Archive for 'ຮ້ານອາຫານ'

ບັນຫາປ່ວງໆ ຂອງລູກຄ້າຕ່າງປະເທດ

Posted on December 23, 2009, under ຮ້ານອາຫານ.

ກ່ອນໜ້ານີ້ເຄີຍຂຽນບລັອກກ່ຽວກັບລູກຄ້າທີ່ມາສຽບໄຟຢູ່ຮ້ານໄປແດ່ແລ້ວ ມື້ນີ້ມາຂຽນເພີ່ມເຕີມ. ດັ່ງທີ່ຮູ້ກັນວ່າ ນັກທ່ອງທ່ຽວຊາວຕ່າງຊາດມັກຈະມີ Notebook ຫຼື Netbook ຫຼືອຸປະກອນຂະໜາດນ້ອຍທີ່ສາມາດເຊື່ອມຕໍ່ອິນເຕີເນັດໄດ້ຜ່ານທາງ WiFi ນຳສະເໝີ. ເມື່ອນັກທ່ອງທ່ຽວເຫຼົ່ານີ້ເຂົ້າມາຮ້ານ ກໍກາຍເປັນລູກຄ້າເຮົາໄປ ແລະບັນດາລູກຄ້າປະເພດນີ້ເອງທີ່ມັກມີຄວາມບໍ່ເຂົ້າໃຈ ຫຼືພະຍາຍາມຈະບໍ່ເຂົ້າໃຈ ຫຼືແມ່ນແຕ່ “ຝ່າຝືນ” ກົດລະບຽບຂອງຮ້ານ.

ໂດຍປົກກະຕິແລ້ວ ຮ້ານຈະໃຫ້ໃຊ້ WiFi ໄດ້ຟຣີໂດຍບໍ່ຄຶດຄ່າໃຊ້ຈ່າຍໃດໆ ແຕ່ມີຂໍ້ກຳນົດວ່າ ບໍ່ສາມາດສຽບສາຍໄຟ ເພື່ອໃຊ້ໄຟຈາກຮ້ານໄດ້ ຂໍ້ນີ້ມີລະບຸໃນປ້າຍດຽວກັບທີ່ລະບຸວ່າມີ WiFi ໃຫ້ໃຊ້ຟຣີນັ້ນລະ.

ບັນຫາກໍຄື ລູກຄ້າມັກຈະບໍ່ສົນໃຈກົດລະບຽບດັ່ງກ່າວ ບາງຄັ້ງກໍຊອກບ່ອນສຽບໄຟໂດຍບໍ່ສົນໃຈຫຍັງທັງໝົດ ຕໍ່ໃຫ້ມີສາຍໄຟສຽບຢູ່ແລ້ວ ເພິ່ນກໍຖອດອອກແລ້ວສຽບສາຍຂອງຕົນເອງໃສ່ແທນທີ່ ໂດຍບໍ່ຖາມທາງຮ້ານເລີຍຈັກຄຳ! ເມື່ອໄປແຈ້ງໃຫ້ຮູ້ວ່າບໍ່ອະນຸຍາດໃຫ້ໃຊ້ໄຟແລ້ວ ກໍມັກຈະຖືກບັນດາລູກຄ້າຈາກປະເທດທີ່ເອີ້ນກັນວ່າ “ພັດທະນາແລ້ວ” ຖາມກັບມາວ່າ “Why” ເຊິ່ງກໍອະທິບາຍໄປວ່າ ພວກເຮົາໃຫ້ບໍລິການຟຣີ WiFi ເປັນ value added ແຕ່ບໍ່ສາມາດເສຍຄ່າໃຊ້ຈ່າຍເພີ່ມເຕີມເພື່ອ “ຈ່າຍ” ຄ່າໄຟໃຫ້ລູກຄ້າໄດ້ອີກ.

ຢ່າງໃດກໍຕາມ ລູກຄ້າສ່ວນຫຼາຍມັກຈະບໍ່ພໍໃຈ ແລະບໍ່ພະຍາຍາມເຂົ້າໃຈ ໂດຍສະເພາະແມ່ນເຮັດໜ້າປະມານວ່າ “ກ…ລະເຊັງ” = =’

ເນື່ອງດ້ວຍວ່າ ບາງທີປ້າຍມັນອາດຈະບໍ່ເປັນທີ່ສົນໃຈພໍປານໃດໃຫ້ເຫັນຂໍ້ຄວາມວ່າ ບໍ່ອະນຸຍາດໃຫ້ໃຊ້ໄຟຈາກຮ້ານ ດັ່ງນັ້ນຈຶ່ງພິມຂໍ້ຫ້າມເປັນເຈ້ຍໂຕໜັງສືຂະໜາດພໍອ່ານໄດ້ໃນໄລຍະ 3 ແມັດວ່າ “DO NOT USE WITHOUT PERMISSION” ຕິດໃສ່ບ່ອນປລັກໄຟໄວ້ ເວລາເຂົາຈະສຽບກໍຈະໄດ້ອ່ານເຫັນງ່າຍໆ ພ້ອມວ່າບໍ່ໃຫ້ໃຊ້ໂດຍບໍ່ໄດ້ຮັບອະນຸຍາດ.

ອະນິດຈາ ໂລກນີ້ບໍ່ທ່ຽງແທ້! ເປັນດັ່ງທີ່ທ່ານຜູ່ອ່ານຄຶດໄວ້ນັ້ນລະ ລູກຄ້າກໍຍັງສຽບໄຟທັງໆ ທີ່ມີປ້າຍຕິດຢູ່ນັ້ນເອງ!

ລູກຄ້າບາງຄົນກໍແຄ້ນແຮງທີ່ບໍ່ສາມາດໃຊ້ໄຟຈາກຮ້ານໄດ້ ໂດຍອ້າງເຫດຜົນວ່າ ລາວໄດ້ມາກິນເບຍຢູ່ຮ້ານນີ້ ລາຄາແພງຫຼາຍ (ແກ້ວລະ 12,000 ກີບ) ເປັນຫຍັງສຽບໄຟເທົ່ານີ້ບໍ່ໃຫ້ສຽບ!?! ທາງຮ້ານກໍອະທິບາຍໃຫ້ຟັງ ແຕ່ແນວໃດທ່ານລູກຄ້າກໍຍັງບໍ່ພໍໃຈ ແລະຂູ່ວ່າຈະໄປໂພສໃນອິນເຕີເນັດ.

ຫຼາຍມື້ຜ່ານໄປ ຜູ່ຂຽນພົບວ່າ ລູກຄ້າຄົນດັ່ງກ່າວໄດ້ເຂົ້າໄປໂພສໃນເວັບໄຊກ່ຽວກັບການທ່ອງທ່ຽວແຫ່ງນຶ່ງ ໂດຍລະບຸວ່າຕົນເອງໄດ້ມາພັກທີ່ບ້ານພັກແຫ່ງນີ້ ແລະບໍ່ສາມາດໃຊ້ໄຟໄດ້ເນື່ອງຈາກທາງຮ້ານບໍ່ອະນຸຍາດ!! ເຊິ່ງຄວາມຈິງກໍຄື ລູກຄ້າຄົນດັ່ງກ່າວບໍ່ໄດ້ເປັນແຂກບ້ານພັກຂອງທາງຮ້ານ ເປັນພຽງລູກຄ້າຮ້ານອາຫານທີ່ມາກິນອາຫານເທົ່ານັ້ນເອງ.

ຂຽນມາກໍຍາວ ສະຫຼຸບແລ້ວ ເລື່ອງນີ້ໃຫ້ຂໍ້ຄຶດກໍຄື:

  • ອັນຂຶ້ນຊື່ວ່າ “ຝຣັ່ງ” ທີ່ບອວກ່າມັກເຮັດຕາມກົດລະບຽບ ເຂັ່ງຂັດນັ້ນ ບາງຄົນກໍບໍ່ເປັນແບບນັ້ນ ແຕ່ເປັນໃນທາງກົງກັນຂ້າງກັນ.
  • ແລະກໍ “ຝຣັ່ງ” ອີກນັ້ນລະ ທີ່ຂີ້ຕົວະເກັ່ງສຸດໆ 🙂
  • ມັນຈະເກີດຂຶ້ນແບບນີ້ອີກຍາວນານນນນນນນນ ຮະຮາ

ຈົບດີກວ່າເນາະ .. ສະບາຍດີ.

ເລົ່າເລື່ອງໃນຮ້ານອາຫານ ຕອນທີ່ 1

Posted on April 6, 2008, under ຮ້ານອາຫານ.

ລູກຄ້າຊ່ວງນີ້ເລີ່ມປ່ວງອີກແລ້ວ ແຂກໂຕະສອງສັ່ງອາຫານໄດ້ພິດສະດານອີ່ຫລີ

ຄົນຫນຶ່ງສັ່ງວ່າ ເອົາຂົ້ວອິກໄກ່ແຖມມັນ ແຕ່ບໍ່ເອົາມັນ ຂໍເອົາເປັນຜັກແທນ

ອີກຄົນຫນຶ່ງບອກ ເອົາຂົ້ວເຕົາຫູ່ຜັກ ແຕ່ບໍ່ໃຫ້ຂົ້ວເຕົາຫູ່ ໃຫ້ເອົາໄປຕົ້ມແທນ ແລ້ວຄ່ອຍເອົາມາໃສ່ກັນ ເລີຍຖາມໄປວ່າ ຊັ້ນກໍ່ເອົາເປັນແກງເຕົາຫູ່ດີກວ່າບໍ່? ແຂກບອກວ່າ ບໍ່ ຂ້ອຍບໍ່ຢາກໄດ້ນ້ຳແກງ ວ່າຊັ້ນໃຫມ່ບາດນີ້ ປ໊າດດດດ ແຂກມັນກວນຂະຫນາດ

ອີກຄົນຫນຶ່ງຊິກິນຫມາກກ້ຽງປັ່ນ ບອກບໍ່ມີ ເພິ່ນເລີຍໃຫ້ເອົານ້ຳຫມາກກ້ຽງໄປປັ່ນແທນ -*-