ຈັກແມ່ນໃຜແທ້ທີ່ບໍ່ຖືກ…

ຂຽນເມື່ອ February 22, 2007, ໃນຫມວດ ຂອງແປກ, ຊີວິດ, ບ້ານເມືອງ, ຝອຍໃຫ້ຟັງ.

ໄປອ່ານຂ່າວໃນ RFA Lao ມາ ອ່ານແລ້ວກໍ່ງົງ ໆ ພວກລາວເກົ່ານີ້ຕັ້ງເປັນແນວນີ້ແທ້ໆ…​ ຂໍຍົກມາໃຫ້ອ່ານ

ອິດທິພົລໄທຽ ເຮັດໃຫ້ພາສາລາວ ວິນາສຮຽກທວງພາຄຣັຖ ໃຫ້ຄວາມເບີ່ງແຍງ

2007.02.20

ໜັງສືພີມຜູ້ຈັດການຣາຍວັນໄທຽສະບັບວັນທີ່ 12 ກຸມພານີ້ແຈ້ງວ່າ: ສື່ມວນຊົນທາງການລາວໄດ້ຮຽກຮ້ອງໄປຍັງທາງ
ການລາວທີ່ຮັບຜິດຊອບເພື່ອໃຫ້ເອົາໃຈໃສ່ຄວບຄຸມເບີ່ງແຍງນຳການໃຊ້ພາສາລາວ ຍ້ອນປະຊາຊົນແມ້ກະທັ້ງສື່ມວນ
ຊົນບາງຄົນກໍຫັນປ່ຽນໄປໃຊ້ພາສາໄທຽຫລາຍຂື້ນ ທີ່ອາຈຈະເຮັດໃຫ້ “ພາສາລາວວິບັຕ” ຫລືວິນາສຈິບຫາຍໄປໃນ
ພາຍຂ້າງໜ້າກໍເປັນໄດ້!

ໜັງສືພີມດັ່ງກ່າວຢືນຢັນວ່າ: ມີຫລາຍປໂຍກໃນພາສາລາວຮວມທັງຄຳສັພສາ ມັນຕ່າງໆສູນເສັຽໄປຢ່າງຫລວງຫລາຍ
ຍ້ອນພາກັນນຳເອົາພາສາໄທຽເຂົ້າມາໃຊ້ແທນເຊັ່ນວ່າ: “ນ້ຳແຂງ” ແທນທີ່ຈະໃຊ້ພາສາລາວທີ່ວ່າ: “ນ້ຳກ້ອນ”, “ເຈິ
ກັນ” ແທນຄຳວ່າ “ພົບກັນ”, “ຫລໍ່ຫລາຍ” ແທນທີ່ຈະວ່າ “ເຈົ້າຊູ້ຫລາຍ”, “ແມ່ບ້ານ” ແທນທີ່ຈະວ່າ “ແມ່ເຮືອນ” ຫລື
“ປິດປະຕູ” ແທນທີ່ຈະວ່າ “ອັດປະຕູ” ດັ່ງນີ້ເປັນຕົ້ນ.

ທາງໜັງສືພີມລາວໄດ້ຮຽກຮ້ອງໃຫ້ທາງການກ່ຽວຂ້ອງໄດ້ເອົາໃຈໃສ່ຄວບຄຸມເຊັ່ນວ່າ: “ໃຫ້ມີການປັບປຸງໂຄສະນາແລະ
ອົບຮົມປະຊາຊົນຢ່າງກ້ວາງຂວາງ”ເພື່ອໃຫ້ຮູ້ແລະເຂົ້າໃຈເຖີງທີ່ມາເປັນການຮັກສາພາສາລາວໄວ້. ບັນຫາສ່ວນໃຫຍ່
ໃນປັຈຈຸບັນອາຈເປັນດ້ວຍສາເຫຕທີ່ວ່າມີການນິຍົມເບີ່ງໂທຣະທັດຫລືຟັງວິທຍຸໄທຽເປັນສ່ວນໃຫຍ່ນັ້ນກໍເປັນໄດ້ ແລະ
ນອກຈາກນັ້ນຍັງມີບັນຫາສິນຄ້າຕ່າງໆທີ່ນຳເຂົ້າປະເທດນັ້ນ ແມ້ກະທັ້ງເຄື່ອງຫລິ້ນເກ໊ມຕ່າງໆຫລືໂທຣະສັພມືຖືຈະມີຂໍ້
ມູນຫລືວິທີແນະນຳໃນການໃຊ້ກໍລ້ວນແຕ່ເປັນພາສາໄທຽ ຈື່ງເຮັດໃຫ້ມີການນິຍົມໃຊ້ເປັນພາສາໄທຽໄປເລີຽໂດຽບໍ່ໄດ້
ຄຳນຶງເຖີງຄວາມເສັຽຫາຍທີ່ຈະຕາມມາພາຍຫລັງນັ້ນແຕ່ຢ່າງໃດ!!

ຫວາດ ສີມູນ ຣາຍງານ

ອ່ານໄປກໍ່ຫົວໄປ… *sigh

ຂຽນຄຳເຫັນ

*

code