Archive for 'ເທັກໂນໂລຢີ'

Google ຮູ້ພາສາລາວ

Posted on October 7, 2008, under ເທັກໂນໂລຢີ.

ເວລາເຮັດ SEO ສຳລັບເວັບພາສາລາວ ມັກຈະຄິດວ່າຕ້ອງຂຽນ keyword ໃຫ້ຄອບຄຸມ ເພາະໃນພາສາລາວມີພະຍັນຊະນະປະສົມເຊັ່ນ ຄຳວ່າ “ໝາ” ສາມາດສະກົດເປັນ “ຫມາ” ໄດ້ນຳ ກໍ່ຄິດລຳບາກໃຈວ່າ ຕ້ອງໃຊ້ທັງສອງຄຳ ເພື່ອໃນກໍລະນີທີ່ມີຄົນຊອກຫາ keyword ນີ້ຜ່ານ search engine ຈະໄດ້ດັກໄວ້ທັງ “ຫມາ” ແລະ “ໝາ”

ບັງເອີນວ່າ ມື້ນີ້ມີໂອກາດ search ຫາກ່ຽວກັບໝາ ກໍ່ເລີຍໃຊ້ kw ວ່າ “ໝາ” ແຕ່ບໍ່ພົບເວັບທີ່ຕ້ອງການ ກໍ່ເລີຍປ່ຽນໄປໃຊ້ຄຳວ່າ “ຫມາ” ປະກົດວ່າ ໃຫ້ຜົນການຊອກຫາດຽວກັນ!

ສັງເກດບ່ອນທີ່ຂີດກ້ອງສີແດງ ຈະເຫັນວ່າ Google ສາມາດຊອກໄດ້ທັງຄຳວ່າ “ຫມາ” ແລະ “ໝາ” ເພາະມັນຮູ້ວ່າ ໝາຍເຖິງສິ່ງດຽວກັນ!

ບັນຫາໃນ LaoBlogger.com

Posted on September 26, 2008, under ເທັກໂນໂລຢີ.

ມື້ຄືນນີ້ໄປນອນແລ້ວອ້າຍເລັກເພິ່ນທັກມາໃນເອັມຯ ບອກວ່າລາວບລັອກເກີມັນຂຶ້ນ

Apache is functioning normally

ກໍ່ສົງໄສຢູ່ວ່າ ເອ໊ະ ຄືວ່າແປງເທື່ອນັ້ນລະ ຍັງກັບມາເປັນໃໝ່ອີກ ສົງໄສເປັນນຳມີບັນຫາ Datacenter ມື້ກ່ອນແນ່ນອນແບບນີ້ ກໍ່ເລີຍຕ້ອງຫາທາງແກ້ ແກ້ໄປແກ້ມາ ດຽວເຂົ້າ subdomain ໄດ້ແຕ່ domain ບໍ່ໄດ້ ດຽວເຂົ້າ domain ໄດ້ແຕ່ subdomain ບໍ່ໄດ້ອີກ ງົມແກ້ຢູ່ປະມານເກືອບຊົ່ວໂມງກໍ່ແກ້ໄດ້ ເທື່ອນີ້ຈົດ config ໄວ້ດີກວ່າ ກັນບັນຫາໃນອະນາຄົດ :)

(more…)

ບັນຫາ 8100030d ໃນ WLM

Posted on September 18, 2008, under ເທັກໂນໂລຢີ.

ຫຼັງຈາກທີ່ login ໃນ WLM ບໍ່ໄດ້ມາສອງອາທິດ ໃນທີ່ສຸດກໍ່ໄດ້ຄົ້ນພົບວິທີແກ້ໄຂ ອັນທີ່ຈິງດົນມາແລ້ວເຄີຍມີບັນຫານີ້ ຕອນນັ້ນຕ້ອງໄດ້ quick fix ໂດຍການ install ວິນໂດຄືນໃໝ່ແລ້ວກໍ່ໄດ້ຜົນ ແຕ່ວ່າກໍ່ເປັນການຂີ່ສ້າງຈັບຕັກກະແຕນເກີນເຫດ

ພໍດີມື້ນີ້ສອງຫາວິທີແກ້ ແລະໃນທີ່ສຸດກໍ່ແກ້ໄດ້ຜົນ ໃຊ້ເວລາທ່ອງໄປໃນເວັບຕ່າງ ໆ ຊອກຫາຫົນທາງຮັກສາ error ນີ້ ແລະໄດ້ໄປພົບກັບ http://messenger-support…13937.entry ເຊິ່ງກໍ່ແນະນຳວິທີໄວ້ຫຼາຍພໍສົມຄວນ ແຕ່ ແຕ່ ແຕ່! ແຕ່ບໍ່ໄດ້ຜົນສຳລັບເຮົາ :(

ສຸດທ້າຍ ຂະນະທີ່ກຳລັງຈະໝົດຄວາມອົດທົນ ເພາະເຈັບກະເພາະ ແຕ່ພັດໄປເຫັນໃນ asksomeone.net ກະທູ້ໜຶ່ງ ເຂົາແນະນຳໃຫ້ແກ້ໄຂໂດຍການ register dll ຄືນໃໝ່ອີກຫຼາຍໂຕ (ກ່ອນໜ້ານີ້ເຮັດແລ້ວ ແຕ່ມັນບໍ່ຫຼາຍປານນີ້) ກໍ່ຈັດການເບິ່ງ ປະກົດວ່າ ໄດ້ຜົນ!

ກໍ່ຍັງບໍ່ແນ່ໃຈວ່າມັນໄດ້ຍ້ອນຂັ້ນຕອນໃດ ຫຼືອາດຈະຍ້ອນຫຼາຍ ໆ ຂັ້ນຕອນໂຮມກັນກໍ່ເປັນໄດ້ ;)

ເກືອບລືມຂຽນ ຂັ້ນຕອນສຸດທ້າຍທີ່ຊ່ວຍແກ້ບັນຫາໄດ້ຄື ຈັດການ register dll ລຸ່ມນີ້ຜ່ານ cmd

regsvr32 Dssenh.dll /s
regsvr32 Gpkcsp.dll /s
regsvr32 Slbcsp.dll /s
regsvr32 Sccbase.dll /s
regsvr32 Softpub.dll /s
regsvr32 Wintrust.dll /s
regsvr32 Initpki.dll /s
regsvr32 Rsaenh.dll /s
regsvr32 Mssip32.dll /s
regsvr32 Cryptdlg.dll /s
regsvr32 Msxml3.dll /s

ກໍ່ເປັນອັນຈົບ ສາມາດ login ໄດ້ເລີຍ ;)

ອໍ້… WLM ເຂົາອອກເວີຊັນເບຕ້າໂຕໃໝ່ແລ້ວ ອ່ານໄດ້ໃນ au8ust.org

ບັນຫາໂລກແຕກໃນ Joomla!

Posted on August 31, 2008, under ເທັກໂນໂລຢີ.

ພົບບັນຫານີ້ຂະນະທີ່ກຳລັງເຮັດເວັບໄຊ JoomlaLao.com ເຊິ່ງປະກົດວ່າ ໜ້າທຳອິດນັ້ນຂຶ້ນ Error 404 Article #44 not found ເຊິ່ງກໍ່ພະຍາຍາມແກ້ໄຂ ບໍ່ວ່າຈະເປັນການ Debug ແລ້ວ comment ໃນ line ທີ່ມີບັນຫາ ແຕ່ກໍ່ພົບບັນຫາອື່ນ ໆ ນຳຕະຫຼອດ ຫຼັງຈາກທີ່ກູກິ້ງໄປດົນເຕີບ ໃຊ້ເວລາຫຼາຍມື້ ກວ່າຈະແກ້ໄຂບັນຫານີ້ໄດ້

ສາເຫດຂອງບັນຫາກໍ່ຄື ໜ້າຫລັກ ຫຼື Frontpage ຈະຕ້ອງກຳນົດ Default menu ເຊິ່ງ default menu ນີ້ຈະດຶງເອົາຂໍ້ມູນມາສະແດງ ແລ້ວແຕ່ວ່າກຳນົດໃຫ້ດຶງຈາກບ່ອນໃດ ເຊິ່ງກໍລະນີທີ່ພົບບັນຫາແມ່ນເນື່ອງຈາກ ມັນໄປດຶງເອົາ article layout ຂອງບົດຄວາມທີ່ບໍ່ມີຢູ່ຈິງ (ຫຼືຢູ່ໃນສະຖານະ Unpublished) ມາສະແດງ ພໍດຶງມາແລ້ວບໍ່ພົບ ກໍ່ເລີຍກາຍເປັນ 404 Article Not Found ແທນ

ວິທີແກ້ໄຂແມ່ນຕ້ອງກຳນົດ Default menu ໃໝ່ ກໍ່ຈະສາມາດເຂົ້າໃຊ້ໄດ້ຕາມປົກກະຕິ ຖືວ່າເປັນຈຸດບອດຢ່າງໜຶ່ງ ຂອງຄົນທີ່ບໍ່ມີພື້ນຖານເລື່ອງໂຄງສ້າງຂອງ Joomla! ເພາະຈະບໍ່ສາມາດຮູ້ໄດ້ເລີຍວ່າ ມັນມີບັນຫາມາຈາກຫຍັງ?

ວິທີການແກ້ໄຂນີ້ໄດ້ມາຈາກການອ່ານໃນກະທູ້ໃນເວັບບອດ Joomla.org

ບັນຫາ Acquiring Network Address ແບບບໍ່ຮູ້ຈົບ

Posted on August 31, 2008, under ເທັກໂນໂລຢີ.

ເນື່ອງຈາກວ່າຢູ່ຮ້ານຈະເປີດສັນຍານອິນເຕີເນັດ Wireless ໃຫ້ລູກຄ້າຫຼິ້ນ ແຕ່ວ່າ ຈະພົບບັນຫາລູກຄ້າບາງຄົນບໍ່ສາມາດເຊື່ອມຄໍ່ກັບ Access Point ໄດ້ ເຊິ່ງກໍ່ໜ້າແປກ ທຳອິດຄິດວ່າເປັນນຳຮອງຮັບ Encrytion ທີ່ໃຊ້ຢູ່ (ໃຊ້ WPA-PSK) ແຕ່ວ່າລອງໃຊ້ No encryption ແລ້ວກໍ່ຍັງບໍ່ໄດ້ອີກ ວິນິໄສຕໍ່ໄປວ່າອາດຈະເປັນນຳຄອມຯ ຂອງຜູ້ກ່ຽວກເອງ ເພາະເຄື່ອງອື່ນກໍ່ຄືວ່າໃຊ້ໄດ້ຢູ່ (ຢ່າງນ້ອຍກໍ່ມີຄອມຯ ເຮົາກັບຂອງ POS ທີ່ໃຊ້ຢູ່)

ຫຼັງຈາກທີ່ໄປກູກິ້ງສອງຮອບ ກໍ່ພົບວ່າ ຕ້ອງປ່ຽນ SSID ເປັນຊື່ອື່ນ (ຊື່ເກົ່າມັນຍາວ) ພໍລອງປ່ຽນແລ້ວ ປະກົດວ່າ Surprise! ແກ້ໄຂບັນຫາໄດ້ຢ່າງທັນຄວັນ :D

ແຕ່ສະຫຼຸບແລ້ວກໍ່ຍັງງົງວ່າຕົກລົງແລ້ວມັນມີບັນຫາຍ້ອນ SSID ແລ້ວເປັນຫຍັງບາງເຄື່ອງຄືເຂົ້າໄດ້ລະ?

restart cPanel

Posted on August 20, 2008, under ເທັກໂນໂລຢີ.

ທີ່ຜ່ານມາມັກຈະມີບັນຫາເຂົ້າ cPanel ແລະ WHM ບໍ່ໄດ້ຢູ່ເປັນເນືອງນິດ ກໍ່ແກ້ບັນຫາໂດຍການອີເມລຫາ Support ເຊິ່ງເຂົາກໍ່ຕອບມາແບບເກົ່າວ່າ Your cPanel was huge ແລະບອກວ່າ Restart ໃຫ້

ຕອນຫລັງ ໆ ເລີ່ມສົງໄສເລີຍຊອກວິທີເຮັດເອົາເອງ ປະກົດວ່າຕອນນີ້ເຮັດເອງໄດ້ແລ້ວ ໕໕໕

ໃຫ້ຣັນຄຳສັ່ງ

/etc/init.d/cpanel restart Cpanel

ໃນ SSH ຖ້າຈັກຫນ່ອຍກໍ່ຮຽບຮ້ອຍ ຮຶຮຶ

eval(gzinflate(base64_decode()));

Posted on July 28, 2008, under ເທັກໂນໂລຢີ.

ວິທີງ່າຍທີ່ສຸດໃນການຖອດລະຫັດປະເພດນີ້ຄືປ່ຽນ eval ເປັນ echo

ຈົບ

ການ include ແລະ exclude ໃນ php

Posted on July 26, 2008, under ເທັກໂນໂລຢີ.

ພໍດີວ່າ ໄດ້ມີໂອກາດແກ້ໄຂ code ສຳຫລັບດຶງກະທູ້ຫລ້າສຸດໃນ phpBB3 ມາສະແດງນອກ structure ຂອງຕົວ phpBB3 ກໍ່ເລີຍຕ້ອງໄດ້ Googling ໄປເລື້ອຍ ຈົນພົບວ່າ ການຈະ fetch ຂໍ້ມູນໃນ database ມາສະແດງນັ້ນ ນອກຈາກຈະມີການໃຊ້

WHERE topic_approved=1

ແລ້ວ ກໍ່ຍັງສາມາດໃຊ້

AND forum_id != '13'

ເພື່ອຈະບອກວ່າ ບໍ່ຕ້ອງ fetch ຈາກບ່ອນນີ້ໄດ້ນຳ

ຕອນທຳອິດຄິດວ່າອາດຈະຕ້ອງໄດ້ຂຽນ

WHERE topic_approved=1 AND forum_id = 'x'

ໄປເລື້ອຍ ໆ ແຕ່ບໍ່ເອົາ forum_id ທີ່ເຮົາບໍ່ຕ້ອງການສະແດງ (ຫມາຍຄວາມວ່າໃຫ້ fetch ສະເພາະອັນທີ່ຢາກໄດ້) ແຕ່ວ່າ ໃນຂັ້ນປະຕິບັດແລ້ວ ທິດສະດີນີ້ໃຊ້ບໍ່ໄດ້ ຈະຕ້ອງໃຊ້ການ forum_id != ‘x’ ແທນ

ເທັກນິກນີ້ເປັນທຳມະດາຂອງຄົນຮຽນ php ທີ່ຈະຕ້ອງຮູ້ ແຕ່ບັງເອີນວ່າ ຂພຈ ບໍ່ເຄີຍຮຽນຂຽນ php ມາກ່ອນ ມັນຈຶ່ງເປັນຫຍັງທີ່ຍາກ ແລະໃຊ້ເວລາຫລາຍກວ່າຈະເຮັດໄດ້

ຂຽນມາຮອດນີ້ຫາກໍ່ສັງເກດວ່າ ໃນບລັອກກ່ອນຫນ້ານີ້ ເຄີຍຂຽນວິທີ exclude ໄວ້ຄືກັນ

ກ່ຽວກັບ Cookie ໃນ Firefox ໓

Posted on July 10, 2008, under ເທັກໂນໂລຢີ.

ຕັ້ງແຕ່ Firefox ໓ ອອກມາກໍ່ພົບບັນຫາມາຕະຫລອດ ບັນຫານັ້ນຄື ມັນບໍ່ຍອມຈື່ຄ່າ cookie ຂອງເວັບຕ່າງ ໆ ຈັກເທື່ອ ກໍ່ເລີຍຈຳເປັນຕ້ອງໄດ້ໄປລັອກອິນໃຫມ່ ໆ ຕະຫລອດ ສ້າງຄວາມຊະເອັງເປັນຢ່າງຍິ່ງຍວດ ໃນຕອນຕົ້ນ ໆ ທີ່ມັນອອກໃຫມ່ ໆ ຕອນນັ້ນລອງຊອກຂໍ້ມູນແລ້ວ ແຕ່ຍັງບໍ່ມີຄຳຕອບ ພໍດີມື້ນີ້ຄຶ້ມ ໆ ເລີຍໄປຊອກໃຫມ່ເບິ່ງ ຄິດວ່າຫນ້າຈະມີລະວ້າຄົນທີ່ມີບັນຫາແບບເຮົາ

ແລະໂຊກຊະຕາກໍ່ເຂົ້າຂ້າງ ໃນທີ່ສຸດກໍ່ໄດ້ຄົ້ນພົບຄຳຕອບວ່າ ເປັນຍ້ອນລົງ TorButton Addon ນັ້ນເອງ ພໍ Uninstall ອອກລະກໍ່ Cookie ກັບມາໃຊ້ງານໄດ້ດັ່ງເດີມແລ້ວ ປັ້ດດດດດດດ ສຸດຍອດ ~

WordPress Mu Recent posts

Posted on June 23, 2008, under ເທັກໂນໂລຢີ.

ຈົດໄວ້ກັນລືມ

ວິທີສະແດງ recent posts ໃນຫນ້າທຳອິດ ໃຊ້ code ນີ້

1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66
67
68
69
<?php
/*
Plugin Name: WordPress MU Recent Posts
Plugin URI: http://atypicalhomeschool.net/wordpress-plugins/
Description: Retrieves a list of the most recent posts in a WordPress MU installation. Based on (Andrea - fill this in)
Author: Ron Rennick
Author URI: http://atypicalhomeschool.net/
*/
 
/*
Version: 0.31
Update Author: Sven Laqua
Update Author URI: http://www.sl-works.de/
*/
 
/*
Parameter explanations
$how_many: how many recent posts are being displayed
$how_long: time frame to choose recent posts from (in days)
$titleOnly: true (only title of post is displayed) OR false (title of post and name of blog are displayed)
$begin_wrap: customise the start html code to adapt to different themes
$end_wrap: customise the end html code to adapt to different themes
 
Sample call: ah_recent_posts_mu(5,30,true, '<li>', '</li>'); >> 5 most recent entries over the past 30 days, displaying titles only
*/
function ah_recent_posts_mu($how_many, $how_long, $titleOnly, $begin_wrap, $end_wrap) {
	global $wpdb;
	$counter = 0;
	// get a list of blogs in order of most recent update
	$blogs = $wpdb->get_col("SELECT blog_id FROM $wpdb->blogs WHERE
	  public = '1' AND archived = '0' AND mature = '0' AND spam = '0' AND deleted = '0' AND blog_id != '10' AND blog_id != '115' AND
		last_updated >= DATE_SUB(CURRENT_DATE(), INTERVAL $how_long DAY)
		ORDER BY last_updated DESC");
 
	if ($blogs) {
		foreach ($blogs as $blog) {
			// we need _posts and _options tables for this to work
			$blogOptionsTable = "wp_".$blog."_options";
		    	$blogPostsTable = "wp_".$blog."_posts";
			$options = $wpdb->get_results("SELECT option_value FROM
				$blogOptionsTable WHERE option_name IN ('siteurl','blogname') 
				ORDER BY option_name DESC");
		       // we fetch the title and link for the latest post
			$thispost = $wpdb->get_results("SELECT post_title, guid 
				FROM $blogPostsTable WHERE post_status = 'publish' 
				AND post_type = 'post' AND post_date >= DATE_SUB(CURRENT_DATE(), INTERVAL $how_long DAY)
				ORDER BY id DESC LIMIT 0,1");
			// if it is found put it to the output
			if($thispost) {
				if ($titleOnly == false) {
					echo $begin_wrap.'<a href="'.$thispost[0]->guid
					.'">'.$thispost[0]->post_title.'</a> <br/> by <a href="'
					.$options[0]->option_value.'">'
					.$options[1]->option_value.'</a>'.$end_wrap;
					$counter++;
					} else {
						echo $begin_wrap.'<a href="'.$thispost[0]->guid
						.'">'.$thispost[0]->post_title.'</a>'.$end_wrap;
						$counter++;
					}
			}
			// don't go over the limit
			if($counter >= $how_many) { 
				break; 
			}
		}
	}
}
?>

ເບິ່ງແຖວທີ່ ໓໒ ບ່ອນນີ້ກຳຫນົດວ່າໃຫ້ສະແດງສະເພາະບລັອກທີ່ເປັນ public ສ່ວນ mature, spam, deleted ແມ່ນບໍ່ສະແດງ ແລະຍັງສາມາດສັ່ງ exclude ບລັອກທີ່ຕ້ອງການໄດ້ໂດຍໃຊ້ AND blog_id != ‘ໄອດີຂອງບລັອກ’

ປັບແລ້ວລະເອົາໄປໃສ່ໃນ mu-plugins ແລ້ວດຶງມາສະແດງໃນຫນ້າເວັບໂດຍໃຊ້

1
<?php ah_recent_posts_mu(10,30,true, '<li>', '</li>'); ?>

ກຳຫນົດປະລິມານຕາມນັ້ນໄດ້ເລີຍ