ມະຫະກຳຄວາມຊວຍໄດ້ເຮີ່ມຂຶ້ນແລ້ວ~

ຂຽນເມື່ອ March 14, 2007, ໃນຫມວດ ຊີວິດ, ຝອຍໃຫ້ຟັງ.

ປີນີ້ໄດ້ຍິນວ່າເປັນປີຊວຍ ທຳອິດກໍ່ຄິດໄປວ່າ “ ເຮົາຄືຊິບໍ່ຊວຍປານນັ້ນ ” ປະກົດວ່າ ຄວາມຊວຍມັນເຮີ່ມປະກົດຕົວ ໃຫ້ເຫັນທີລະນ້ອຍ ໆ​ ແລ້ວ

ຕອນຊ່ວງປີໃຫມ່ ເອົາມືຖືໄປໃຫ້ຄົນຮູ້ຈັກແປງໃຫ້ ຜ່ານໄປສອງເດືອນຍັງບໍ່ໄດ້ ແຖມເຮັດຫນ້າຈໍພັງອີກ ຫນ້າກາກເລະຫມົດອີກ ເອົາເຂົ້າໄປ ເລີຍໄປແປງຢູ່ວຽງໃຫ້ຄົນຮູ້ຈັກ ກໍ່ເອົາເຂົ້າໄປອີກ ຫມົດໄປເກືອບສອງພັນ

ກັບມາຢູ່ບ້ານ ກໍ່ເຄື່ອງເສຍອີກ ສົ້ງເສຍ ເສື້ອເສຍ ສາຍສາກມືຖືເສຍ ເສຍ ເສຍ ເສຍ ເສຍ ມີແຕ່ເລື່ອງເສຍປີນີ້

ສອງສາມມື້ກ່ອນກໍ່ເກີບເສຍອີກ ຂະຫນາດໄວ້ບ້ານແທ້ ໆ ກໍ່ຍັງເສຍ ບໍ່ຈັກຊິວ່າແນວໃດດີແບບນີ້ກະດາຍ

ອ້າຍຕັ້ມ ວ່າຊິມາທ່ຽວລາວ ກ່ອນມາກໍ່ເຮັດກະເປົາໃສ່ເງິນເສຍອີກ ມາກັບອ້າຍເຈຟ ມາຮອດໃຫ້ເຮົາຈັບຂ້າກ້ອງໃຫ້ ກໍ່ເກືອບເຮັດຂາກ້ອງເຂົາເສຍອີກ ດີແຕ່ບໍ່ເສຍ (ພໍດີມື້ນັ້ນໄປປ່ອຍນົກແດ່ ສົງໄສເທພຮັກສາ 😉 )

ອ້າຍສອງຄົນເພິ່ນມາກໍ່ພາໄປຕາດກວາງຊີ ຍັງໄປຖືກແມ່ຄ້າຄົນລາວເຮົານຳກັນແທ້ ໆ ຫລອກແດກຄ່າຫມາກພ້າວອີກ ແບບວ່າຊວຍມະຫາຊວຍ

ມາຮອດມື້ເຊົ້າ ຝຣັ່ງມັນຊິອອກແຕ່ເຊົ້າສອງຫ້ອງ ອັນຄວາມວ່າຝຣັ່ງມັນຄິດແນວໃດບໍ່ຈັກ ມັນກິນເບຍປ່ອງຫນຶ່ງ ມັນກໍ່ບໍ່ຍອມຈ່າຍອີກ ຊັກດາບຫນີແຕ່ເຊົ້າ ແຖມເປີດແອໄວ້ຫມົດຄືນ ໃສ່ 15 ອົງສາ ແອກໍ່ໄຫມ້ອີກ ຫມົດຄ່າແປງໄປ 800+1500 ບາດ ໂອ… ຕາຍລະ ປີຊວຍ

ອີກຫ້ອງຫນຶ່ງ ກໍ່ເອົາຄືກັນອີກ ກິນເບຍປ່ອງຫນຶ່ງບໍ່ຍອມຈ່າຍ ແຖມເອົານ້ຳຂາຍໄປສອງຂວດອີກ ເອົາເຂົ້າໄປສູເອີ້ຍຍຍຍ

ມື້ນີ້ແມ່ກັບແຕ່ວຽງມາ ກໍ່ໂດນອີກ ມາຮອດຍົນມັນລົງແຮງໂພດ ເພິ່ນຕົກໃຈຫມົດ ຕອນອອກເຄື່ອງມາເລີຍລືມຖົງເຄື່ອງມາຊ້ຳ ຖິ້ມໄວ້ເບາະຂ້າງ ໆ ກັນຫັ້ນ ມາຮອດບ້ານຄິດອອກ ໂທໄປຖາມ ເຂົາບອກຍົນຂຶ້ນແລ້ວ ໄປຫ່າໂນຍ… ຟັງແລ້ວກໍ່ບໍ່ຈັກຊິວ່າແນວໃດອັນວ່າຄວາມມັນຊິຊວຍ ພວກພະນັກງານທຳຄວາມສະອາດກໍ່ບອກບໍ່ຮູ້ບໍ່ເຫັນອີກ ເຫີ້… ເນາະ ເນາະ ເນາະ ອັນບາດມັນຊິດວງຕົກຫັ້ນນາ… ໃນຖົງມີເອກກະສານການເງິນກ່ຽວກັບພວກ CC ກັບມືຖືໂນເກຍສອງເຄື່ອງ ກໍ່ໄປຫມົດນຳກັນ

ຍັງມີເລື່ອງ PocketPC ຈົມນ້ຳອີກ ແມ່ບ້ານເອົາເຄື່ອງໄປຊັກແລ້ວບໍ່ເບິ່ງວ່າມີເຄື່ອງຢູ່ໃນ ຂໍ້ມູນເບີໂທຕິດຕໍ່ຕ່າງ ໆ ຫາຍຫມົດ !! ເຖິງຕອນນີ້ຈະຍັງເປີດໄດ້ ແຕ່ກໍ່ malfunction ໄປເປັນທີ່ຮຽບຮ້ອຍແລ້ວ

ບໍ່ຮູ້ປີນີ້ເປັນຫຍັງຊວຍແຕ່ຫົວປີເລີຍ ດຽວຄືຊິຍັງມີອີກເປັນກອງທັບລະ ເວນກຳເອີ້ຍ!

ຂຽນຄຳເຫັນ

*

code