ຈົນລືມ… AdSense

ຂຽນເມື່ອ October 27, 2008, ໃນຫມວດ ຝອຍໃຫ້ຟັງ.

ມື້ນີ້ໝູ່ຢູ່ໄປສະນີໂທຫາຕອນສິບໂມງເຊົ້າ ຖາມວ່າ ນິນນີ່ ລະຫັດ error ບລາ ໆໆ ເອີ… ແລ້ວກໍ່ມີຈົດໝາຍສົ່ງມາຫາ ມາຈາກສະວີເດັນ -*- ຟັງແລ້ວງົງ ສະວີເດັນບໍ່ຮູ້ຈັກໃຜຊິສົ່ງມາເຮັດຫຍັງ ກໍ່ເລີຍວ່າ ດຽວເລີກການຕອນສວາຍລະແວ່ເອົາມາໃຫ້ແດ່ ກໍ່ໂອເຄຕາມນັ້ນ…

ຮອດສວາຍມາ ເອົາມາໃຫ້ຢູ່ຮ້ານ ປະກົດວ່າມັນສົ່ງມາຈາກ Mountain View…

http://img.laoupload.com/images/hdy3q9ze6jkp3aefshcs.jpg

ໄດ້ໜ້ອຍຊ່ວງນີ້ ໄລຍະຫຼັງບໍ່ໄດ້ເຮັດ AdSense ພໍປານໃດແລ້ວ ກິນກໍ່ກິນນຳຂອງເກົ່າ ງວດນີ້ໄດ້ $119 ແມ່ນຂອງເດືອນກ່ອນ ສ່ວນເດືອນນີ້ໄດ້ $95 ບໍ່ຮອດ $100 ເລີຍອົດ ຖ້າຮວບຍອດກັບເດືອນໜ້າ ອາດຈະໄດ້ປະມານບໍ່ເກີນ $130 ບໍ່ສູ້ຂາຍລິ້ງ ຂາຍລິ້ງໄດ້ດີກວ່າ ເດືອນລະ $247 ແຕ່ຂາຍດົນບໍ່ໄດ້ ດຽວຊວຍ…

ຢາກເຮັດ Affiliate ແຕ່ບໍ່ມີຫົວການຕະຫຼາດ ລອດຍາກ

ໄລຍະນີ້ເກັບເງິນໃຫ້ໄດ້ ໕ ລ້ານໄປຈົດທະບຽນ…

Tags: , , ,

ມີຄົນຂຽນຄຳເຫັນ ໑ ຄົນ to "ຈົນລືມ… AdSense"

gravatar

au8ust  on October 28, 2008

ປະກົດວ່າ ໄປຂຶ້ນເງິນບໍ່ໄດ້ ທາງເຈົ້າໜ້າທີ່ລະບຸວ່າ ມັນ ໒ ເດືອນແລ້ວ ຢ້ານຊິສົ່ງກັບໄປເມກາບໍ່ທັນ ເພາະຕ້ອງຖ້າໃຫ້ມີຫຼາຍ ໆ ກ່ອນສົ່ງບາດດຽວ ຖ້າສົ່ງໄປແລ້ວເຂົາບໍ່ຮັບ ກໍ່ຖືກປັບໃໝຄ່າທຳນຽມອີກ ກໍ່ເລີຍໃຫ້ສົ່ງມາໃໝ່ ເພິ່ນຍັງບອກວ່າ ຄືບໍ່ໃຫ້ສົ່ງທາງ MoneyGram ຫຼືໂອນກົງເຂົ້າຫາທະນາຄານເລີຍ…

ໂອ…

ຂຽນຄຳເຫັນ

*

code