ສານລັບ!!!?

ຂຽນເມື່ອ April 1, 2007, ໃນຫມວດ ຊີວິດ, ຝອຍໃຫ້ຟັງ, ເທັກໂນໂລຢີ.

ສອງມື້ກ່ອນ (ວັນທີ່ 30) ມີຄົນໃຊ້ Live Contact Form ໃນບລັອກ au8ust.org ສົ່ງຄວາມຄິດເຫັນມາໃຫ້ ມື້ນີ້ຫາກໍ່ເປີດເມລເຫັນ ເພາະວ່າໃຊ້ເນັດບໍ່ໄດ້ສອງມື້ ເປັນອາການເກົ່າຫັ້ນລ່ະ (ອ່ານໄດ້ໃນໂພສຕ໌ເກົ່າ)

ພໍເປີດເມລອ່ານ ກໍ່ປະກົດວ່າ…

mail.PNG

ອືມ… ແລ້ວຂ້າພະເຈົ້າຈະອ່ານເຂົ້າໃຈບໍ່ເນາະມາແບບນີ້ -_-)???

ຈາກນັ້ນ ກໍ່ລອງສ້າງ selection ໄປຫລິ້ນໆ ແລ້ວຄລິກຂວາເລືອກ Search Google for… ປະກົດວ່າ ໄປເຫັນແບບນີ້ ເລີຍຄິດອອກວ່າ ມັນຫນ້າຈະພໍທຽບລະຫັດ Unicode ໄດ້ຢູ່ ວ່າແລ້ວກໍ່ໄປເປີດ charmap ຂຶ້ນມາ ນັ່ງທຽບລະຫັດຢູ່ດົນເຕີບ ລະຫວ່າງນັ້ນກໍ່ໂຫລດ OpenOffice 2.2 ຖ້າໄປພ້ອມ

ກວ່າຈະທຽບລະຫັດໄດ້ຄົບຖ້ວນ ກໍ່ໃຊ້ເວລາພໍສົມຄວນ… ແລະ ແລະ ແລະ!!! ສານລັບນັ້ນກໍ່ຄື…

charmap.PNG

ສານລັບມີຂໍ້ຄວາມວ່າ…

ຮູບແບບຂອງເວຟກໍ່ພໍໃຊ້ ອັນທີ່ຕ້ອງແກ້ກໍ່ຄືຟອນ ມັນນ້ອຍອ່ານບໍ່ອອກ ເປັນຫຍັງບໍ່ໃຊ້ຟອນເສດຖາທີໂອ ຈະດີກວ່າເວຟນີ້ແມ່ນຄນລາວເຮັດຫວາ ແລະເຮັດຢູ່ລາວຫວາ

ອືມ… ສານລັບຂອງຂ້າພະເຈົ້າ O_O!!!

ໄວ້ດຽວສິມາຂຽນເລື່ອງຟອນຕ໌ມັນເປັນຕົວນ້ອຍໂພດໃຫ້ອ່ານ 😉

ຂຽນຄຳເຫັນ

*

code