ສຽງໃຜທຸບປະຕູ!!!?

ຂຽນເມື່ອ December 23, 2013, ໃນຫມວດ ຝອຍໃຫ້ຟັງ.

ເລື່ອງມັນມີຢູ່ວ່າ ມີຄືນນຶ່ງ ຕອນນັ້ນປະມານ 3 ໂມງກາງຄືນ ກຳລັງລອງໄມ ເພາະວ່າຊິໄປຖ່າຍໜັງສັ້ນໃນເດືອນຖັດໄປ ກໍໃສ່ຫູຟັງ ແລ້ວກໍລອງໃຊ້ໄມ ເວົ້າ testໆ ທົດສອບໆ ຢູ່ຫັ້ນລະ ມັນກໍມິດເນາະ ໄດ້ຍິນແຕ່ສຽງເຮົາ ບາດນີ້ຕອນທີ່ກຳລັງທົດສອບຢູ່ດີໆ ມັນມີສຽງດັງບັກແຮງໆຂຶ້ນມາ “ປັງ!!!!”


ຕົກໃຈຈົນຂົນໜາວລຸກທົ່ວຄີງເລີຍ ຄິດໃຈດີສູ້ເສືຶອວ່າ ສົງໄສເປັນນຳເຂົາເຈົ້າເອົາເຄື່ອງອັດສຽງເຮົາໄປອັດ ລະມັນມີສຽງນີ້ ລະເຮົາເປີດ play ມັນກໍເລີຍດັງຂຶ້ນມາ… ແຕ່ເອ້ະ ມັນບໍ່ໄດ້ຢູ່ໃນໂໝດ play ເວີ່ຍຍຍຍຍ =_=!!!

ຕອນນັ້ນແບບ ໂຄດຫຼອນເລີຍ ຖອດຫູຟັງອອກ ຫຼຽວຊ້າຍຫຼຽວຂວາເບິ່ງໃນຫ້ອງ ງຽບ… ບໍ່ມີຫຍັງເຄື່ອນໄຫວ ກໍເລີຍແບບວ່າ ເຮີ້ຍ ມື້ກີ້ສຽງຫຍັງດັງປັງຫວະ!!!?

ແລ້ວກໍຄິດຍ້ອນກັບໄປກ່ອນໜ້ານັ້ນປະມານ 2 ອາທິດ…

ມັນມີຢູ່ຄືນນຶ່ງ ຕອນນັ້ນປະມານ 2-3 ໂມງກາງຄືນຄືກັນ ກຳລັງເບິ່ງຄົນອວດຜີ ເລົ່າເລື່ອງຜີກຳລັງຫຼອນຄັກໆ ເລີຍ ນັ່ງເບິ່ງຄົນດຽວ ທາງນອກກໍງຽບສະງັດເພາະມັນເດິກຫຼາຍລະ ເຮືອນກໍຢູ່ໃນຮ່ອມຕິດທົ່ງນາແດ່ ບໍ່ມີຄົນທຽວ

ນັ່ງເບິ່ງໄປຈົນຮອດຕອນເລົ່າປະສົບການຜີໆ ກຳລັງນັ່ງເບິ່ງຄັກໆ ມີສຽງປະຕູດັງຂຶ້ນ ປັງ! ປັງ! ປັງ! ປັງ! ປັງ! ປັງ! ດັງຕິດຕໍ່ກັນເປັນສິບເທື່ອ ຂົນໜາວນິແບບວ່າ ລຸກຊູຊັນເລີຍ ຄືມັນດັງໃກ້ຫຼາຍ ດັງຢູ່ປະຕູເຂົ້າເຮືອນເລີຍ (ຫ່າງໄປປະມານ 4 ແມັດ) ມັນດັງຄືແບບວ່າມີຄົນຕີປະຕູແຮງໆ ໃຫ້ເຮົາຮີບເປີດ ເຮົາກໍຄິດໃນໃຈ ເຮືອນເຮົາກໍຢູ່ຄົນດຽວ ຖ້າແມ່ນຄົນມາ ພັບກໍຕ້ອງເຫົ່າແລ້ວ ເອ້ະ… ຫຼືວ່າພັບຊິບໍ່ຢູ່ແລ້ວ???

ຄືຕອນນັ້ນໂຄດຫຼອນເລີຍ ໃຜຫວະມາທຸບປະຕູເອົາກາງເດິກແບບນີ້ ກໍໃຈດີສູ້ເສືອ ຍ່າງໄປຢືນໜ້າປະຕູ ທຸກຢ່າງຕອນນັ້ນງຽບສະນິດ… ກັດໃຈ ເປີດປະຕູອອກໄປ ປາກົດວ່າ…

ປະຕູໄປຕຳພັບນອນຢູ່ຫັ້ນ ມັນເກົາຄີິງມັນລະຂາມັນໄປຕຳໃສ່ປະຕູ ລະມັນເປັນໝາໃຫຍ່ ກໍເລີຍດັງປັງໆໆໆໆໆໆ ຫັ້ນນາ ສ່ວນອັນວ່າສຽງປັງ! ເທື່ອດຽວຕອນກຳລັງລອງໄມຫັ້ນ ແມ່ນມັນເກົາບາດດຽວແລ້ວຢຸດ ເປີດປະຕູໄປເບິ່ງກໍເຫັນມັນນອນຢູ່ຫັ້ນລະ ມັນຍັງຫຼຽວເບິ່ງໜ້າຢູ່ ຄືຊິງົງວ່າເປີດມາເຮັດຫຍັງກາງເດິກ ບັກພັບເອີ້ຍຍຍຍຍ!!!!

ຈົບລະເນາະ ຫຼອນບໍ່? 😀

Tags: , , , , ,

ຂຽນຄຳເຫັນ

*

code