cronjob ແບບນິນນີ່

ຂຽນເມື່ອ July 1, 2009, ໃນຫມວດ ເທັກໂນໂລຢີ.

ພັນລາວເຮັດໃຫ້ໄດ້ຮຽນກ່ຽວກັບ linux ຫຼາຍ ໂດຍສະເພາະແມ່ນເທັກນິກເລັກ ໆ ນ້ອຍ ໆ ເຊັ່ນຄຳສັ່ງຕ່າງ ໆ ຕັ້ງແຕ່ ls, chown, nano, vi, mv ໄປຈົນຮອດ rm -rf / ກໍເຮັດມາແລ້ວ (ອັນສຸດທ້າຍຫຼົງເຮັດສອງເທື່ອ) ນອກນັ້ນກໍມີເລື່ອງອື່ນ ໆ ນຳ ແຕ່ມີເລື່ອງນຶ່ງທີ່ບໍ່ໄດ້ຢູ່ໃກ້ມັນເລີຍຄື cron

cron ຫຼື cronjob ເປັນການຕັ້ງເວລາໃຫ້ລະບົບເຮັດວຽກໃດນຶ່ງລ່ວງໜ້າ ສາມາດກຳນົດໄດ້ວ່າຈະໃຫ້ເຮັດທຸກຈັກນາທີ ຈັກຊົ່ວໂມງ ຈັກມື້ ຈັກອາທິດ ສະເພາະມື້ໃດ ກໍວ່າກັນໄປ ມື້ນີ້ມາຈົດໄວ້ກັນລືມ ວິທີສັ່ງ restart httpd ແບບງ່າຍ ໆ ພຽງສ້າງ txt ໄວ້ ໂດຍລະບຸເປັນຄຳສັ່ງດັ່ງນີ້:
MAILTO=YOUR@EMAIL.TLD
* * * * * /sbin/service httpd restart

ໃນ MAILTO ນັ້ນລະບຸເປັນເມລທີ່ຈະໃຫ້ລະບົບສົ່ງເຕືອນເວລາປະຕິບັດງານ ແລະໃນສ່ວນຂອງດອກນັ້ນ ຂໍກັອບມາຈາກ Wikipedia ມີຄວາມໝາຍວ່າ…

 .---------------- ນາທີ (0 - 59)
 |  .------------- ຊົ່ວໂມງ (0 - 23)
 |  |  .---------- ມື້ໃນເດືອນ (1 - 31)
 |  |  |  .------- ເດືອນ (1 - 12) OR jan,feb,mar,apr ...
 |  |  |  |  .---- ວັນຕ່າງໆ (0 - 6) (ວັນອາທິດ=0 ຫຼື 7)  ຫຼືໃຊ້ sun,mon,tue,wed,thu,fri,sat
 |  |  |  |  |
 *  *  *  *  *

ສົມມຸດໃຊ້ 30 * * * * /sbin/service httpd restart ກໍແປວ່າ ໃຫ້ restart ໂດຍໃຊ້ຄຳສັ່ງ /sbin/service httpd restart ໃນທຸກ 30 ນາທີ

ຫຼັງຈາກຂຽນ txt ແລ້ວ ໆ ກໍສັ່ງໃຫ້ໃຊ້ໂດຍພິມ crontab /path/to/file.txt ເວລາຕ້ອງການເບິ່ງວ່າຕອນນີ້ໃຊ້ໄຟລ໌ໃດແດ່ ພິມ crontab -l ເວລາຍົກເລີກ ພິມ crontab -r ເທົ່ານັ້ນເອງ

ແຕ່ຄວາມຈິງ cron ມີຄວາມສາມາດສາລະພັດແລ້ວແຕ່ນຳໃຊ້ ເຊິ່ງຕອນນີ້ໃຊ້ເທົ່ານີ້ໄປກ່ອນ ຈົບຂ່າວ.

ມີຄົນຂຽນຄຳເຫັນ ໑ ຄົນ to "cronjob ແບບນິນນີ່"

gravatar

au8ust  on August 18, 2009

ອ່ະ ຜິດໜ້ອຍນຶ່ງ ມັນຕ້ອງເປັນ
*/1 * * * * /path/to/cron/file

ຂຽນຄຳເຫັນ