$100 – $50 = $5 !!!!

ຂຽນເມື່ອ April 13, 2010, ໃນຫມວດ ຝອຍໃຫ້ຟັງ.

ຕອນແລງມື້ນີ້ຂະນະທີ່ກຳລັງນັ່ງຖ່າຍຮູບຢູ່ດີໆ ໄດ້ຍິນສຽງແຊວໆ ທາງນອກ ຟັງຄັກໆ ປາກົດວ່າ ເຂົາລົມກັນເລື່ອງເງິນເສຍ

ເລື່ອງຂອງເລື່ອງລະແມ່ນ ຄົນຍີ່ປຸ່ນທີ່ເຮັດວຽກຢູ່ລາວ (ເວົ້າພາສາລາວໄດ້) ມາປ່ຽນເງິນວັນທີ 9 ເດືອນ 4 ປີ 2010 ເພິ່ນບອກວ່າ ເອົາມາປ່ຽນ $100 ແຕ່ຂໍປ່ຽນ $50 ອີກ $50 ຂໍເປັນເງິນໂດລ່າຄືນ ປາກົດວ່າ ຕອນຮັບເງິນນັ້ນ ບໍ່ໄດ້ໄລ່ເງິນວ່າຄົບບໍ່…

ຜ່ານໄປຮອດວັນທີ 13 ເດືອນ 4 ປີ 2010 ເພິ່ນມາເວົ້າວ່າ ມື້ນັ້ນ (4 ມື້ກ່ອນ) ບໍ່ໄດ້ນັບເງິນ ແຕ່ມື້ນີ້ໄປນັບແລ້ວ ມັນມີແຕ່ $5 ບໍ່ແມ່ນ $50 ສະແດງວ່າ ພະນັກງານເຈົ້ານີ້ໂກງຂ້ອຍ…!!! ອືມ… ຟັງແລ້ວກໍງົງໆ ຊິມາບອກຫຍັງເອົາຕອນນີ້ຫວະ ກໍເລີຍອະທິບາຍວ່າ ທຳມະດາ ປ່ຽນເງິນ ຕ້ອງໄດ້ນັບເງິນກ່ອນອອກໄປ ເພິ່ນກໍວ່າ ເພິ່ນຮູ້ຢູ່ ແຕ່ຄຶດວ່າຊິເປັນແບບທະນາຄານ ບໍ່ຕ້ອງນັບກໍໄດ້!!!

ອືມ… ກໍເລີຍບອກວ່າ ທະນາຄານກໍຄືກັນ ຕ້ອງໄດ້ນັບກ່ອນ ຖ້າເຮົາອອກໄປແລ້ວບໍ່ນັບ ແລ້ວພົບວ່າ ເງິນບໍ່ຄົບ ຊິກັບໄປເຂົາກໍບໍ່ເອົາໃຫ້ດອກ ເພາະເຮົາອອກໄປແລ້ວເດ ຢູ່ນີ້ກໍຄືກັນ … ຄົນຍີ່ປຸ່ນຟັງແລ້ວກໍບໍ່ຍອມ ບອກວ່າ ຂ້ອຍບໍ່ໄດ້ຈ້າ!!! ຂ້ອຍເປັນຄົນຊື່ ຂ້ອຍກໍເລີຍບໍ່ໄດ້ນັບກ່ອນ ບໍ່ຄຶດວ່າພະນັກງານເຈົ້າຊິໂກງຂ້ອຍ!

ເອີ… ຊັ້ນ ຈັກຊິບອກແນວໃດ ຄົນບໍ່ໄດ້ຈ້າ ແຕ່ຊື່ນິ ບໍ່ຮູ້ຊິເວົ້ານຳ ກໍເລີຍວ່າ ເອີ້ ຊັ້ນແລ້ວ ຂ້ອຍກໍບໍ່ຮູ້ຊິຊ່ວຍ ເພາະທຳມະດາ ຕ້ອງໄດ້ນັບກ່ອນ ແລ້ວຄົນຍີ່ປຸ່ນກໍເວົ້າໄປສາລະພັດ ເວົ້າຮອດວ່າຊິໄປແຈ້ງຕຳຫຼວດ (ໄປໂລດ ຮີບໄປ ດຽວເຂົາຊິປິດຫ້ອງການກ່ອນ ໄປດຽວນີ້ໂລດ) ແຕ່ລົມໄປລົມມາ ເພິ່ນກໍບອກວ່າ ກັບກ່ອນ ບໍ່ລົມແລ້ວ -__-‘

ຂຽນຄຳເຫັນ

*

code