ຄືນທີ່ບໍ່ມີອີເມລ

ຂຽນເມື່ອ December 26, 2008, ໃນຫມວດ ຂອງແປກ.

ທັມດາເມື່ອຜ່ານພົ້ນແຕ່ລະຄ່ຳຄືນໄປແລ້ວ ໃນຍາມເຊົ້າຂ້າພະເຈົ້າລຸກຂຶ້ນມາກວດອີເມລ ຈະຕ້ອງພົບກັບອີເມລບໍ່ຕ່ຳກວ່າ ໖ ສະບັບຢູ່ສະເໝີ ເຊິ່ງກາຍເປັນເລື່ອງປົກກະຕິໄປເສຍແລ້ວ ຈະມີອີເມລຕ່າງ ໆ ທີ່ສົ່ງເຂົ້າເປັນປະຈຳ ກາຍເປັນກິດຈະວັດປະຈຳວັນຢ່າງໜຶ່ງໃນຕອນເຊົ້າຂອງຂ້າພະເຈົ້າ

ຈົນໃນມື້ໜຶ່ງ ຄືມື້ນີ້ເອງ ຂ້າພະເຈົ້າຕື່ນມາແລ້ວພົບວ່າ ບໍ່ມີອີເມລເຂົ້າມາໃໝ່ເລີຍ! ນັບເປັນເລື່ອງທີ່ແປກ ໃນໄລຍະເບື້ອງຕົ້ນສັນນິຖານວ່າ

  1. Gmail ຄ້າງ
  2. ເນັດຫຼຸດ
  3. ຄອມມີບັນຫາ

ແຕ່ຫຼັງຈາກກວດສອບຈົນຖີ່ຖ້ວນແລ້ວ ກໍ່ບໍ່ປະກົດບັນຫາໃດ ໆ ເລີຍ! ນັບວ່າແປກຫຼາຍທີ່ບໍ່ມີອີເມລເຂົ້າມາ

ຄືນນັ້ນຄື ຄືນວັນທີ່ ໒໕ ທັນວາ ປີ ໒໕໕໒

Tags:

ມີຄົນຂຽນຄຳເຫັນ ໑ ຄົນ to "ຄືນທີ່ບໍ່ມີອີເມລ"

gravatar

nokkk  on January 5, 2009

ຮ່າຯຯ ນັບວ່າເປັນເລື່ອງແປກ

ຂຽນຄຳເຫັນ

*

code