ກ່ຽວກັບ Laonux

ຂຽນເມື່ອ April 28, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ.

ຫລັງຈາກໂພສຕ໌ກ່ອນໜ້ານີ້ ກໍ່ພະຍາຍາມຄົນຫາຂໍ້ມູນກ່ຽວກັບ Laonux ລະບົບປະຕິບັດການລິນຸກຂອງຄົນລາວ ແຕ່ກໍ່ບໍ່ພົບຫຍັງຫລາຍ ແຫລ່ງຂໍ້ມູນບາງບ່ອນລະບຸວ່າ Laonux ໄດ້ອອກສູ່ສາທາລະນະເປັນທີ່ຮຽບຮ້ອຍແຕ່ດົນແລ້ວ ເຊິ່ງກໍ່ໜ້າແປກ ເພາະໃນລາວເອງ ພັດບໍ່ມີໃຜຮູ້ຈັກ ຫຼືມີນ້ອຍຄົນເຫລືອເກີນທີ່ຈະຮູ້ຈັກວ່າ ມັນໜ້າຕາເປັນແນວໃດ???

Laonux ດັ້ງເດີມຈະມີເວບໄຊຕ໌ຂອງໂຄງການຢູ່ທີ່ http://laonux.muanglao.com/ ແຕ່ວ່າ ຕອນນີ້ມັນເຂົ້າບໍ່ໄດ້ເສຍແລ້ວ ຮູ້ສຶກວ່າ ກຳລັງປັບປຸງວ່າຊັ້ນ ໂຊກດີທີ່ໃນໂລກນີ້ມີເວບ Archive.org ກໍ່ເລີຍໄດ້ຮູ້ວ່າ ຫນ້າເວບແຕ່ກ່ອນຕອນຍັງບໍ່ໄດ້ປິດນັ້ນເປັນແນວໃດ ໂດຍໄປເບິ່ງໄດ້ທີ່ http://web.archive.org/

ບລັອກຂອງ ict4dev ກໍ່ບໍ່ມີຫຍັງຫລາຍ ບໍ່ອັບເດດມາດົນເຕີບແລ້ວ ເລີຍວ່າບໍ່ເປັນປະໂຫຍດຫຍັງຫລາຍ

ຊອກໄປຊອກມາ ຢູ່ເວບ ee43 ມີຂໍ້ມູນກ່ຽວກັບລາວນຸກລົງໄວ້ໜ້ອຍໜຶ່ງ ສາມາດອ່ານໄດ້ຈາກລິງກ໌ນີ້

ແລ້ວກໍ່ມີເວົ້າຮອດລາວນຸກອີກໜ້ອຍໜຶ່ງໃນບລັອກຂອງທ່ານເທບພິທັກ ເຊິ່ງເປັນນັກພັດທະນາຊາວໄທ ສາມາດອ່ານໄດ້ຈາກລິງກ໌ນີ້

ໃນຂະນະທີ່ຄົ້ນຫາຂໍ້ມູນກ່ຽວກັບເລື່ອງນີ້ ຮູ້ສຶກວ່າ ຈະມີຄົນເວົ້າເຖິງໂຄງການ “อินเทอร์เน็ตเท้าปั่น” ຟັງແລ້ວກໍ່ງົງ ໆ ບໍ່ເຂົ້າໃຈວ່າມັນກ່ຽວຫຍັງກັນ -__-)”

ຄືບໜ້າແນວໃດຈະມາລາຍງານຕໍ່ 🙂

Technorati Tags: laonux, ict4dev, ee43, theppitak, realme, au8ust

ຂຽນຄຳເຫັນ

*

code