ກຸນສົນກຳມະບົດ 10

ຂຽນເມື່ອ November 30, 2013, ໃນຫມວດ ທັມມະ.

ທັມມັນຈະເຣ ສຸຈະຣິຕັງ … ບຸກຄົນພຶງປະພຶດທັມສ່ວນສຸດຈະລິດຢູ່ທຸກເມື່ອເຖີດ
ນະ ຕັງ ທຸດຈະຣິຕັງ ຈະເຣ … ບໍ່ພຶງປະພຶດທັມສ່ວນທຸຈະລິດເລີຍ
ທັມມະຈາຣີ ສຸຂັງ ເສຕິ … ຜູ່ປະພຶດທັມສ່ວນສຸຈະລິດ ຍ່ອມນອນເປັນສຸກ ຫຼືເປັນສຸກທຸກອິລິຍາບົດ
ອັດສະມຶ ໂລເກ ປະຣົມ ຫິ ຈະ … ທັງໃນໂລກນີ້ ແລະໂລກເບື້ອງໜ້ານຳ ດັ່ງນີ້ຯ

ກຸນສົນກຳມະບົດ 10

1. ຢ່າບຽດບຽນຮ່າງກາຍຂອງທ່ານ ຄື ຢ່າຂ້າ ຢ່າຟັນ ຢ່າທຸບ ຢ່າຕີ ຮ່າງກາຍຂອງຜູ່ອື່ນໂດຍທີ່ສຸດ ເວັ້ນເຖິງສັດເດລະສານໄດ້ຍິ່ງເປັນການດີ ກົງກັບພາສາປາລີທີ່ວ່າ ປານາຕິປາຕາ ເວຣະມະນີຯ
2. ຢ່າບຽດບຽນຊັບສົມບັດເຄື່ອງຂອງຂອງທ່ານຜູ່ອື່ນ ຄື ຢ່າລັກຂະໂມຍ ຢ່າສໍ້ໂກງ ຢ່າບຽດບັງເອົາເຄື່ອງຂອງຂອງທ່ານຜູ່ອື່ນ ກົງກັບພາສາປາລີທີ່ວ່າ ອະທິນນາທານາ ເວຣະມະນີຯ
3. ຢ່າຍາດຊິງລັກເລີບດ້ວຍອຳນາດຂອງກາຍໃນຍິງທີ່ທ່ານຫວງຫ້າມ ກົງກັບພາສາປາລີທີ່ວ່າ ກາເມສຸມິດສາຈາຣາ ເວຣະມະນີຯ
4. ໃຫ້ກ່າວແຕ່ວາຈາຖ້ອຍຄຳທີ່ສັດທີ່ຈິງ ໃຫ້ເວັ້ນຈາກວາຈາທີ່ເທັດບໍ່ຈິງເລີຍ ກົງກັບພາສາປາລີທີ່ວ່າ ມຸສາວາທາ ເວຣະມະນີຯ
5. ໃຫ້ກ່າວແຕ່ວາຈາຖ້ອຍຄຳອັນສະໝານປະສານສາມັກຄີໃຫ້ທ່ານດີຕໍ່ກັນ ໃຫ້ເວັ້ນວາຈາສໍ່ສຽດຍຸຍົງເສຍ ກົງກັບພາສາປາລີທີ່ວ່າ ປິສຸນາຍາວາຈາ ເວຣະມະນີຯ
6. ໃຫ້ກ່າວແຕ່ວາຈາຖ້ອຍຄຳອັນອ່ອນໂຍນ ໃຫ້ເກີດຄວາມຍິນດີແກ່ຜູ່ຟັງ ໃຫ້ງົດເວັ້ນວາຈາທີ່ຫຍາບຄາຍຂຶ້ນກູຂຶ້ນມຶງ ບໍລິພາດຕັດພໍ້ຫຍາບໆ ຄາຍໆ ໃຫ້ຜູ່ຟັງໄດ້ຮັບຄວາມເດືອດຮ້ອນຕ່າງໆ ເສຍ ກົງກັບພາສາປາລີທີ່ວ່າ ຜະຣຸດສາຍະວາຈາຍະ ເວຣະມະນີຯ
7. ໃຫ້ກ່າວແຕ່ວາຈາຖ້ອຍຄຳທີ່ເປັນໄປກັບດ້ວຍປະໂຫຍດ ໃຫ້ເວັ້ນວາຈາທີ່ບໍ່ມີສາລະ ຄືເວົ້າຫຼິ້ນຫາປະໂຫຍດບໍ່ໄດ້ເລີຍ ກົງກັບພາສາປາລີທີ່ວ່າ ສັມຜັບປະລາປາວາຈາຍະ ເວຣະມະນີຯ
8. ໃຫ້ລະວັງເຈດຕະນາກັມ ໃຫ້ສັມປະຍຸດດ້ວຍເມດຕາຢູ່ສະເໝີ ຄື ຄວາມດຳລິຂອງໃຈ ຢ່າງໃຫ້ລຸອຳນາດແຫ່ງໂລພະ ຄືຢ່າງເພ່ງເອົາກິເລດກາມ ແລະວັດຖຸກາມຂອງທ່ານຜູ່ອື່ນ ກົງກັບພາສາປາລີທີ່ວ່າ ອັນພິດຊາ ໂຫຕິຯ
9. ໃຫ້ລະວັງເຈດຕະນາກັມ ໃຫ້ສັມປະຍຸດດ້ວຍກະລຸນາຢູ່ທຸກເມື່ອ ຢ່າໃຫ້ໂທສະ ພະຍາບາດ ເຂົ້າຄອບງຳໄດ້ ກົງກັບພາສາປາລີທີ່ວ່າ ອັບພະຍາປາໂທ ໂຫຕິຯ
10. ໃຫ້ລະວັງເຈດຕະນາກັມ ໃຫ້ສັມປະຍຸດດ້ວຍ ມຸທິຕາ ອຸເບກຂາ ຢູ່ທຸກເມື່ອ ຢ່າໃຫ້ໄຫລໄປໃນທາງທີ່ຜິດ ໃຫ້ເຫັນກົງຕາມຄອງທັມທັງ 10 ນີ້ຢູ່ທຸກເມື່ອ ກົງກັບພາສາປາລີທີ່ວ່າ ສົມມະທິກຕິໂກ ໂຫຕິຯ

ຂຽນຄຳເຫັນ

*

code