ເພງຮັກສອງຝັ່ງຂອງ (ຕໍ່)

ຂຽນເມື່ອ February 14, 2007, ໃນຫມວດ ຂອງແປກ, ບ້ານເມືອງ, ສັງຄົມ.

ຕົກລົງວ່າ ບໍ່ໄດ້ສາຍ ຫ້າມສາຍແລ້ວ ຫ້າມອອກອາກາດໂດຍເດັດຂາດ ເປັນຄຳສັ່ງກົງມາຈາກລັດຖະມົນຕີ ກະຊວງຖະແຫລງຂ່າວແລະວັດຖະນະທຳ ໂດຍທ່ານ ຫມຸນແກ້ວ ອໍລະບູນ ໄດ້ສົ່ງຫນັງສືໄປຫາທາງ ບໍລິສັດ ເວີກພ້ອຍທ໌ ຈຳກັດ ເຊິ່ງເປັນບໍລິສັດທີ່ຜະລິດລະຄອນເລື່ອງນີ້ ໂດຍໄດ້ຂໍໃຫ້ມີການແກ້ໄຂບາງສ່ວນໃນລະຄອນ ເພາະວ່າ ມັນມີບາງສາກ ບາງຕອນທີ່ ໄປກະທົບກັບຄວາມສຳພັນລະຫວ່າງສອງປະເທດ

ຈະມີຢູ່ຕອນຫນຶ່ງ ທີ່ວ່າພະເອກເອົາດອກໄມ້ໃຫ້ນາງເອກ ແຕ່ນາງເອົາບໍ່ເອົາ ພະເອກເກີດນ້ອຍໃຈ ເລີຍເອົາດອກໄມ້ຖິ້ມຖັງຂີ້ເຫຍື້ອຊ້ຳ ແລ້ວຊາດ… ແຕ່ວ່າ… ດອກທີວ່ານັ້ນ ມັນຄື… ດອກຈຳປາ!! ນັ້ນແລ ຕົ້ນເຫດຂອງບັນຫາລ່ະ ດອກຈຳປາ ເປັນດອກໄມ້ປະຈຳຊາດເຮົາ ທາງກະຊວງເພິ່ນເຫັນວ່າ ມັນບໍ່ເຫມາະສົມ ກໍ່ເລີຍຢາກໃຫ້ເອົາໄປແກ້ກ່ອນ ແກ້ແລ້ວໆ ຄ່ອຍມາວ່າກັນໃຫມ່

ນອກຈາກນັ້ນ ກໍ່ຍັງມີຫລາຍໆ ປະເດັນທີ່ກ່ຽວຂ້ອງ ແຕ່ສະຫລຸບແລ້ວກໍ່ຄື ທາງລາວເຮົາ ບໍ່ຢາກໃຫສາຍ ຂໍໃຫ້ໄປແກ້ບົດລະຄອນໃຫມ່ກ່ອນ ແກ້ແລ້ວໆ ມາພິຈາລະນາໃຫມ່ອີກຮອບ ຖ້າຜ່ານ ກໍ່ຄ່ອຍສາຍ

ທີ່ມາ – INN

ຂຽນຄຳເຫັນ

*

code