົ່ງມາທາ Windows Live Messenger ກໍ່ຖ້າ ໆ​ ໆ ໆ ຈົນມັນແລ້ວ ແລ້ວກໍ່ຄລິກເປີດຟັງ… ປະກົດວ່າ… ຂຶ້ນ…

ແລ້ວຈາກນັ້ນ ມັນກໍ່ລຶບໄຟລ໌ໃຫ້ເອງພ້ອມ!!!! ໂອ້ວວວ!!! ຊ່າງມາສະຫຼາດລ້ຳລຶກຄຶກຄະນອງເອົາແທ້ເອົາວ່າ ບໍ່ສັ່ງມັນກໍ່ລຶບ 5555 ແຖມກູ້ຈາກໃສກໍ່ບໍ່ໄດ້ອີກ!!! ແລະທີ່ສຳຄັນໄປກວ່ານັ້ນ ບໍ່ສາມາດກຳໜົດໄດ້ວ່າໃຫ້ເຮັດແນວໃດເມື່ອພົບໄຟລ໌ທີ່ໜ້າສົງໄສ!! ແລ້ວຊາດ -_-”

Technorati Tags: windows live messenger, wlm, ແລ້ວຊາດ, ອັດຕະໂນມັດ, automatic, realme, au8ust

ກ່ຽວກັບ Laonux

ຫລັງຈາກໂພສຕ໌ກ່ອນໜ້ານີ້ ກໍ່ພະຍາຍາມຄົນຫາຂໍ້ມູນກ່ຽວກັບ Laonux ລະບົບປະຕິບັດການລິນຸກຂອງຄົນລາວ ແຕ່ກໍ່ບໍ່ພົບຫຍັງຫລາຍ ແຫລ່ງຂໍ້ມູນບາງບ່ອນລະບຸວ່າ Laonux ໄດ້ອອກສູ່ສາທາລະນະເປັນທີ່ຮຽບຮ້ອຍແຕ່ດົນແລ້ວ ເຊິ່ງກໍ່ໜ້າແປກ ເພາະໃນລາວເອງ ພັດບໍ່ມີໃຜຮູ້ຈັກ ຫຼືມີນ້ອຍຄົນເຫລືອເກີນທີ່ຈະຮູ້ຈັກວ່າ ມັນໜ້າຕາເປັນແນວໃດ???
Laonux ດັ້ງເດີມຈະມີເວບໄຊຕ໌ຂອງໂຄງການຢູ່ທີ່ http://laonux.muanglao.com/ ແຕ່ວ່າ ຕອນນີ້ມັນເຂົ້າບໍ່ໄດ້ເສຍແລ້ວ ຮູ້ສຶກວ່າ ກຳລັງປັບປຸງວ່າຊັ້ນ ໂຊກດີທີ່ໃນໂລກນີ້ມີເວບ Archive.org ກໍ່ເລີຍໄດ້ຮູ້ວ່າ ຫນ້າເວບແຕ່ກ່ອນຕອນຍັງບໍ່ໄດ້ປິດນັ້ນເປັນແນວໃດ ໂດຍໄປເບິ່ງໄດ້ທີ່ http://web.archive.org/
ບລັອກຂອງ ict4dev ກໍ່ບໍ່ມີຫຍັງຫລາຍ ບໍ່ອັບເດດມາດົນເຕີບແລ້ວ ເລີຍວ່າບໍ່ເປັນປະໂຫຍດຫຍັງຫລາຍ
ຊອກໄປຊອກມາ ຢູ່ເວບ ee43 ມີຂໍ້ມູນກ່ຽວກັບລາວນຸກລົງໄວ້ໜ້ອຍໜຶ່ງ ສາມາດອ່ານໄດ້ຈາກລິງກ໌ນີ້
ແລ້ວກໍ່ມີເວົ້າຮອດລາວນຸກອີກໜ້ອຍໜຶ່ງໃນບລັອກຂອງທ່ານເທບພິທັກ ເຊິ່ງເປັນນັກພັດທະນາຊາວໄທ ສາມາດອ່ານໄດ້ຈາກລິງກ໌ນີ້
ໃນຂະນະທີ່ຄົ້ນຫາຂໍ້ມູນກ່ຽວກັບເລື່ອງນີ້ ຮູ້ສຶກວ່າ ຈະມີຄົນເວົ້າເຖິງໂຄງການ “อินเทอร์เน็ตเท้าปั่น” ຟັງແລ້ວກໍ່ງົງ ໆ ບໍ່ເຂົ້າໃຈວ່າມັນກ່ຽວຫຍັງກັນ -__-)”
ຄືບໜ້າແນວໃດຈະມາລາຍງານຕໍ່
Technorati Tags: laonux, ict4dev, ee43, theppitak, realme, au8ust

ICT4Dev ກັບມາອີກຄັ້ງ

ກ່ອນໜ້ານີ້ຮູ້ສຶກວ່າຈະເຂົ້າບໍ່ໄດ້ເລີຍ ແຕ່ມື້ນີ້ລອງໃຫມ່ ເຂົ້າ ICT4Dev ປະກົດວ່າ ເຂົ້າໄດ້ແລ້ວ ແຕ່ກໍ່ຍັງຄືເກົ່າ ຄືເກົ່າເພາະວ່າ ບໍ່ອັບເດດຫຍັງເລີຍຫັ້ນແຫລ່ະ 555 ທຳອິດວ່າຊິໄປຊອກຫາຂໍ້ມູນກ່ຽວກັບ Laonux ເຊິ່ງກໍ່ຄື ລະບົບປະຕິບັດການລິນຸກທີ່… ອືມ ຈະວ່າແນວໃດດີ ເອີ້ນວ່າ ພັດທະນາໂດຍຄົນລາວລະກັນ ແຕ່ກໍ່ບໍ່ມີຫຍັງໃຫ້ເບີ່ງ
ເຄີຍໄດ້ຍິນມາວ່າ ເຂົາພັດທະນາແລ້ວ ໆ ແຕ່ບັນຫາກໍ່ຄື ຍັງບໍ່ມີໃຜໄດ້ເຄີຍໃຊ້ລາວຫັ້ນຕິ LOL
ຖ້າຄືບຫນ້າຄືບຫລັງແນວໃດ ຈະນຳມາລົງອີກເທື່ອໜ້າ
Technorati Tags: laonux, ລາວນຸກ, ລິນຸກ, linux, lao, lao linux, au8ust, realme, opensource

Spams Attack!

ຮູ້ສຶກວ່າ au8ust.org ຈະມີ spams ເຂົ້າມາຫລາຍສຸດ ໆ ເຊິ່ງກໍ່ພະຍາຍາມຫາປລັກອິນຕ່າງ ໆ ມາຈັດການແລ້ວ ແຕ່ປານນັ້ນກໍ່ຍັງມີເຂົ້າມາຢູ່ເລື້ອຍ ໆ ອີກ ຕອນຫລັງໃຊ້ WP-Hash ກໍ່ຍັງຫລຸດເຂົ້າມາອີກ ແຖມຍັງສ້າງບັນຫາໃຫ້ໂພສຕ໌ບໍ່ໄດ້ນຳ ເລີຍເອົາຊະ
ຕໍ່ມາ ໆ ໃຊ້ປລັກອິນໃຫ້ບວກເລກ ແຕ່ກໍ່ຍັງບໍ່ໄດ້ເລື້ອງໄດ້ລາວຫຍັງ ຍັງເຈີະ Spams ເຂົ້າມາອີກ ສົງໄສດຽວຊິໄດ້ໃຊ້ CAPTCHAs ແຕ່ມັນກໍ່ຫຍຸ້ງຍາກອີກ

ອືມ… ຈັກຊິໃຊ້ມຸກໃດແລ້ວບາດນີ້ ຫ້າ ຫ້າ ຫ້າ ບວກ
Technorati Tags: captcha, spam, au8ust, wp-hash, math

Comment Ranking

ມື້ນີ້ລົງປລັກອິນໃຫມ່ Comment Ranking ໃຊ້ໄວ້ສຳຫລັບຕິດດາວໄວ້ຫລັງຊື່ ຂອງຄົນທີ່ໂພສຕ໌ໃນບລັອກຫລາຍ ​ໆ ເຊິ່ງ 10 ໂພສຕ໌ຈະນັບເປັນ 1 ດາວ ມີທັງຫມົດ 5 ດາວເປັນຈຳນວນສູງສຸດ

ໂຫລດມາຈາກບລັອກນີ້

Technorati Tags: comment ranking, ປລັກອິນ, plugin, au8ust, real me, wordpress

YouTube

ເອີ.​.. ຫາກໍ່ສັງເກດວ່າ YouTube ໃນລາວ ຕອນນີ້ກໍ່ໃຊ້ບໍ່ໄດ້ຄືກັນ O_O!!
Technorati Tags: youtube, ໃນລາວ, ລາວ, blocked, ຖືກບລັອກ

ສານລັບ!!!?

ສອງມື້ກ່ອນ (ວັນທີ່ 30) ມີຄົນໃຊ້ Live Contact Form ໃນບລັອກ au8ust.org ສົ່ງຄວາມຄິດເຫັນມາໃຫ້ ມື້ນີ້ຫາກໍ່ເປີດເມລເຫັນ ເພາະວ່າໃຊ້ເນັດບໍ່ໄດ້ສອງມື້ ເປັນອາການເກົ່າຫັ້ນລ່ະ (ອ່ານໄດ້ໃນໂພສຕ໌ເກົ່າ)
ພໍເປີດເມລອ່ານ ກໍ່ປະກົດວ່າ…

ອືມ… ແລ້ວຂ້າພະເຈົ້າຈະອ່ານເຂົ້າໃຈບໍ່ເນາະມາແບບນີ້ -_-)???

ມັນເອົາອີກແລ້ວ

ບ່າຍວານນີ້ກົງກັບວັນທີ່ ໑໙ ແຮມ ໑໕ ຄ່ຳ ເດືອນ ໔ ຈຸລສັກຣາຊ ໑໓໖໙
ໃນຂະນະທີ່ຂ້າພະເຈົ້າກຳລັງກວດເບິ່ງ Internet Connection Properties ນັ້ນ
ໄດ້ແລເຫັນວ່າ ມັນຂຶ້ນ 1 day 13 hours xx minutes xx seconds
ກໍ່ເກີດພິຈາລະນາຢ່າງແຍບຄາຍໃນໃຈວ່າ ສາຍນ້ຳຍັງມີເຮືອດແຫ້ງ ຫມົດລະດູແລ້ງ
ຍັງມີລະດູຝົນ ຄົນຮັກກັນຍັງມາຊັງກັນໄດ້ ສັນໃດກໍ່ສັນນັ້ນ
ດຽວສາຍໂທລະສັບມັນຄືຊິຫລຸດ ແລະໃນບັນດົນນັ້ນເອງ
ອະຖິຖານຈິດຂອງຂ້າພະເຈົ້າກໍ່ສຳຣິດຜົນເມື່ອພົບວ່າ ມັນຫລຸດໄປແລ້ວ
ຈາກນັ້ນກໍ່ເປັນແບບເກົ່າ

ຕໍ່ບໍ່ຕິດ
ຂຶ້ນ Busy line
ຖັດມາ Not responding
ຖັດມາ Username and/or password is invalid
ຖ້າມື້ອື່ນ ເພາະມື້ນີ້ວັນອາທິດ
ມື້ຕໍ່ມາວັນຈັນ ໂທຫາ 021 219425
ມັນບອກໃຫ້ກວດລະຫັດ
ມັນບອກໃຫ້ tell password
ມັນບອກດຽວຊິໂທກັບ
ມັນບອກ confirm ໃຫ້ແລ້ວ ຈາກນັ້ນ ອີກຄົນກໍ່ບອກວ່າ ຍັງເດ້ ກຳລັງ
ໃນທີ່ສຸດກໍ່ຕໍ່ຕິດ

ເລົ່າແບບຫຍໍ້ ໆ ຄວາມຈິງມັນຍາວກວ່ານີ້
ສັງເກດວ່າ ມັນຈະເປັນໄດ້ເປັນດີ ເປັນທຸກ [...]

ໄປເຫັນມາ

http://xpwndw.web1000.com/
Technorati Tags: ເວັບໄຊທ໌, ເວັບຄົນລາວ, ຄົນລາວ, ເວບ, ເວັບ, ໄອທີ, ຄອມພິວເຕີ, ຂ່າວສານ, realme, au8ust