SMS ປີໃໝ່

ຂຽນເມື່ອ January 1, 2014, ໃນຫມວດ ຄວາມລັບ.

ມື້ນີ້ພະຍາຍາມສົ່ງ SMS ຫາໃຜຄົນນຶ່ງ

ທີ່ຈິງສົ່ງຕັ້ງແຕ່ມື້ຄືນແລ້ວ ນັ່ງຖ້າຈົນຮອດ 12:00 ແລ້ວກໍກົດສົ່ງ ແລ້ວກໍໄປນອນ

ຕື່ນເຊົ້າມານັ່ງເຮັດອັນອື່ນແລ້ວພໍດີເຫັນ report ວ່າສົ່ງບໍ່ຮອດ =_=

ພະຍາຍາມສົ່ງໃໝ່ ສົ່ງແລ້ວສົ່ງອີກ ສົ່ງທຸກທາງທີ່ຄິດອອກທີ່ມັນຈະບໍ່ສະແດງຊື່ ຫຼືເບີໂທ ແຕ່ກໍບໍ່ໄດ້ຈັກເທື່ອ ມັນ Rejected ກັບ Undelivered ຕະຫຼອດ ຈົນເມື່ອຍໃຈ

ສົ່ງເບີອື່ນໄດ້ໝົດ ຍົກເວັ້ນເບີທີ່ຢາກສົ່ງໃຫ້ ເຫີ້…

ພະຍາຍາມຢູ່ເກືອບຊົ່ວໂມງ ກໍເລີຍຖອດໃຈ ໃຊ້ເບີທຳມະດາສົ່ງກໍໄດ້ ຫວັງວ່າຈະບໍ່ຖືກຮ້າຍ 🙁

ຕະລົກແຕ່ທຳອິດ ລືມຂຽນວ່າ Happy New Year ບາດນັ້ນແກ້ໃໝ່ ລືມອີກ ແລ້ວກໍສົ່ງໃໝ່ອີກ ແລ້ວພັດໄປຂຽນວ່າ Happy Birthday ແທນ ໂອຍ ເນາະ 555

ເອົາໃໝ່ ສົ່ງໃໝ່ ບໍ່ລືມລະ ແຕ່ສ່ຽງທີ່ຄົນຮັບຈະຮູ້ວ່າໃຜສົ່ງໃຫ້… ຄົງຈະຮູ້ແລ້ວຕິປານນີ້ ບໍ່ຢາກໃຫ້ຮູ້ເລີຍ ບໍ່ຢາກໃຫ້ຄິດວ່າຍັງຢູ່ໃກ້ໆ ບໍ່ໄປໃສ 🙁

ຂຽນຄຳເຫັນ

*

code