ມັນເອົາອີກແລ້ວ

ຂຽນເມື່ອ March 19, 2007, ໃນຫມວດ ບ້ານເມືອງ, ຝອຍໃຫ້ຟັງ, ເທັກໂນໂລຢີ.

ບ່າຍວານນີ້ກົງກັບວັນທີ່ ໑໙ ແຮມ ໑໕ ຄ່ຳ ເດືອນ ໔ ຈຸລສັກຣາຊ ໑໓໖໙
ໃນຂະນະທີ່ຂ້າພະເຈົ້າກຳລັງກວດເບິ່ງ Internet Connection Properties ນັ້ນ
ໄດ້ແລເຫັນວ່າ ມັນຂຶ້ນ 1 day 13 hours xx minutes xx seconds
ກໍ່ເກີດພິຈາລະນາຢ່າງແຍບຄາຍໃນໃຈວ່າ ສາຍນ້ຳຍັງມີເຮືອດແຫ້ງ ຫມົດລະດູແລ້ງ
ຍັງມີລະດູຝົນ ຄົນຮັກກັນຍັງມາຊັງກັນໄດ້ ສັນໃດກໍ່ສັນນັ້ນ
ດຽວສາຍໂທລະສັບມັນຄືຊິຫລຸດ ແລະໃນບັນດົນນັ້ນເອງ
ອະຖິຖານຈິດຂອງຂ້າພະເຈົ້າກໍ່ສຳຣິດຜົນເມື່ອພົບວ່າ ມັນຫລຸດໄປແລ້ວ

ຈາກນັ້ນກໍ່ເປັນແບບເກົ່າ

  • ຕໍ່ບໍ່ຕິດ
  • ຂຶ້ນ Busy line
  • ຖັດມາ Not responding
  • ຖັດມາ Username and/or password is invalid
  • ຖ້າມື້ອື່ນ ເພາະມື້ນີ້ວັນອາທິດ
  • ມື້ຕໍ່ມາວັນຈັນ ໂທຫາ 021 219425
  • ມັນບອກໃຫ້ກວດລະຫັດ
  • ມັນບອກໃຫ້ tell password
  • ມັນບອກດຽວຊິໂທກັບ
  • ມັນບອກ confirm ໃຫ້ແລ້ວ ຈາກນັ້ນ ອີກຄົນກໍ່ບອກວ່າ ຍັງເດ້ ກຳລັງ
  • ໃນທີ່ສຸດກໍ່ຕໍ່ຕິດ

ເລົ່າແບບຫຍໍ້ ໆ ຄວາມຈິງມັນຍາວກວ່ານີ້

ສັງເກດວ່າ ມັນຈະເປັນໄດ້ເປັນດີ ເປັນທຸກ ໆ ໑-໒ ອາທິດ ແລ້ວ pattern ມັນກໍ່ຊ້ຳ ໆ ກັນແບບເກົ່າຕະຫລອດ *sigh* (ແປວ່າຖອນຫາຍໃຈ –ພາສາອັງກິດມື້ລະຄຳ)

ວ່າຊິໃຊ້ ADSL2+ ມັນຊິເປັນແບບນີ້ຄືກັນບໍ່ (ວະ)

ປ.ລ. ມັນຍັງຖາມອີກວ່າເປັນຫຍັງບໍ່ໂທຫາສູນຢູ່ຫລວງພະບາງ (ແຕ່ລະເທື່ອ *ຕີ໊ດ* ກໍ່ໂທຫາແຕ່ເບີນີ້ແຫລະ)
ປ.ຮ. ມັນຟ້າວ *ຕີ໊ດ* ແຕ່ວ່າສາຍ
ປ.ອ. ມີໃຜເປັນແດ່? ໃຊ້ Dial-up 1 year package ຈາກ Lao Telecom
ປ.ສ.
ກະວ່າຊິປ່ຽນລະຫັດໃຫມ່ ເພາະວ່າເວລາ spell ລະຫັດຜ່ານໂທລະສັບມັນເສຍເວລາດົນ
ນັ່ງບອກເທື່ອລະໂຕ a – apple, d – dong, f – farang, g – go ໆລໆ

ລ.ຮ. ມື້ນີ້ຕອນເຊົ້າມີສຸຣິຢຸປຣາຄາ ຢູ່ວຽງກໍ່ເຫັນບໍ່?

ລ.ອ. ມີຂ່າວແວ໊ບ ໆ ອອກມາວ່າດາລາເກົາຫລີຄົນນີ້ມີ … ຫລຸດ

Technorati Tags: ເອົາອີກແລ້ວ, ຫລູດ, ແບບເກົາ, ຈູລສັກຣາຊ, ອິນເຕີເນັດ, ລາວໂທລະຄົມ, Laotel, Lao Telecom, realme, au8ust

2 ຄຳເຫັນກ່ຽວກັບເລື່ອງນີ້ to "ມັນເອົາອີກແລ້ວ"

gravatar

*real me » Blog Archive » ເລົ່າໃຫ້ຟັງ  on April 1, 2007

[…] ສອງມື້ກ່ອນ (ວັນທີ່ 30) ມີຄົນໃຊ້ Live Contact Form ໃນບລັອກ au8ust.org ສົ່ງຄວາມຄິດເຫັນມາໃຫ້ ມື້ນີ້ຫາກໍ່ເປີດເມລເຫັນ ເພາະວ່າໃຊ້ເນັດບໍ່ໄດ້ສອງມື້ ເປັນອາການເກົ່າຫັ້ນລ່ະ (ອ່ານໄດ້ໃນໂພສຕ໌ເກົ່າ) […]

gravatar

ປັນຫາຟອນຕ໌ໃນ au8ust’s tech channel | au8ust’s tech channel  on April 1, 2007

[…] ຊ່ວງນີ້ຢູ່ບ້ານຕໍ່ເນັດບໍ່ໄດ້ ເປັນຄືເກົ່າອີກລ່ະ -_-” ໃຫ້ຄະແນນຂ່າວນີ້:  Loading … […]

ຂຽນຄຳເຫັນ

*

code