ການຂໍ VISA ຍີ່ປຸ່ນສຳລັບຄົນລາວ

ຂຽນເມື່ອ September 28, 2015, ໃນຫມວດ ຝອຍໃຫ້ຟັງ.

ມື້ນີ້ໄດ້ມີໂອກາດໄປເຮັດ VISA ທ່ອງທ່ຽວສຳລັບຄົນລາວເພື່ອໄປປະເທດຍີ່ປຸ່ນ ກໍເລີຍເກັບລາຍລະອຽດມາບັນທຶກໄວ້ ເພື່ອຈະເປັນປະໂຫຍດກັບຜູ່ຜ່ານມາອ່ານໃນໂອກາດຕໍ່ໄປ

ຂໍ້ມູນສ່ວນໃຫຍ່ສຳລັບການຂໍວິຊ່າຍີ່ປຸ່ນນັ້ນ ສາມາດເບິ່ງໄດ້ທີ່ເວັບໄຊສະຖານທີ່ຍີ່ປຸ່ນປະຈຳປະເທດລາວທີ່ http://www.la.emb-japan.go.jp/

ໂດຍຫຼັກແລ້ວຈະມີວິຊ່າຢູ່ 3 ປະເພດຄື:

  1. ຢ້ຽມຢາມພີ່ນ້ອງ
  2. ຢ້ຽມຢາມຄົນຮູ້ຈັກ-ທ່ອງທ່ຽວ
  3. ວຽກທຸລະກິດໄລຍະສັ້ນ ແລະອື່ນໆ

ສຳລັບວິຊ່າທີ່ໄປຍື່ນໃນຄັ້ງນີ້ແມ່ນປະເພດທີສອງ ກໍຄືວິຊ່າສຳລັບທ່ອງທ່ຽວ

ການກະກຽມເອກະສານໃນເວັບໄຊລະບຸວ່າ:

(1) ຫນັງສືຜ່ານແດນ
ມີຫນ້າເຈ້ຍເພື່ອຈໍ້າວີຊາ 2 ຫນ້າຂື້ນໄປ. ຖ້າມີຫນັງສືຜ່ານແດນຫົວເກົ່າໃຫ້ຍື່ນພ້ອມ

(2) ຟອມຂໍວີຊາ 1 ໃບ
ເອົາຢູ່ສະຖານທູດ ຫລື ພີມເອົາຈາກເວບໄຊຂອງສະຖານທູດ

(3) ຮູບຖ່າຍ 1 ໃບ
ຖ່າຍພາຍໃນ 6 ເດືອນ, ຂະຫນາດ 4,5 ຊມ x 4,5 ຊມ, ຮູບສີ ຫລື ຂາວດໍາ ບໍ່ມີພາບດ້ານຫລັງ ແລະ ແຈ້ງດີ

(4) ໃບຈອງປີ້ຍົນໄປກັບ/ໃບຢັ້ງຢືນ

(5)​ ເອກະສານຢັ້ງຢືນການ​ຮູ້ຈັກ (ກໍລະນີ​ໄປຢ້ຽມຢາມຄົນຮູ້​ຈັກ)
ຮູບ​ຖ່າຍ, ຈົດຫມາຍ, ອີ​ເມ​ວ, ​ໃບ​ບັນທຶກ​ໂທ​ທາງ​ໄກ ​ແລະ ອື່ນໆ.
(6) ເອກະສານຢັ້ງຢືນຮັບປະກັນຄ່າໄຊ້ຈ່າຍ (ກໍລະນີຜູ້ຂໍວີຊາຮັບປະກັນຄ່າໄຊ້ຈ່າຍເອງ)
ໃບຢັ້ງຢືນລາຍຮັບອອກໃຫ້ໂດຍອົງການຂອງລັດ ຫລື ບັນຊີເງີນຝາກອື່ນໆ
(7)ສຳມະໂນຄົວລາວ

[ສິ່ງທີ່ຝ່າຍຍີ່ປຸ່ນຕ້ອງຕຽມ]

(1) ໃບແຈ້ງເຫດຜົນຂອງການເຊີນ
(2) ໃບຮັບປະກັນ
(3) ຕາຕະລາງການເຄື່ອນໄຫວ
(4) ເອກະສານຂອງຜູ້ຮັບປະກັນອັນໃດອັນຫນຶ່ງລຸ່ມນີ້ (ກໍລະນີຜູ້ເຊີນຮັບປະກັນຄ່າໄຊ້ຈ່າຍ) -ໃບຢັ້ງຢືນລາຍຮັບປະຈໍາປີ
-ໃບຢັ້ງຢືນເງີນຝາກ
-ໃບແຈ້ງເສຍພາສີ
-ໃບຢັ້ງຢືນເສຍພາສີ

(5) ໃບຢັ້ງຢືນທີ່ຢູ່ຂອງ​ຜູ້​ຮັບປະກັນ (ທີ່ຂຽນສາຍພົວພັນຄົນໃນຄອບຄົວທຸກຄົນ)
(6)ຄອບປີ້ພາສປອດ (ຫນ້າທີ່ມີເອກະລັກບຸກຄົນລວມທັງຫນ້າທີ່ມີກາຈໍ້າຕ່າງໆ)
(ໃນກໍລະນີຜູ້ເຊີນ ຫລື ຜູ້ຮັບປະກັນເປັນຄົນຕ່າງປະເທດ)

ແຕ່ວ່າຫຼັກໆ ສຳລັບການໄປທ່ອງທ່ຽວດ້ວຍຕົນເອງລະແມ່ນຕ້ອງມີ:

  1. ປຶ້ມພາສປອດເຮົາ (ຕ້ອງມີຫນ້າຫວ່າງ 2 ຫນ້າຂຶ້ນໄປ)
  2. ແບບຟອມວິຊ່າ (ດາວໂຫລດບ່ອນນີ້)
  3. ຮູບຖ່າຍຂະໜາດ 4.5×4.5 ຊມ ຈຳນວນ 1 ໃບ ຕ້ອງເປັນພື້ນຫຼັງສີຂາວ ໜ້າຊື່ ບໍ່ຍິ້ມ ບໍ່ເກີນ 6 ເດືອນ ໃສ່ເສື້ອທຳມະດາກໍໄດ້ບໍ່ຕ້ອງເສື້ອສູດ
  4. ໃບຈອງປີ້ຍົນໄປກັບ (ພິມ itinerary ຈາກອີເມວໄປກໍໄດ້)
  5. ເອກະສານຢັ້ງຢືນການເງິນ (ອັນນີ້ສຳຄັນເພາະເຂົາຢາກໄດ້ແທ້ໆ ບໍ່ແມ່ນໃບຢັ້ງຢືນການເງິນ ແຕ່ເປັນສະເຕດເມັ້ນຍ້ອນຫຼັງ 6 ເດືອນ! ຫຼືສາມາດເອົາປຶ້ມບັນຊີທະນາຄານເຮົາໄປແທນກໍໄດ້ ແຕ່ຕ້ອງເອົາໄປອັບເດດມາຫຼ້າສຸດກ່ອນ ໄດ້ຍິນວ່າຕ້ອງມີເງິນໃນບັນຊີ 20 ລ້ານຂຶ້ນໄປນຳ.)
  6. ສຳເນົາສຳມະໂນຄົວລາວ
  7. ຕາຕະລາງການເຄື່ອນໄຫວ (ອັນນີ້ສຳຄັນຫຼາຍ ເພາະໃນເວັບບອກວ່າຝ່າຍຍີ່ປຸ່ນຕ້ອງກຽມ ແຕ່ຄວາມຈິງເຮົາໄປເອງ ສະນັ້ນຕ້ອງກຽມເອງ ໂຫລດຕາຕະລາງທີ່ວ່າໄດ້ບ່ອນນີ້ ໃຫ້ຂຽນວ່າແຕ່ລະມື້ໄປໃສແດ່ ນອນໃສ ເບີໂທເບີຫຍັງ)
  8. ໃບຢັ້ງຢືນທີ່ຢູ່ (ໃນເວັບບອກວ່າເປັນສິ່ງທີ່ຝ່າຍຍີ່ປຸ່ນຕ້ອງກຽມ ທີ່ຈິງບອກຂໍ້ມູນຜິດ ເຮົານີ້ແຫລະຕ້ອງກຽມ!)

ກໍມີເທົ່ານີ້ທີ່ຈຳເປັນຕ້ອງໃຊ້ ກໍເອົາໄປຍື່ນ ຈະໄປຍື່ນເອງກໍໄດ້ ຝາກຄົນອື່ນໄປຍື່ນກໍໄດ້ ຍື່ນທີ່ສະຖານທູດຍີ່ປຸ່ນປະຈຳປະເທດລາວ ຕັ້ງຢູ່ຖະໜົນສີສັງວອນ ເບີໂທລະສັບ 021 414400-3 ຖ້ານັ່ງລົດເມໄປໃຫ້ຂຶ້ນລົດເມສາຍ 20 (ຕະຫຼາດເຊົ້າ-ດົງຄຳຊ້າງ) ລາຄາ 4,000 ກີບ ເຂົາຈະໄປລົງບໍ່ຮອດບ່ອນສະຖານທູດ ແຕ່ຍ່າງໄປຕໍ່ໄດ້ບໍ່ໄກຫຼາຍ

ສະຖານທູດຍີ່ປຸ່ນຈະມີຄວາມແປກປະຫຼາດຢ່າງນຶ່ງກໍຄືວ່າ ສາມາດເອົາໂທລະສັບເຂົ້າໄປໄດ້ ເອົາກະເປົາເຂົ້າໄປໄດ້ ບໍ່ຈຳເປັນຕ້ອງຝາກ ແລະບໍ່ຈຳເປັນຕ້ອງປິດໂທລະສັບມືຖື!!! ເຂົ້າໄປແລ້ວຍື່ນເອກະສານ ແລ້ວເຈົ້າໜ້າທີ່ຈະແຈ້ງວ່າຂາດຫຍັງແດ່ ຖ້າບໍ່ຂາດ ກໍຈະໄດ້ຮັບເອກະສານມາ 1 ໃບ ເປັນໃບນັດຮັບພາສປອດ ເຂົາເຈົ້າຈະໃຫ້ໂທມາຖາມວັນພະຫັດ ເພື່ອເບິ່ງວ່າໄດ້ຫຼືບໍ່ໄດ້ ຖ້າໄດ້ກໍມາເອົາວັນພະຫັດ ຫຼືສຸກ ພ້ອມຈັບເງິນມາ 214,000 ກີບເປັນຄ່າວິຊ່າ ຖ້າບໍ່ໄດ້ກໍບໍ່ເສຍ (ຖ້າວິຊ່າອາເມລິກາ ໄດ້ບໍ່ໄດ້ກໍເສຍ ເສຍແພງອີກ 555)

ຈົບແລ້ວ ຫວັງວ່າຈະເປັນປະໂຫຍດກັບຄົນທີ່ມາຊອກຫາຂໍ້ມູນ ຫາກສົງໃສບ່ອນໃດ ສອບຖາມໄດ້ທາງລຸ່ມ 🙂

ຂຽນຄຳເຫັນ

*

code