Post archive for ‘ເທັກໂນໂລຢີ’
restart cPanel
ທີ່ຜ່ານມາມັກຈະມີບັນຫາເຂົ້າ cPanel ແລະ WHM ບໍ່ໄດ້ຢູ່ເປັນເນືອງນິດ ກໍ່ແກ້ບັນຫາໂດຍການອີເມລຫາ Support ເຊິ່ງເຂົາກໍ່ຕອບມາແບບເກົ່າວ່າ Your cPanel was huge ແລະບອກວ່າ Restart ໃຫ້
ຕອນຫລັງ ໆ ເລີ່ມສົງໄສເລີຍຊອກວິທີເຮັດເອົາເອງ ປະກົດວ່າຕອນນີ້ເຮັດເອງໄດ້ແລ້ວ ໕໕໕
ໃຫ້ຣັນຄຳສັ່ງ
/etc/init.d/cpanel restart Cpanel
ໃນ SSH ຖ້າຈັກຫນ່ອຍກໍ່ຮຽບຮ້ອຍ ຮຶຮຶ
eval(gzinflate(base64_decode()));
ວິທີງ່າຍທີ່ສຸດໃນການຖອດລະຫັດປະເພດນີ້ຄືປ່ຽນ eval ເປັນ echo
ຈົບ
ການ include ແລະ exclude ໃນ php
ພໍດີວ່າ ໄດ້ມີໂອກາດແກ້ໄຂ code ສຳຫລັບດຶງກະທູ້ຫລ້າສຸດໃນ phpBB3 ມາສະແດງນອກ structure ຂອງຕົວ phpBB3 ກໍ່ເລີຍຕ້ອງໄດ້ Googling ໄປເລື້ອຍ ຈົນພົບວ່າ ການຈະ fetch ຂໍ້ມູນໃນ database ມາສະແດງນັ້ນ ນອກຈາກຈະມີການໃຊ້
WHERE topic_approved=1
ແລ້ວ ກໍ່ຍັງສາມາດໃຊ້
AND forum_id != ‘13′
ເພື່ອຈະບອກວ່າ ບໍ່ຕ້ອງ fetch ຈາກບ່ອນນີ້ໄດ້ນຳ
ຕອນທຳອິດຄິດວ່າອາດຈະຕ້ອງໄດ້ຂຽນ
WHERE topic_approved=1 AND forum_id = ‘x’
ໄປເລື້ອຍ ໆ ແຕ່ບໍ່ເອົາ forum_id ທີ່ເຮົາບໍ່ຕ້ອງການສະແດງ (ຫມາຍຄວາມວ່າໃຫ້ fetch ສະເພາະອັນທີ່ຢາກໄດ້) ແຕ່ວ່າ ໃນຂັ້ນປະຕິບັດແລ້ວ ທິດສະດີນີ້ໃຊ້ບໍ່ໄດ້ ຈະຕ້ອງໃຊ້ການ forum_id != ‘x’ ແທນ
ເທັກນິກນີ້ເປັນທຳມະດາຂອງຄົນຮຽນ php ທີ່ຈະຕ້ອງຮູ້ ແຕ່ບັງເອີນວ່າ ຂພຈ ບໍ່ເຄີຍຮຽນຂຽນ php ມາກ່ອນ ມັນຈຶ່ງເປັນຫຍັງທີ່ຍາກ [...]
ກ່ຽວກັບ Cookie ໃນ Firefox ໓
ຕັ້ງແຕ່ Firefox ໓ ອອກມາກໍ່ພົບບັນຫາມາຕະຫລອດ ບັນຫານັ້ນຄື ມັນບໍ່ຍອມຈື່ຄ່າ cookie ຂອງເວັບຕ່າງ ໆ ຈັກເທື່ອ ກໍ່ເລີຍຈຳເປັນຕ້ອງໄດ້ໄປລັອກອິນໃຫມ່ ໆ ຕະຫລອດ ສ້າງຄວາມຊະເອັງເປັນຢ່າງຍິ່ງຍວດ ໃນຕອນຕົ້ນ ໆ ທີ່ມັນອອກໃຫມ່ ໆ ຕອນນັ້ນລອງຊອກຂໍ້ມູນແລ້ວ ແຕ່ຍັງບໍ່ມີຄຳຕອບ ພໍດີມື້ນີ້ຄຶ້ມ ໆ ເລີຍໄປຊອກໃຫມ່ເບິ່ງ ຄິດວ່າຫນ້າຈະມີລະວ້າຄົນທີ່ມີບັນຫາແບບເຮົາ
ແລະໂຊກຊະຕາກໍ່ເຂົ້າຂ້າງ ໃນທີ່ສຸດກໍ່ໄດ້ຄົ້ນພົບຄຳຕອບວ່າ ເປັນຍ້ອນລົງ TorButton Addon ນັ້ນເອງ ພໍ Uninstall ອອກລະກໍ່ Cookie ກັບມາໃຊ້ງານໄດ້ດັ່ງເດີມແລ້ວ ປັ້ດດດດດດດ ສຸດຍອດ ~
WordPress Mu Recent posts
ຈົດໄວ້ກັນລືມ
ວິທີສະແດງ recent posts ໃນຫນ້າທຳອິດ ໃຊ້ code ນີ້
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
57
58
59
60
61
62
63
64
65
66
67
68
69
<?php
/*
Plugin Name: WordPress MU Recent Posts
Plugin URI: http://atypicalhomeschool.net/wordpress-plugins/
Description: Retrieves a list of the most recent posts in a WordPress MU installation. Based on (Andrea - fill this in)
Author: Ron Rennick
Author URI: http://atypicalhomeschool.net/
*/
/*
Version: 0.31
Update Author: Sven Laqua
Update Author URI: http://www.sl-works.de/
*/
/*
Parameter explanations
$how_many: how many recent posts are being displayed
$how_long: time frame [...]
ບັກຜີ້ບ້າໃນ IE6
ຕ້ອງຂໍຖະແຫລງກ່ອນວ່າ ຄຳວ່າ “ບັກ” ທີ່ຂຶ້ນໃນຫົວຂໍ້ນັ້ນ ຫມາຍເຖິງ “Bug” ເດີ້ ເຂົ້າເລື່ອງເລີຍ ກໍ່ຄືໃນ IE6 (ແລະຕ່ຳກວ່າ) ຈະມີບັ໊ກອັນແປກປະຫລາດຢູ່ຫລາຍຢ່າງ ຫນຶ່ງໃນຈຳນວນນັ້ນຄື ເນື້ອຫາຈະຫາຍໄປເມື່ອໃຊ້ float: left; ແຕ່ຢ່າງໃດກໍ່ຕາມ ບັນຫານີ້ສາມາດແກ້ໄດ້ໂດຍການກຳຫນົດ position: relative; ເພີ່ມໃສ່ກໍ່ຈະເປັນການແກ້ໄຂສະເພາະຫນ້າໄດ້ແລ້ວ
ກວ່າຊິແກ້ໄຂໄດ້ ກໍ່ກິນເວລາໄປເກືອບມື້ ບໍ່ຫນ້າເລີຍ ລູກຄ້າເຮົາ ໃຊ້ IE6 ~_~)~~
ອ່ານເພີ່ມເຕີມໄດ້ໃນ http://www.positioniseverything.net/explorer/peekaboo.html
ພຕພ
ບໍ່ໄດ້ຂຽນເລື່ອງ ພຕພ ດອກ ແຕ່ວ່າຂຽນເລື່ອງພັນລາວ ຄືວ່າ ສັງເກດວ່າ ພັນລາວມີ keyword ພຕພ ຕິດຢູ່ໃນຜົນການຊອກຫາຂອງ google ນຳ ຊອກຫາຄຳວ່າ ພຕພ ໃນ google ກໍ່ຈະພົບກັບອັລບັ້ມພາບຂອງທ່ານພະນົມສິນໃນອັນດັບຕົ້ນ ໆ ກ່ອນເລີຍ
Firefox VS. IE
ເວົ້າຮອດເລື່ອງການຄຸມພາສາໃນ Firefox ແລະ IE ເບິ່ງແລ້ວ IE ຊະນະ Firefox ຂາດລອຍ ເພາະວ່າ IE ມີພາສາລາວໃຫ້ເລືອກວ່າຊິໃຊ້ຟອນຕ໌ໃດສຳຫລັບພາສາລາວ ເຊິ່ງມັນກໍ່ຈະໃຊ້ຟອນຕ໌ນັ້ນສະແດງຜົນໄດ້ຖືກຕ້ອງ ບໍ່ຄື Firefox ທີ່ບໍ່ມີພາສາລາວໃຫ້ເລືອກ ເລີຍວ່າຕ້ອງໄປເລືອກຟອນຕ໌ໃນ Other language ແທນ ເຮັດໃຫ້ພາສາອື່ນຜິດປົກກະຕິໄປນຳ
I’m 2% addicted to Apple!
2%How Addicted to Apple Are You?
TinyMCE ໃນ WordPress ບໍ່ເຮັດວຽກ
ພໍດີໄດ້ມີໂອກາດເບິ່ງບັນຫາ TinyMCE ເຊິ່ງເປັນ WYSIWYG Editor ໃນ WordPress ໃຫ້ກັບທ່ານ TANA ສະມາຊິກເວັບບອດ Zone-IT ໃຊ້ເວລາດົນເຕີບ ທຳອິດຄິດວ່າເປັນຍ້ອນ blank line ກ່ອນຫນ້າ <?php ແຕ່ຊອກແນວໃດກໍ່ບໍ່ເຫັນ ຫາກແຕ່ໃນ view source ມັນເຫັນຊ່ອງຫວ່າງກ່ອນ <?php ກໍ່ເລີຍຄິດວ່າຍ້ອນສາເຫດນີ້ ແຕ່ກໍ່ບໍ່ແມ່ນ
ຫລັງຈາກປຸກປ້ຳໄດ້ໄລຍະຫນຶ່ງຈຶ່ງໄດ້ໄປຮູ້ຈາກກະທູ້ນີ້ວ່າ ເປັນຍ້ອນ GZIP ມັນໃຊ້ບໍ່ໄດ້ໃນບາງ Server ເຮັດໃຫ້ມັນໂຫລດ TinyMCE ບໍ່ຜ່ານ ກໍ່ເລີຍວ່າໄປແກ້ຕາມເພິ່ນບອກ ໄປທີ່ /wp-includes/js/tinymce/tiny_mce_gzip.php ຈາກນັ້ນຊອກຫາ
if ((in_array(’gzip’, $encodings) || in_array(’x-gzip’, $encodings) || isset($_SERVER['---------------'])) && function_exists(’ob_gzhandler’) && !ini_get(’zlib.output_compression’) && ini_get(’output_handler’) != ‘ob_gzhandler’) {
$enc = in_array(’x-gzip’, $encodings) [...]
