ພະເທວະທັດ

ຂຽນເມື່ອ December 9, 2013, ໃນຫມວດ ທັມມະ.

ພະເທວະທັດ ໃນສະໄໝພະພຸດທະການເປັນອ້າຍຂອງພະນາງຍະໂສທະຣາ (ພິມພາ) ພະຊາຍາຂອງເຈົ້າຊາຍສິດທັດຖະລາຊະກຸມານ ທີ່ມາເປັນພະພຸດທະເຈົ້າ ແລະເປັນລູກຂອງລູງພະພຸດທະເຈົ້າເອງ ພະເທວະທັດນັ້ນຕອມຈອງລ້າງພະພຸດທະເຈົ້າມາຫຼາຍຊາດ ອະດີດຊາດດົນນານມາແລ້ວນັ້ນ ພະເທວະທັດເປັນພໍ່ຄ້າວານິດ ມີຈິດລະໂມບທຸຈະລິດ ແລະໃນຊາດນັ້ນເອງ ພະພຸດທະອົງໄດ້ສະເຫວີຍພະຊາດເປັນພໍ່ຄ້າວານິດນຳເຊັ່ນກັນ ແຕ່ເປັນຝ່າຍສຸຈະລິດ

ມື້ນຶ່ງ ຍິງຊະລາເຊິ່ງເປັນຜູ່ດີຕົກຍາກ ມີຖາດຄຳຂອງຕົ້ນຕະກູນເຫຼືອຢູ່ ຈຶ່ງນຳອອກມາຂາຍ ພະເທວະທັດເຫັນດັ່ງນັ້ນຈຶ່ງລວງດ້ວຍເລ່ຕໍ່ຍິງຊະລານັ້ນວ່າ ຖາດນັ້ນບໍ່ແມ່ນຄຳແທ້ເປັນຄຳປອມ ຈຶ່ງສະເໜີຂໍຊື້ລາຄາຖືກ ແຕ່ຍິງຊະລານັ້ນຮູ້ດີວ່າຖາດທີ່ຕົນນຳອອກມາຂາຍນັ້ນ ເຮັດດ້ວຍຄຳແທ້ຈຶ່ງບໍ່ຍອມຂາຍໃຫ້ ໃນເວລາດຽວກັນ ພະພຸດທະອົງເຊິ່ງສະເຫວີຍພະຊາດເປັນພໍ່ຄ້າມາພົບເຫັນ ເຫັນວ່າເປັນຖາດຄຳເຮັດດ້ວຍຄຳແທ້ກໍໃຫ້ລາຄາຕາມຄວາມເປັນຈິງ ສ້າງຄວາມໂກດແຄ້ນໃຫ້ແກ່ພະເທວະທັດເປັນຍິ່ງ ຖ້າບໍ່ມີພະພຸດທະອົງມາຊື້ຖາດຄຳນັ້ນ ໃນບໍ່ຊ້າຍິງຊະລາກໍຈະຕ້ອງນຳຖາດຄຳມາຂາຍແກ່ຕົນເພາະຄວາມຍາກຈົນ ດ້ວຍເຫດນີ້ພະເທວະທັດຈຶ່ງຜູກພະຍາບາດດ້ວຍການກອບເມັດຊາຍຂຶ້ນມາ 1 ກຳມືແລ້ວຫວ່ານລົງກັບພື້ນດິນປະກາດວ່າ ເຮົາຈະຈອງລ້າງຈອງຜານທ່ານຕໍ່ໄປເທົ່າເມັດຊາຍໃນກັບມື 1 ເມັດເທົ່າກັບ 1 ຊາດ ຈຶ່ງຕາມບຽດບຽນພະຍາບາດຈອງເວນກັນມານັບພົບຊາດບໍ່ຖ້ວນ

ເລື້ອຍມາຈົນພະຊາດສຸດທ້າຍກ່ອນທີ່ຈະມາຕຣັສຮູ້ເປັນພະສຳມາສຳພຸດທະເຈົ້າ ຄືໄດ້ສະເຫວີຍພະຊາດເປັນພະເວດສັນດອນ ພະເທວະທັດໄດ້ມາເກີດເປັນພຣາມຊື່ວ່າ “ຊູຊົກ” ຈົນມາຮອດພະຊາດທີ່ໄດ້ຕຣັສຮູ້ເປັນພະພຸດທະເຈົ້າ ພະເທວະທັດມີຈິດລິດສະຫຍາພະພຸດທະເຈົ້ານັບຕັ້ງແຕ່ເຍົາໄວ ຕໍ່ມາເມື່ອພະພຸດທະເຈົ້າຊົງບັນລຸສຳມາສຳໂພທິຍານ ເຈົ້າຊາຍເທວະທັດໄດ້ອອກບວດນຳເຊັ່ນກັນ ເມື່ອບວດແລ້ວໄດ້ໂລກີຍານ ມີຄວາມຊຳນານໃນອະພິນຍາ ສາມາດນິລະມິດກາຍເຫາະເຫີນເດີນອາກາດໄດ້ ຈຶ່ງເກີດຄວາມກຳເລີບໃຈເພາະອະກຸນສົນກັມເຂົ້າສະໜັບສະໜຸນ ໃຊ້ລິດແປງກາຍເປັນພະສາດສະດາ ກ່າວໃຫ້ຮ້າຍໃນພຣົມມະຈັນຂອງພະພຸດທະອົງ ວ່າຍັງອະນຸຍາດໃຫ້ສົງສາວົກສັນເນື້ອສັດທີ່ຖືກນຳມາຖວາຍເປັນພະກະຍາຫານ ແລະເລີ່ມຕົ້ນສ້າງຄວາມເລື້ອມໃສດ້ວຍການສັນມັງສະວິຣັດໃຫ້ເຫັນວ່າ ສິ່ງທີ່ພະພຸດທະອົງຍິນຍອມໃຫ້ພຸດທະສາວົກປະຕິບັດນັ້ນຄືຄວາມເສື່ອມ

ບໍ່ພຽງເທົ່ານັ້ນ ຍັງລວງເຈົ້າຊາຍອະຊາດສັດຕູໃຫ້ກະບົດຕໍ່ພະລາຊະບິດາ ແລ້ວຕັ້ງຕົນເປັນພະລາຊາ ພະເຈົ້າອະຊາດສັດຕູນັ້ນ ເຄີຍເຫຼື້ອມໃສໃນພະພຸດທະອົງ ແຕ່ເມື່ອຖືກພະເທວະທັດລວງ ກໍຕັດອຸປະຕິໄສແຫ່ງມັກຜົນເບື້ອງຕົ້ນເສຍ ທຳໂຕເອງໄປສູ່ຄວາມພິນານຢ່າງໃຫຍ່ຫຼວງເຖິງຂັ້ນສ້າງກັມໜັກ ປົງພະຊົນພະລາຊະບິດາ ພະເທວະທັດເອງກໍຄິດປົງພະຊົນພະພຸດທະອົງແລ້ວຈະຕັ້ງຕົນເປັນພະສາດສະດາເສຍເອງ ອະກຸສົນກັມທີ່ພະເທວະທັດກໍ່ຂຶ້ນຕັ້ງແຕ່ຕົ້ນ ຄືສົ່ງມືທະນູເພື່ອປົງພະຊົນພະພຸດທະອົງ ຍຸຍົງໃຫ້ພະເຈົ້າອະຊາດສັດຕູມອມເຫຼົ້າຊ້າງ “ນາລີຄາຣີ” ຈົນມຶນເມົາດຸຮ້າຍ ແລ້ວປ່ອຍອອກໄປທຳຮ້າຍພະພຸດທະເຈົ້າ ຕະຫຼອດຈົນຍຸງຍົງໃຫ້ໝູ່ພະສົງໃຫ້ເຫັນຄວາມມົວໝອງໃນພຣົມມະຈັນຂອງພະພຸດທະອົງ ຂະນະດຽວກັນ ພະເທວະທັດໄດ້ຫັນມາສັນມັງສະວິຣັດເປັນການໂອ້ອວດພຣົມມະຈັນທີ່ສູງກວ່າ ຄວາມຊົ່ວຮ້າຍຂອງພະເທວະທັດນັ້ນໜັກໜາ ຈົນແຜ່ນດິນທີ່ຮອງຮັບນັ້ນທົນບໍ່ໄດ້ ແຍກໂຕອອກ ແລະສູບເອົາພະເທວະທັດຕົກລົງສູ່ຂຸມນະຮົກອະເວຈີ ຢືນສະເຫວີຍອະກຸສົນວິບາກອີດົນເທົ່າດົນ ຈົນຈະນັບການເວລາບໍ່ໄດ້.

Tags: , , ,

ຂຽນຄຳເຫັນ

*

code