Human error line-breaking

ຂຽນເມື່ອ June 10, 2007, ໃນຫມວດ ຝອຍໃຫ້ຟັງ.

ພໍດີອ່ານຂ່າວເລື່ອງຕົວຕັດຄຳໄທຢ່າງເປັນທາງການຂອງ Firefox ມາ ກໍ່ເລີຍຄິດອອກວ່າ ເລື່ອງຕັດຄຳນີ້ ຢ່າວ່າແຕ່ຄອມພິວເຕີເລີຍ ຂະຫນາດວ່າຄົນແທ້ ໆ ກໍ່ຍັມີບັນຫາກັບການຕັດຄຳ ມັນມີຢູ່ວ່າ ສະໄຫມຮຽນ ຫລາຍປີແລ້ວ ຕັ້ງແຕ່ຕອນຍັງຢູ່ ປ. 3 ພູ້ນ ຕອນນັ້ນມີຫມູ່ໃນຫ້ອງຄົນຫນຶ່ງຊື່ວ່າ “ປຸ”

ປຸເປັນຄົນແປກຢູ່ຢ່າງຫນຶ່ງໃນໃນສາຍຕາເຮົາເມື່ອຕອນນັ້ນ ເພາະວ່າ ເຖິງວ່າຕອນນັ້ນຈະຍັງເປັນເດັກນ້ອຍ ແຕ່ເຫັນພຶດຕິກຳການຂຽນພາສາລາວຂອງປຸແລ້ວ ເຮັດໃຫ້ເກີດຄວາມງຸນງົງ ເພາະວ່າປຸຫັ້ນ ເວລາຂຽນ ໆ ໄປ ມັນຈະເປັນແບບນີ້…

ແບບວ່າ ເຫັນແລ້ວຍັງງົງວ່າປຸເອົາວິທີຂຽນແບບນີ້ມາແຕ່ໃສ ແຕ່ວ່າ ບໍ່ດົນຕໍ່ມາເອື້ອຍຄູເພິ່ນກໍ່ຮ້າຍໃຫ້ ເຊິ່ງຕອນນີ້ປຸຄົງຈະບໍ່ຂຽນແບບນີ້ແລ້ວລະ -_-‘

Technorati Tags: human error, line-breaking, lao, lao language, ພາສາລາວ, au8ust, real me

ຂຽນຄຳເຫັນ

*

code