PLS CALL BANK

ຂຽນເມື່ອ July 29, 2009, ໃນຫມວດ ຝອຍໃຫ້ຟັງ.

ເວົ້າໄປແລ້ວກໍແປກ ປົກກະຕິຄົນມັກເວົ້າວ່າ ພະນັກງານອາລົມບູດແລ້ວມາລົງໃສ່ລູກຄ້າ ແຕ່ບໍ່ຄ່ອຍມີໃຜເວົ້າວ່າ ລູກຄ້າອາລົມບູດແລ້ວມາລົງໃສ່ພະນັກງານ -*-

ເລື່ອງມັນມີຢູ່ວ່າ ມື້ນີ້ມີສາວຝຣັ່ງຄົນນຶ່ງມາຮູດບັດ ເຊິ່ງເພິ່ນມາກັບໝູ່ ຂອງເພິ່ນຫັ້ນຮູດບໍ່ຜ່ານ ລະບົບຂຶ້ນຂໍ້ຄວາມວ່າ “PLS CALL BANK” ກໍໝາຍຄວາມວ່າໃຫ້ຕິດຕໍ່ກັບທະນາຄານທີ່ອອກບັດ ເລີຍມາບອກວ່າ ຂອງເຈົ້າຮູດບໍ່ໄດ້ເດີ ເພິ່ນເຮັດໜ້າຫງຸດງິດກັບໄປ ແຕ່ໝູ່ເພິ່ນມານຳກັນຮູດໄດ້ປົກກະຕິ

ຈັກໜ່ອຍມາອີກ ມາຮອດໃຫ້ລອງໃໝ່ ກໍຂຶ້ນຄືເກົ່າ PLS CALL BANK ກໍລອງສອງສາມເທື່ອກໍຍັງບໍ່ໄດ້ ເລີຍບອກລາວວ່າບໍ່ໄດ້ ລາວຖາມວ່າ ມັນວ່າແນວໃດ ຕອບວ່າ ມັນບອກໃຫ້ CALL BANK ສາວຝຣັ່ງຟັງດັ່ງນັ້ນແລ້ວກໍຖາມວ່າ ແລ້ວເຂົາບອກບໍ່ໃຫ້ໂທຫາເບີໃດ ຕອບວ່າບໍ່ ບໍ່ໄດ້ບອກ

ຈາກນັ້ນລາວກໍເວົ້າວ່າ ຂ້ອຍຂໍໂທຢູ່ນີ້ໄດ້ບໍ່? ຊິໂທຫາທະນາຄານ ຕອບວ່າໄດ້ ນາທີລະ 2,000 ກີບ ລາວຕອບຕົກລົງ

ຂະນະທີ່ກຳລັງໂທລົມຢູ່ນັ້ນ ພໍດີມີລູກຄ້າມາປ່ຽນເງິນ ກໍໄປປ່ຽນ ໂດຍຈັງຫວະທີ່ປ່ຽນເງິນໃຫ້ລູກຄ້າອີກຄົນນັ້ນເອງ ສາວຝຣັ່ງກໍຍ່າງອອກໄປ ກຳລັງຊິຫວິດໜ້າຮ້ານ ເລີຍຮ້ອງໃສ່ ບອກວ່າ 2,000 ກີບ ເພິ່ນເບິ່ງໜ້າແລ້ວຖາມວ່າ May I have receipt? … (-_-)? ຟັງແລ້ວງົງ ເລີຍຕອບວ່າ Yes ລາວກໍເອົາເງິນໃຫ້ 2,000 ກີບ ເລີຍກົ້ມໄປວ່າຊິພິມ receipt ໃຫ້ລາວ ແຕ່ເງີຍໜ້າມາ ລາວຫາຍໄປແລ້ວ!

ປະມານ 15 ນາທີຖັດມາ ລາວກັບມາອີກ ໃຫ້ລອງໃໝ່ ລອງທັງສອງບັດ ກໍບໍ່ໄດ້ຈັກບັດ ລອງກັບທະນາຄານກຸງເທບກໍບໍ່ໄດ້ ທະນາຄານການຄ້າຕ່າງປະເທດລາວ ກໍບໍ່ໄດ້ ສະຫຼຸບແລ້ວບໍ່ໄດ້ ແລ້ວລາວກໍຖອດໃຈ ອອກຈາກຮ້ານໄປ.

ຢາກຈະບອກວ່າ … ເກືອບຂາດທຶນ 2,000 ກີບແລ້ວບັກນິນ!!! 555

Tags: ,

2 ຄຳເຫັນກ່ຽວກັບເລື່ອງນີ້ to "PLS CALL BANK"

gravatar

november59  on August 10, 2009

ເປັນຕາອິຕົນລາວຜູ້ນັ້ນເນາະ….
ລະມັນຊິຢູ່ຈັງໃດ,ບັດໃຊ້ບໍ່ໄດ້ຈັກອັນ?
ບ້ານພັກທີ່ມັນຢູ່ແລະຄືຊິຍາກ….

gravatar

au8ust  on August 10, 2009

ບໍ່ ບໍ່ໄດ້ ເພາະ ATM ມັນກໍບໍ່ໄດ້ຄືກັນ ມີບັນຫາທັງລະບົບ -.-‘

ຂຽນຄຳເຫັນ

*

code