ຄວາມສຸກມັນແມ່ນຫຍັງກັນ
ຂຽນເມື່ອ August 23, 2010, ໃນຫມວດ ຝອຍໃຫ້ຟັງ.
ເຄີຍຄຶດມາດົນແລ້ວວ່າ ບາງຄັ້ງຊີວິດຄົນເຮົາກໍເກີດມາເພື່ອກຳຈັດຄວາມເຊັງ ພໍດີມື້ວານໄດ້ລົມນຳໝູ່ ມີໝູ່ຄົນນຶ່ງລວຍ ພໍ່ແມ່ມີເງິນຫຼາຍຍຍຍຍຍຍຍ ຈົນໃຫ້ລູກສາມາດຢູ່ກິນນອນກິນບໍ່ຕ້ອງເຮັດຫຍັງໄດ້ໄປທັງຊາດເລີຍ ແຕ່ຜູ່ເປັນລູກກໍບໍ່ໄດ້ພໍໃຈປານໃດ ເນື່ອງຈາກເປັນລູກຄົນດຽວ ຈຳເປັນຕ້ອງເຊື່ອຟັງພໍ່ແມ່ (ຢ່າງຂັດບໍ່ໄດ້) ແລະແນ່ນອນກົດຂໍ້ສຳຄັນແມ່ນ ຫ້າມຕາຍ!!! ດັ່ງນັ້ນ ກິດຈະກຳທີ່ “ອາດຈະ” ເປັນຄວາມສ່ຽງຕ່າງໆ ບໍ່ວ່າຈະເປັນການໄປຮຽນຕໍ່ເມືອງນອກ ແມ່ນຫຍັງເທືອກນັ້ນຖືວ່າສະລະສິດໄປໄດ້ເລີຍ.
ຄວາມຕະຫຼົກມັນກໍຢູ່ບ່ອນວ່າ ເຖິງແມ່ນຈະມີເງິນທອງກອງກ່າຍມາກມາຍມະຫາສານ ກໍເຊັງ ເພາະບໍ່ມີຫຍັງເຮັດ ບໍ່ໄດ້ເຮັດອັນທີ່ມັກ ເພິ່ນກໍເລີຍໄປເປີດຮ້ານນ້ອຍໆ ເຮັດທຸລະກິດຂອງຕົນເອງ ເຖິງວ່າມັນຈະໄດ້ເງິນໜ້ອຍຫຼາຍກໍຕາມ ແຕ່ກໍເຮັດ ເພາະບໍ່ເຮັດແລ້ວຊິບໍ່ມີຫຍັງເຮັດ ກໍເລີຍເຮັດໄປຊື່ໆ ຫາເລື່ອງໃສ່ໂຕບໍ່ໃຫ້ມັນເຊັງກັບຊີວິດ.




